ນວ ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຕາມທິດ 3 ສ້າງ

ກອງປະຊຸມເຝີກອົບຮົມການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂ ຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວນະຄອນຫຼວງວຽງ (ນວ)​ ຈັດຂຶ້ນວັນທີ 30 ມີນາ 2023 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ອາດສະພັງທອງ​ ສີພັນດອນ ​ເຈົ້າຄອງນະຄອນຫຼວງວຽງຈັນ​ ມີຄະນະພັກ ນວ ຫົວໜ້າພະ ແນກການ ແລະ ພະນັກງານກໍ່ສ້າງຮາກຖານຂັ້ນນະຄອນຫຼວງ ແລະ ຂັ້ນເມືອງເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສໍາຄັນຍິ່ງ ເພາະເປັນການຈັດຕັ້ງ ຜັນຂະຫຍາຍຄຳສັ່ງແນະນຳ ສະບັບເລກທີ 233/ຄລສພ ແລະ ການປະຕິບັດມະຕິຂອງຄະ ນະປະຈໍາພັກ ນວ ສະບັບເລກທີ 206/ຄປພ.ນວ ເພື່ອຫັນພະນັກງານລົງຮາກຖານການເມືອງຕົວຈິງ ສະ ນັ້ນຈຶ່ງເວົ້າໄດ້ວ່າ ວຽກງານກໍ່ສ້າງຮາກຖານການ ເມືອງ ວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ແມ່ນສ້າງໃຫ້ປະຊາຊົນບັນດາເຜົ່າໃຫ້ມີຄວາມເຂັ້ມ ແຂງ ກ່ອນອື່ນຕ້ອງສ້າງບ້ານເປັນຫົວ     ໜ່ວຍພັດທະນາກ່ອນ ເມືອງຈຶ່ງຈະເປັນເມືອງເຂັ້ມແຂງຮອບດ້ານ ແລະ ສາມາດປະ ຕິບັດຕາມທິດສ້າງແຂວງເປັນຫົວໜ່ວຍຍຸດທະສາດໄດ້ເທື່ອລະກ້າວ ທັງນີ້ເພື່ອແນໃສ່ເຮັດໃຫ້ປະເທດລາວຫຼຸດຜົນອອກ ຈາກສະຖານະພາບປະເທດດ້ອຍພັດນາໃນປີ 2026.

ການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຄະນະພັກ ອົງການປົກຄອງ ນວ ໄດ້ສຸມທຶນຮອນ ແລະ ບຸກຄະລາກອນລົງຊຸກຍູ້ ນຳພາ-ຊີ້ນຳເພື່ອເຮັດບັນດາບ້ານ ກຸ່ມບ້ານ ແລະ ຄຸ້ມບ້ານ ກາຍເປັນບ້ານແບບຢ່າງດ້ານຕ່າງໆ ໃຫ້ໄດ້ປະກາດຮັບຮອງເປັນບ້ານພັດທະນາ ແລະ ເປັນຕົວເມືອງນ້ອຍໃນ ຊົນນະບົດ ເປັນການເຝີກຝົນຫຼໍ່ຫຼອມການສ້າງພະ ນັກງານສືບທອດປ່ຽນແທນ ທີ່ຮູ້ເຮັດວຽກຢູ່ຂັ້ນຮາກຖານບ້ານຂຶ້ນມາ ເພື່ອບັນຈຸເຂົ້າໃນຕຳແໜງງານທີ່ ເໝາະສົມ ຢູ່ບັນດາພະແນການ ອົງການ ກົມກອງ ແລະ ບັນດາຫ້ອງການ ອ້ອມຂ້າງ ນະຄອນຫຼວງ ແລະ ເມືອງ ເພື່ອສູ້ຊົນສ້າງບ້ານໃຫ້ກາຍເປັນຫົວໜ່ວຍພັດທະນາ ສ້າງເມືອງໃຫ້ເປັນເມືອງເຂັ້ມແຂງຮອບ ດ້ານ ຕາມທິດ 3 ສ້າງໃນໄລຍະໃໝ່ ຂອງ ນວ ກຳນົດອອກໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການເຜີຍແຜ່ມະຕິຄະນະປະຈຳພັກ ນວ ເລກທີ 206/ຄປພ.ນວ ວ່າດ້ວຍການຈັດຕັ້ງປະຕິບັດ ຄຳແນະນຳສະບັບເລກທີ 233 ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບວຽກງານດັ່ງກ່າວ ຜ່ານມະຕິຕົກລົງວ່າດ້ວຍການ ແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານການມເມືອງ ພັດທະນາທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຢູ່ ນວ ຮອດປີ 2025 ເຜີຍແຜ່ເຊື່ອມຊຶມມະຕິ ສະບັບເລກທີ 056/ຄລສພ ວ່າດ້ວຍການປັບປຸງຮາກຖານການເມືອງລະບອບປະຊາທິປະໄຕ ໃຫ້ເຂັ້ມແຂງ ແລະໜັກແໜ້ນ ພ້ອມທັງເຜີຍແຜ່ຄໍາ ສັ່ງແນະນຳຂອງທ່ານເຈົ້າຄອງ ນວ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະປະຈຳພັກ ນວ  ທີ່ຕິດພັນກັບວຽກງານ ດັ່ງກ່າວຈຳນວນໜຶ່ງຕື່ມອີກ.

error: Content is protected !!