ຄມສ ກຽມກອງປະຊຸມສຸດຍອດຄັ້ງທີ 4 ປຶກ​ສາ​ຫາ​ລື​ກ​​ເພື່ອການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ແມ່​ນ້ຳ​ຂອງ

ຄະນະກໍາມາທິການແມ່ນໍ້າຂອງສາກົນ ກຽມກອງປະຊຸມສຸດຍອດຄັ້ງທີ 4 ພາຍໃຕ້ຫົວຂໍ້ ນະວັດຕະກໍາ  ໃໝ່ ແລະ ການຮ່ວມ ມືເພື່ອຄໍ້າປະກັນຄວາມໜັ້ນຄົງດ້ານນໍ້າ ແລະ ເພື່ອການພັດທະນາແບບຍືນຍົງຂອງແມ່ນໍ້າຂອງ ເພື່ອ​ເປັນ​ເວ​ທີສົນທະນາ ກ່ຽວກັບສະພາບການປັດຈຸບັນ ຂອງການພັດທະນາພາກພື້ນ ບັນ ຫາທ້າທາຍ ແລະ ໂອກາດຕ່າງໆໃນ​ອ່າງ​ແມ່​ນ້ຳ​ຂອງ.

ທ່ານ ດຣ ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ໄດ້ໃຫ້ສໍາພາດກັບສື່ສານ ມວນຊົນ ໃນໂອກາດການກະກຽມກອງປະຊຸມສຸດຍອດຄັ້ງທີ 4 ຂອງ ຄມສ ເຊິ່ງຈະຈັດຂຶ້ນພ້ອມກັນກັບກອງປະຊຸມສໍາມະ ນາສາກົນ ໃນວັນທີ 2-5 ເມສາ 2023 ທີ່ຈະມາເຖິງນີ້ ຢູ່ນະ ຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ນະວັດຕະກໍາໃໝ່ ແລະ ການ ຮ່ວມມືເພື່ອຄໍ້າປະກັນຄວາມໜັ້ນຄົງດ້ານນໍ້າ ແລະ ເພື່ອການພັດທະນາແບບຍືນຍົງຂອງແມ່ນໍ້າຂອງ” ເຊິ່ງທ່ານໄດ້ກ່າວວ່າ: ກອງປະຊຸມສຸດຍອດຄັ້ງນີ້ ຈະໄດ້ສົນທະນາກ່ຽວກັບສະພາບການປັດຈຸບັນ ຂອງການພັດທະນາພາກພື້ນ ບັນຫາທ້າທາຍ ແລະ ໂອກາດຕ່າງໆ ໃນອ່າງແມ່ນໍ້າແຫ່ງນີ້ ພ້ອມທັງຈະຢ້ຳຄືນການສະໜັບສະໜູນຂອງປະເທດເຫຼົ່ານີ້ ຕໍ່ກັບພາລະໜ້າທີ່ ຂອງ ຄມສ ເຊິ່ງຈະເປັນການສົ່ງເສີມການຮ່ວມມືລະດັບພາກພື້ນ ແລະ ການພັດທະນາດ້ວຍຄວາມຮັບຜິດຊອບ ໃນບັນດາ ປະເທດແມ່ນໍ້າຂອງທັງ 4 ປະເທດ.

ໂດຍອີງຕາມບົດລາຍງານສະຖານະພາບຂອງອ່າງແມ່ນໍ້າຂອງ ທີ່ໄດ້ຈັດພິມເຜີຍແຜ່ໃນປີ 2019 ນັ້ນ ບັນດາຕົວຊີ້ວັດດ້ານ ສິ່ງແວດລ້ອມຫຼາຍຕົວໄດ້ກາຍມາເປັນສີແດງ ທີ່ເຕືອນໃຫ້ທຸກພາກສ່ວນຕ້ອງຮ່ວມກັນແກ້ໄຂ ໂດຍສະເພາະແມ່ນຕົວຊີ້ວັດ ທີ່ກ່ຽວຂ້ອງກັບການໄຫຼຂອງນໍ້າ ແລະ ການເຄື່ອນຍ້າຍຂອງຕະ ກອນ ເຂດດິນທາມ ເຂດສັນປັນນໍ້າ ແລະ ຊີວະນາໆພັນ ເພື່ອແກ້ໄຂບັນຫາທ້າທາຍຂອງແມ່ນໍ້າຂອງ ນັ້ນ ຄມສ ເບິ່ງເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງເອົາໃຈໃສ່ໃນວຽກງານແລກ ປ່ຽນຂໍ້ມູນ ແລະ ການປະສານງານກັບບັນດາໂຄງການກໍ່ສ້າງໂຄງລ່າງພື້ນຖານທາງນໍ້າ ແລະ ຈໍາເປັນຕ້ອງຫ້າວຫັນຫຼາຍຂຶ້ນ ໃນການວາງແຜນການລະດັບພາກພື້ນ ເພື່ອພັດທະນາບັນດາໂຄງການຮ່ວມລົງທຶນຕ່າງໆ ນອກຈາກນັ້ນ ກໍຍັງມີຄວາມຈໍາ ເປັນທີ່ຕ້ອງຮ່ວມງານຫຼາຍຂຶ້ນກັບປະເທດຈີນ ແລະ ປະເທດມຽນມາ ເພື່ອວ່າທັງ 6 ປະເທດນີ້ ຈະສາມາດຮ່ວມມືກັນປົກ ປ້ອງແມ່ນໍ້າຂອງ.

ທ່ານ ດຣ.ອານຸລັກ ກິດຕິຄຸນ ກ່າວອີກວ່າ: ຄມສ ໄດ້ບັນລຸຜົນສໍາເລັດຈໍານວນໜຶ່ງແລ້ວ ໃນການຊ່ວຍ ເຫຼືອດ້ານວິຊາການ ສໍາລັບການຮ່ວມມືລະດັບພາກພື້ນ ເຮັດໃຫ້ການພັດທະນາແມ່ນໍ້າຂອງມີຄວາມຍືນຍົງ ລວມທັງການສໍາເລັດເອກະສານ ຍຸດທະສາດພັດທະນາອ່າງແມ່ນໍ້າຂອງ ເຊິ່ງເປັນຍຸດທະສາດພິມຂຽວ ສໍາລັບອ່າງນໍ້າທັງໝົດ ບັນດາປະເທດສະມາຊິກທັງ 4 ປະເທດ ໄດ້ຮັບຮອງເອົາຄໍາແນະນໍາຂອງ ຄມສ ສໍາລັບ ການພັດທະນາພະລັງງານທາງນໍ້າລຽບຕາມແມ່ນໍ້າຂອງ ສິ່ງດັ່ງກ່າວ ມານີ້ ແມ່ນເພື່ອຮັບ ປະກັນວ່າ ຜົນກະທົບຂ້າມຊາຍແດນຈາກການພັດທະນາໂຄງລ່າງພື້ນຖານໃນອະນາຄົດ ຈະໄດ້ຮັບການ ຫຼຸດຜ່ອນໃຫ້ໜ້ອຍລົງ ພ້ອມທັງຮັບປະກັນຄວາມສົມດູນລະຫວ່າງ ການຂະຫຍາຍຕົວທາງເສດຖະ ກິດ ແລະ ຄວາມຍືນຍົງ ດ້ານສິ່ງແວດລ້ອມ.

error: Content is protected !!