ຫາລືເນື້ອໃນແບບສອບຖາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະທດຄັ້ງທີ 5

     ກອງປະຊຸມປຶກສາຫາລືກ່ຽວກັບເນື້ອໃນແບບສອບຖາມກ່ຽວກັບການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ ອາໄສທົ່ວປະທດ ຄັ້ງທີ 5 ປີ 2025 (PHC 2025) ຈັດຂຶ້ນວັນທີ 30 ມີນາ 2023 ທີ່ໂຮງແຮມແລນມາກ ມີທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ທ່ານນາງ ມາລຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ທ່ານ Michael Ronning ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ພອນສະຫຼີ ສຸກສະຫວັດ ກ່າວວ່າ ເພື່ອໃຫ້ສາມາດກໍາໄດ້ສະພາບການປ່ຽນແປງການເຄື່ອນເໜັງຂອງທຸກສະພາບການໃນແຕ່ລະໄລຍະຢ່າງເລິກເຊິ່ງນັ້ນ ວຽກງານສະຖິຕິເປັນວຽກງານໜຶ່ງ ທີ່ມີບົດບາດສຳຄັນ ແລະ ຮຽກຮ້ອງໃຫ້ມີການປັບປຸງຢ່າງເປັນລະບົບຕໍ່ເນື່ອງ ເພື່ອສະໜອງຂໍ້ມູນໃຫ້ແກ່ລັດຖະບານ ເປັນບ່ອນອີງໃນການຕັດສິນການວາງນະໂຍບາຍຕ່າງໆໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ໃນກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດໄດ້ກຳນົດ ຢ່າງຈະແຈ້ງກ່ຽວກັບບົດບາດໜ້າທີ່ຂອງແຕ່ລະພາກສ່ວນໃນການຈັດຕັ້ງປະຕິບັດການສຳຫຼວດຂໍ້ມູນສະຖິຕິຕ່າງໆທີ່ຈໍາເປັນໃນແຕ່ລະໄລຍະ ເຊິ່ງໜຶ່ງໃນນັ້ນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນສຳຫຼວດ ໃນທຸກໆ 10 ປີ ໂດຍແມ່ນສູນສະຖິຕິແຫ່ງຊາດເປັນເຈົ້າການຫຼັກໃນການຈັດຕັ້ງປະຕິບັດ ເຊິ່ງຜ່ານການ ສຳຫຼວດດັ່ງກ່າວໃນ 4 ຄັ້ງທີ່ຜ່ານມາໄດ້ສະໜອງຂໍ້ມູນທີ່ສຳຄັນກ່ຽວກັບສະພາບການດໍາລົງຊີວິດຂອງ ພົນລະເມືອງ ບັນຫາທາງດ້ານສຸຂະພາບ ແລະ ໂພສະນາການຂອງແມ່ຍິງ ແລະ ເດັກນ້ອຍ ການເຂົ້າເຖິງການບໍລິການຕ່າງໆຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ເປັນແຫຼ່ງຂໍ້ມູນທີ່ສຳຄັນ ແລະ ນຳໃຊ້ເຂົ້າໃນການປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ເປັນບ່ອນອີງໃຫ້ແກ່ການສ້າງແຜນ 5 ປີ ຄັ້ງທີ IX ແລະ ການສ້າງບົດລາຍງານແຫ່ງຊາດແບບສະໝັກໃຈ ຄັ້ງທີ 1 ແລະ 2 (VNR1 ແລະ VNR2) ຂອງລັດຖະບານ ເຊິ່ງການສໍາຫຼວດດັ່ງກ່າວການກະກຽມເນື້ອໃນແບບສອບຖາມແມ່ນສຳຄັນຫຼາຍຕ້ອງໄປຕາມຈຸດປະສົງຂອງການສໍາຫຼວດເພື່ອໃຫ້ໄດ້ຂໍ້ມູນທີ່ຕ້ອງການ ແລະ ມີຄຸນນະພາບຕາມຄາດໝາຍ ສອດຄ່ອງກັບບຸລິມະສິດຂອງການພັດທະນາປະເທດ.    

ເນື້ອໃນຂອງແບບສອບຖາມໃນຄັ້ງນີ້ ແມ່ນອີງໃສ່ບັນດາຄຳຖາມຂອງການສໍາຫຼວດໃນຄັ້ງທີ 4 ປີ 2015 ທີ່ຜ່ານມາ ເປັນພື້ນຖານ ແລະ ໄດ້ມີການເພີ່ມບາງເນື້ອໃນຄຳຖາມເຊັ່ນ ພາກແຮງງານ ພາກການເຄື່ອນຍ້າຍເພື່ອໃຫ້ມີຄວາມຄົບຖ້ວນຂອງການເກັບກຳຂໍ້ມູນຈາກການສໍາຫຼວດ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການ.

error: Content is protected !!