ທະນາຄານ ບີໄອຊີ ລາວ ຈຳກັດ ໄດ້ເປີດສຳນັກງານໃຫຍ່ຫຼັງໃໝ່

     ພິທີເປີດສຳນັກງານໃຫຍ່ຫຼັງໃໝ່ ຂອງທະນາຄານ ບີໄອຊີ ລາວ ຈຳກັດ ເພື່ອສະເຫຼີມສະຫຼອງຄວາມສຳເລັດຂອງທະນາຄານ ບີໄອຊີ ລາວ ຈຳກັດ ຄົບຮອບ 15 ປີ  ເຊິ່ງໄດ້ຈັດຂື້ນໃນວັນທີ 24 ມີນາ 2023  ທີ່ສຳນັກງານດັ່ງກ່າວ ຢູ່ບ້ານໂພນສະອາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ  ທ່ານ ປອ.ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ມີບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກກະຊວງ  ຕາງໜ້າຈາກຄູ່ຮ່ວມຍຸດທະສາດ ແລະ ບັນດາລູກຄ້າເຂົ້າຮວມ.

          ທະນາຄານ ບີໄອຊີ ລາວ ຈຳກັດ ແມ່ນເປັນສາຂາຂອງທະນາຄານຕ່າງປະເທດ ທີ່ມີຮູບແບບການດຳເນີນງານຕາມມາດຕະຖານສາກົນ ນັບແຕ່ປີ 2008 ເປັນຕົ້ນມາ ໃນຕະຫລອດໄລຍະເວລາ 15 ປີ ທີ່ຜ່ານມາ ທະນາຄານ ໄດ້ມີການພັດທະນາ ແລະ ເຕີບໃຫຍ່ຢ່າງກ້າວກະໂດດ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງລາວ ດ້ວຍການສະໜອງທຶນໃຫ້ແກ່ບັນດາໂຄງການ ແລະ ຫົວໜ່ວຍທຸລະກິດທີ່ສຳຄັນ ເພື່ອກະຕຸ້ນການສ້າງໂອກາດ ແລະ ຄວາມສາມາດຂອງທຸລະກິດໃຫ້ມີຄວາມຫຼາກຫຼາຍໃນການພັດທະນາ ທັງໃນຂົງເຂດພາກລັດ ແລະ ເອກະຊົນ.

    ໃນໂອກາດດັ່ງກ່າວ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ກ່າວວ່າ:   “ທະນາຄານ ບີໄອຊີ ເປັນທະນາຄານທຸລະກິດ ທີ່ມີປະຫວັດຍາວນານ ໃນ ສປປ ລາວ  ເປັນທະນາຄານທີ່ດໍາເນີນທຸລະກິດຢ່າງຫ້າວຫັນ ແລະ ມີປະສິດທິຜົນ ພ້ອມດຽວກັນກໍ່ປະຕິບັດຕາມລະບຽບຫລັກການຂອງການຄຸ້ມຄອງທະນາຄານທຸລະກິດ ທີ່ທະນາຄານແຫ່ງ ສປປ ລາວ ວາງອອກຢ່າງເຂັ້ມງວດ”. 

      ໃນຊ່ວງກ່າວເປີດງານ ນອກນັ້ນ ທ່ານ ປອ. ລິດທິກອນ ພູມມະສັກ ປະທານສະພາບໍລິຫານທະນາຄານ ບີໄອຊີ ລາວ ຈໍາກັດ ໄດ້ກ່າວວ່າ: “ທະນາຄານ ບີໄອຊີ ມີ ເຕັກນິກ ແລະ ຂັ້ນຕອນໃນ ການການປະເມີນດ້ານສິນເຊື່ອທີ່ຮັດກຸມ ຄຽງຄູ່ກັບການຄຸ້ມຄອງ ແລະ ການປະຕິບັດຕາມລະບຽບຫລັກການຢ່າງເຄັ່ງຄັດ ຊຶ່ງເປັນພື້ນຖານຂອງອົງກອນທີ່ມີການບໍລິຫານຄວາມສ່ຽງຢ່າງມີປະສິດທິພາບ. ທະນາຄານ ບີໄອຊີ ໄດ້ຍຶດໝັ້ນໃນຄໍາຂວັນ ທີ່ວ່າ: “ເພາະພວກເຮົາຫ່ວງໃຍ ແລະ ໃສ່ໃຈ” ເປົ້າໝາຍສູງສຸດຂອງທະນາຄານແມ່ນຢາກເຫັນລູກຄ້າເຕີບໃຫຍ່ ແລະ ປະສົບຜົນສຳເລັດຢ່າງບໍ່ຢຸດຢັ້ງ”. 

       ທະນາຄານບີໄອຊີ ໄດ້ກຳນົດແຜນຍຸດທະສາດໃນການດໍາເນີນທຸລະກິດຄືນໃໝ່ ໂດຍເນັ້ນໃສ່ການສົ່ງເສີມການລົງທຶນ  ແລະ ສະໜອງການບໍລິການຕາມຄວາມຕ້ອງການສະເພາະຂອງລູກຄ້າແຕ່ລະບຸກຄົນ ຫລື ເອີ້ນວ່າ “Investment and Private Banking”. ແຜນຍຸດທະສາດນີ້ ຈະຊ່ວຍໃຫ້ທະນາຄານສາມາດສັນສ້າງ ແລະ ພັດທະນາຜລິດຕະພັນ ໃຫ້ເໝາະສົມກັບຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ.

    ນອກນັ້ນທາງທະນາຄານຍັງໄດ້ ປະກອບສ່ວນໃນສັງຄົມໃນງານຄັ້ງນີ້ ທາງທະນາຄານໄດ້ເຊີນທາງ “ສູນ ອໍໍທິສຕິກ ລາວ” ເຂົ້າມາຮ່ວມໃນງານ ແລະ ພ້ອມທັງໄດ້ມີການຈັດວາງສະແດງຮູບພາບ ທີ່ຖືກແຕ້ມໂດຍນ້ອງໆຈາກ ສູນ ອໍໍທິສຕິກ ລາວ ຈໍານວນຫລາຍສິບແຜ່ນ. ໃນນັ້ນ ມີຮູບພາບຈໍານວນ 5 ແຜ່ນໄດ້ຖືກນໍາໄປປະມູນ ຊື່ງລວມຍອດເງິນທີ່ໄດ້ຈາກການປະມູນດັ່ງກ່າວແມ່ນ 120 ລ້ານກີບ  ນອກນີ້ຍັງມີການປະກອບສ່ວນບໍລິຈາກໂດຍແຂກທີ່ເຂົ້າຮ່ວມງານ ຈໍານວນ 24,6 ລ້ານກວ່າກີບ ແລະ 13,000 ບາດ. ລາຍຮັບທັງໝົດຈະຖືກມອບໃຫ້ ສູນ ອໍໍທິສຕິກ ລາວ ເພື່ອສ້າງໂຮງຮຽນສໍາລັບເດັກອໍໍທິສຕິກ.   

      ສຳນັກງານໃຫຍ່ຫຼັງໃໝ່ນີ້ ຕັ້ງຢູ່ໃກ້ກັບ ປະຕູໄຊ ແລະ ໃກ້ກັບບັນດາທະນາຄານໃຫຍ່ໆ ຖືເປັນສູນກາງທາງການເງິນຢູ່ໃນນະຄອນຫຼວງວຽງຈັນ. ຕົວອາຄານຂອງສຳນັກງານໃຫຍ່ໄດ້ຖືກອອກແບບຢ່າງພິຖີພິຖັນ ມີລວດລາຍທີ່ປະກອບດ້ວຍຕົ້ນໄມ້ໄຜ່ ແລະ ການເຄືອບສີເງິນທີ່ງົດງາມ ສິ່ງເຫຼົ່ານີ້ແມ່ນຄວາມຕັ້ງໃຈຂອງທາງທະນາຄານ ທີ່ຈະສ້າງສະພາບແວດລ້ອມບ່ອນເຮັດວຽກທີ່ງົດງາມ ທັນສະໄໝ ສາມາດຈຸດປະກາຍແນວຄວາມຄິດສ້າງສັນໃຫ້ແກ່ກຸ່ມຄົນລຸ້ນຕໍ່ໆໄປ.

ສັນຍາລັກລາຍຕົ້ນໄມ້ໄຜ່ ຢູ່ເທິງອາຄານແມ່ນສະແດງເຖິງຄວາ໌ມແຂງແຮງ ແລະ ຍືນຍົງ, ຮາກຂອງມັນແລ່ນເລິກ ແລະ ແຜ່ກວ້າງ, ລໍາຕົ້ນມີຄວາມຢືດຢຸ່ນ ແລະ ບໍ່ແຕກຫັກ   ຊຶ່ງໝາຍເຖິງຄວາມຢືດຢຸ່ນ ແຕ່ຍັງຄົງຮາກຖານທີ່ແໜ້ນໜາ ແລະ ໝັ້ນຄົງ. ນອກນີ້,​ ກໍ່ຍັງເປັນສັນຍາລັກຂອງຄວາມວ່ອງໄວ ແລະ ຄວາມຕັ້ງໃຈ, ຊຶ່ງເປັນການສະທ້ອນເຖິງຄວາມສາມາດຂອງທະນາຄານທີ່ມີຄວາມວ່ອງໄວໃນການຮັບມືກັບສະພາບແວດລ້ອມທີ່ມີການປ່ຽນແປງຢ່າງຕໍ່ເນື່ອງ.

ການເຄືອບສີເງິນຢູ່ບໍລິເວນອ້ອມຮອບອາຄານສະແດງເຖິງຄວາມເຂັ້ມແຂງ ຄວາມຮັ່ງມີ ແລະ ຄວາມສໍາເລັດ, ຊຶ່ງໄດ້ສື່ເຖິງຄວາມມຸ້ງໝັ້ນຕັ້ງໃຈໃນການພັດທະນາ ໂດຍບໍ່ຫວັ່ນໄຫວຕໍ່ກັບອຸປະສັກໃດໆ. ນີ້​ແມ່ນ​ການຕອກຢໍ້າ​ຄວາມ​ເຊື່ອ​ຂອງ​ທະ​ນາ​ຄານ​ທີ່​ວ່າ​ ໃນ​ທຸກອຸປະສັກ ແມ່ນມີ​ໂອ​ກາດທີ່ດີແຝງຢູ່ , ແລະ​ ການເບີ່ງເຫັນໂອກາດໃນ​ທຸກ​ສະ​ພາບ​ການທີ່​ທ້າ​ທາຍ.

ການເປີດສໍານັກງານໃໝ່ແຫ່ງນີ້ ແມ່ນເປັນການສື່ເຖິງການເປີດກ້ວາງໂອກາດການຮ່ວມມືດ້ານທຸລະກິດ ແລະ ເປັນການເປີດຮັບຄວາມທ້າທາຍໃໝ່ໆ ຂອງທະນາຄານ, ປະກອບກັບການສະໜອງແນວຄວາມຄິດສ້າງສັນ ແລະ ນໍາສະເໜີວິທີການແກ້ໄຂບັນຫາທີ່ແທດເໝາະໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ເພື່ອຊ່ວຍຍົກລະດັບຮູບແບບການດໍາເນີນທຸລະກິດໃຫ້ດີຍີ່ງຂື້ນ. ສີ່ງເຫລົ່ານີ້ ຖືເປັນເອກະລັກຂອງທາງທະນາຄານ ທີ່ຈະສາມາດຊ່ວຍໃຫ້ລູກຄ້າໄດ້ຮັບຮູ້ໂອກາດທີ່ເປັນໄປໄດ້ສໍາລັບການປັບປຸງທຸລະກິດ ແລະ ໃຫ້ໄດ້ຮັບການບໍລິການທີ່ຫລາກຫລາຍ ບົນພື້ນຖານຂອງຄວາມຊື່ສັດຈິງໃຈ, ຄວາມປອງດອງ ແລະ ເອື້ອອາທອນ ເພື່ອສ້າງຄວາມເຂັ້ມແຂງ ແລະ ການເຕີບໃຫຍ່ແບບຍືນຍົງຮ່ວມກັນ.

error: Content is protected !!