ປີ 2023 ກະຊວງ ສຶກສາທິການ ແລະ ກີລາ ຈະສືບຕໍ່ຈັດຕັ້ງປະຕິບັດຫຼາຍໜ້າວຽກສຳຄັນ

    ຈາກຜົນຂອງກອງປະຊຸມເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານການຮ່ວມມືກັບຕ່າງປະເທດ ໂດຍຜ່ານປະຕູດຽວ ໃນຂະແໜງການສຶກສາ ແລະ ກີລາ ປະຈຳປີ 2022 ແລະ ແຜນປີ 2023 ໃນວັນທີ 29 ມີນາ 2023 ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ ໂດຍເປັນປະທານຂອງ ທ່ານ ນາງ ສິລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າປະເທດ ກະຊວງ ສສກ ໄດ້ຊີ້ໃຫ້ເຫັນຜົນສຳເລັດຫຼາຍໜ້າວຽກ ສຳຄັນ.

ໂດຍສະເພາະ ທ່ານ ພູວັນ ວົງສຸທິ ຮອງຫົວໜ້າກົມຮ່ວມມືກັບຕ່າປະເທດ ກະຊວງ ສສກ ໄດ້ລາຍງານສະຫຼຸບການເຄືອນໄຫວວຽກງານຮ່ວມມືກັບຕ່າງປະເທດ ປະຈຳປີ 2022 ແລະ ແຜນການເຄື່ອນໄຫວປະຈຳປີ 2023 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງພາລະບົດບາດ ຜົນງານທີ່ພົ້ນເດັ່ນ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າຍຕ່າງໆ ໂດຍສະເພາະໜ້າວຽກສຳຄັນ ທີ່ຈະໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດ ໃນປີ 2023 ເປັນຕົ້ນ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກ ໂດຍສະເພາະກະກຽມ ແລະ ລົງນາມໃນແຜນການຮ່ວມມື ປະຈຳປີ 2023 ລະຫວ່າງ ກະຊວງ ສສກ ຂອງ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ ແລະ ອະນຸສັນຍາຮ່ວມມືວ່າດ້ວຍການກໍ່ສ້າງບຸກຄະລາກອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະສານງານ ແລະ ອໍານວຍຄວາມສະດວກໃນຊຸດຮຽນກຽມພາສາຫວຽດຂັ້ນ

ພື້ນຖານ ໄລຍະ 3-4 ເດືອນ ໃຫ້ແກ່ນັກສຶກສາ ແລະ ພະນັກງານ ທີ່ໄດ້ຮັບທຶນການສຶກສາຈາກ ລັດຖະບານ ສສ ຫວຽດນາມ ເພື່ອກຽມໄປຮຽນຕໍ່ທີ່ ສສ ຫວຽດນາມ ຮັບຕ້ອນ ແລະ ຈັດສົ່ງຄູຫວຽດນາມ ຈຳນວນ 35 ທ່ານ ທີ່ມາປະຈຳການສອນພາສາຫວຽດຢູ່ບັນດາກະຊວງ ອົງການ ມະຫາວິທະຍາໄລ ວິທະຍາໄລ ແລະ ໂຮງຮຽນສາມັນ ຢູ່ແຂວງພາກເໜືອ ແລະ ໃຕ້ ຂອງ ສປປ ລາວ ກະກຽມ ແລະ ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານວິທະຍາສາດ ລະຫວ່າງ ກະຊວງ ສສກ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ລົງຕິດຕາມຊຸກຍູ້ໂຄງການຮ່ວມມືໃນຂະແໜງການສຶກສາ ແລະ ກິລາ ລະຫວ່າງ 10 ແຂວງພາກເໜືອ ຂອງ ສປປ ລາວ ແລະ ພະແນກສຶກສາແຂວງຢຸນນານ, ສປ ຈີນ ຈັດກອງປະຊຸມຖອດຖອນບົດຮຽນເພື່ອຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານການຮ່ວມມື ລາວ-ຝຣັ່ງ ສືບຕໍ່ຮ່ວມມືກັບພະແນກສຶກສາ ແຂວງຈຸງຈ໋ອງນາມໂດ ສ ເກົາຫຼີ ເພື່ອຈັດຝຶກອົບຮົມໄອຊີທີໃຫ້ກັບຄູ ແລະ ພະນັກງານຂະແຫນງການສຶກສາ ແລະ ກີລາ ແລະ ສືບຕໍ່ປະສານກັບກະຊວງການສຶກສາຊັ້ນສູງ ວິທະຍາສາດ ແລະ ນະວັດຕະກໍາ ປະເທດໄທ ກ່ຽວກັບການຈັດສັນ ແລະ ປະກາດຮັບສະໝັກທຶນການສຶກສາ 700 ທືນ ທີ່ລັດຖະບານໄທ ມອບໃຫ້ ສປປ ລາວ ເພື່ອໃຫ້ສາມາດສົ່ງນັກສຶກສາໄປຮຽນໃນປີ 2023 ແລະ ວຽກງານປິ່ນອ້ອມອື່ນໆອີກຈຳນວນໜຶ່ງ.

error: Content is protected !!