ພິທີຈັບສະຫຼາກການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປີ 2020 ຈັດຂຶ້ນວັນທີ 25 ມິຖຸນາ 2020 ຢູ່ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໂດຍມີທ່ານ ໂພທອນ ຖານະວະດີ ຫົວໜ້າພະແນກຈັດການແຂ່ງຂັນ ສຕລ ພ້ອມດ້ວຍວິຊາການ ຕາງໜ້າສະໂມສອນ ແລະ ສື່ມວນຊົນ ເຂົ້າຮ່ວມ.
ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປິ 2020 ມີ 14 ທີມ ແບ່ງເປັນ 2 ກຸ່ມ ກຸ່ມລະ 7 ທີມ ຜົນການຈັບສະຫຼາກ ກຸ່ມ A ວຽງຈັນ ຢູໄນເຕັດ ເຄພີເອັສ ເອັຟຊີ ກອງທັບ ເອັຟຊີ ກາຣູດາ 369 ເອັຟຊີ ເຮັສບີທີ 941 ເອັຟຊີ ແຄນລາວ ຢູໄນເຕັດ ແລະ ນະຄອນຫຼວງ ເອັຟຊີ ກຸ່ມ B ເມືອງຫາດ ຢູໄນເຕັດ ວິທະຍາໄລ ລາວ-ທ໋ອບ ເອັຟຊີ ວິທະຍາໄລເຄວສ ຢູໄນເຕັດ ບີແກນ ຢູໄນເຕັດ ເອັສທີທີ ເອັຟຊີ ທຣີນີຕີ ເອັຟຊີ ແລະ ເອັສຊີອີ ຢູໄນເຕັດ.
ຮູບແບບການແຂ່ງຂັນ ຮອບແບ່ງກຸ່ມແມ່ນແຂ່ງຂັນພົບກັນໝົດ ທີມທີ່ໄດ້ອັນດັບ 1-2 ຂອງກຸ່ມ ຈະຜ່ານເຂົ້າສູ່ຮອບຮອງຊະນະເລີດ ສ່ວນຮອບຮອງຊະນະເລີດ ຈະແຂ່ງ 2 ນັດໄປ-ກັບ (Championship Format) ແລະ ຮອບຊີງອັນດັບທີ 3 ແລະ ຊີງຊະນະເລີດແມ່ນແຂ່ງຂັນແບບນັດດຽວ.
ສຳລັບຕາຕະລາງແຂ່ງຂັນຈະແຈ້ງໃຫ້ຊາບພາຍຫຼັງ ແຕ່ກຳນົດການເປີດການແຂ່ງຂັນຈະເລີ່ມວັນທີ 25 ກໍລະກົດ 2020 ໂດຍທີມທີ່ໄດ້ຮັບລາງວັນຊະນະເລີດ ຈະໄດ້ສິດເລື່ອນຊັ້ນເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວ ລີກ 1 ປະຈຳປີ 2021 ທີມທີ່ໄດ້ແຊັມການແຂ່ງຂັນລາວລີກ 2 ປີ 2017 ສະໂມສອນກອງທັບ ເອັຟຊີ ປີ 2018 ສະໂມສອນ ປກສ ເອັຟຊີ ແລະ ປີ 2019 ສະໂມສອນ ປກສ ເອັຟຊີ.