ນາຊາຍທອງ ແຂ່ງຂັນສິລະປະວັນນະຄະດີ ປະຈໍາປີ 2023

ງານແຂ່ງຂັນສິລະປະວັນນະຄະດີ ຂອງຊາວໜຸ່ມເມືອງນາຊາຍທອງ ຈັດຂຶ້ນວັນທີ 29 ມີນາ 2023 ທີ່ສວນພຶດສາ ບ້ານດານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ທ່ານ ນາງ ລັດດາພອນ ປອນສາຍຄໍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ ທ່ານ ນາງ ປາວິນາ ສຸຂະບັນດິດ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງນາຊາຍທອງ ພ້ອມດ້ວຍ ຜູ້ຕາງໜ້າຈາກຫ້ອງການ ຂະແໜງການ ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ການຈັດງານຄັ້ງນີ້ ເພື່ອເປັນການສ້າງຂະບວນການຄຳນັບຊົມເຊີຍ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ທີ່ຈະມາເຖິງໃນມໍ່ໆນີ້ ແລະ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງຄະນະບໍລິຫານງານຊາວໜຸ່ມເມືອງນາຊາຍທອງ ໃຫ້ປະກົດຜົນເປັນຈິງ ເປັນການກວດກາຊີ້ນໍາ-ນໍາພາ ຂອງຄະນະຊາວໜຸ່ມ ກະຕຸກຊຸກຍູ້ ແລະ ຍົກສູງພາລະບົດບາດການຈັດຕັ້ງຄະນະຊາວໜຸ່ມແຕ່ລະຂັ້ນໃຫມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ ພ້ອມດຽວກັນ ເພື່ອເຮັດໃຫ້ຊາວໜຸ່ມ-ໄວໜຸ່ມ ທີ່ສັງກັດຢູ່ແຕ່ລະຮາກຖານ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນ ໃນການຊີ້ນໍາ-ນໍາພາ ເຄື່ອນໄຫວກິດຈະກໍາດ້ານຕ່າງໆ ກ້າສະແດງອອກທາງດ້ານຄວາມສາມາດ ແລະ ພອນສະຫວັນຂອງຕົນ ເປັນສ່ວນໜຶ່ງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນການແກ້ໄຂບັນຫາສິ່ງເສບຕິດ ເປັນການຊັກຊວນເຮັດໃຫ້ຊາວໜຸ່ມ-ໄວໜຸ່ມ ຫັນມາເຂົ້າຮ່ວມເຄື່ອນໄຫວດ້ານກິດຈະກໍາຕ່າງໆນໍາອົງການຈັດຕັ້ງໃຫ້ຫຼາຍຂຶ້ນ.

    ໃນງານດັ່ງກ່າວ ມີກິດຈະກໍາເຂົ້າຮ່ວມສະແດງ ແລະ ແຂ່ງຂັນ 6 ກິດຈະກໍາ ຄື: ຂັບລໍາທ້ອງຖິ່ນ ຮ້ອງເພງດຽວ ຟ້ອນລວມໝູ່ຍິງ-ຊາຍ ຕອບຄໍາຖາມວິທະຍາສາດ ເດີນແບບອາພອນທີ່ປະດິດຈາກສິ່ງເສດເຫຼືອ ອານຸລັກຮັກສາສິ່ງແວດລ້ອມ ແລະ ແຂ່ງຂັນກີລາເປຕັງ.

error: Content is protected !!