ກະສິກອນໄທ ເປີດໂຄງການ “ KBank ຊ່ວຍແບ່ງເບົາ” ເພື່ອຊ່ວຍຫຼຸດພາລະຄ່າຄອງຊີບ

      ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ຈະຈັດໂຄງການ “KBank ຊ່ວຍແບ່ງ ເບົາ” ເພື່ອຊ່ວຍຫຼຸດພາ ລະຄ່າໃຊ້ຈ່າຍທີ່ສຳຄັນໃນຊີວິດປະຈຳວັນ ໃຫ້ບັນດາ ຜູ້ໄດ້ຮັບສິດໃນໂຄງການດັ່ງກ່າວ ເພື່ອເປັນຂອງຂວັນເນື່ອງໃນໂອກາດສະ ເຫຼີມສະຫຼອງປີໃໝ່ລາວ ພສ 2565 ທີ່ຈະມາເຖິງ.

    ທ່ານ ນາງ ສຸດາມາດ ສຸຕັງຄານຸ ຜູ້ອຳນວຍການໃຫຍ່ທະນາຄານ ກະສິກອນ ໄທ ຈຳກັດຜູ້ດຽວ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ໃນມື້ຂຶ້ນປີໃໝ່ລາວ ພສ 2565 ທີ່ຈະມາເຖິງ ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ໄດ້ຈັດໂຄງການ “KBank ຊ່ວຍແບ່ງເບົາ” ເພື່ອຊ່ວຍຫຼຸດພາລະຄ່າໃຊ້ຈ່າຍທີ່ສຳຄັນໃນຊີວິດ ປະຈຳວັນ ເຊັ່ນ: ຄ່າໄຟຟ້າ ຄ່ານ້ຳປະປາ ຄ່ານ້ຳມັນ ຄ່າແກ໊ສ ແລະ ສິນຄ້າອຸ ປະໂພກ-ບໍລິໂພກຕ່າງໆ ເຊິ່ງໂຄງການນີ້ມີໄລຍະເວລາ 3 ເດືອນ (ເມສາ-ມີ ຖຸນາ 2023) ໂດຍຈະເລີ່ມຕົ້ນຢູ່ນະຄອນຫຼວງວຽງຈັນ ເປັນພື້ນທີ່ທຳອິດ ແລະ ຈະຂະຫຍາຍໄປແຂວງຕ່າງໆໃນລຳດັບຕໍ່ໄປ ໂດຍທະນາຄານຕັ້ງເປົ້າ ໝາຍຜູ້ຮັບສິດໃນໂຄງການຈຳ ນວນ 20.000 ສິດ ພາຍໃຕ້ງົບປະມານຫຼາຍ ກວ່າ 5 ຕື້ກີບ ໂຄງການດັ່ງກ່າວ ຖືເປັນຂອງຂວັນປີໃໝ່ ໃນເດືອນ ເມສາ ນີ້.

      ສຳລັບຜູ້ຮັບສິດຂອງເດືອນເມສາ ຕ້ອງເປີດແອັບພິເຄຊັ່ນ ເພື່ອຖ້າຮັບເງິນ ຜ່ານແອັບກະເປົາເງິນທີ່ມີຊື່ວ່າ QR KBank ຂອງທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ພ້ອມສົ່ງຮູບຖ່າຍໃບແຈ້ງຄ່າໄຟຟ້າ ຄ່ານ້ຳປະປາຂອງເດືອນ ເມສາ 2023 ມາທີ່ Line ID: @KBankLaos ໂດຍຈະເລີ່ມເປີດຮັບຮູບຖ່າຍ ແຕ່ວັນທີ 11-30 ເມສາ 2023 ໃຫ້ສິດສຳລັບຜູ້ທີ່ສົ່ງຮູບຖ່າຍເຂົ້າມາຕາມ ລຳດັບ ແລະ ກົງກັບເງື່ອນໄຂ ເຊິ່ງສາມາດເບິ່ງລາຍລະອຽດ ເງື່ອນໄຂ ແລະ ຂໍ້ມູນເພີ່ມຕື່ມໄດ້ທີ່ Facebook ຂອງທະນາຄານຊື່ KBankLaos ຫຼື Line ID: @KBank Laos ຫຼື ສາມາດໂທຕິດຕໍ່ສອບຖາມໄດ້ທີ່ເບີ 021 253 341 ນັບແຕ່ມື້ນີ້ ເຖິງ 30 ເມສາ 2023.

error: Content is protected !!