ເຈົ້າຄອງ ນວ ເນັ້ນສ້າງທຸລະກິດເຂັ້ມ​ແຂງ ເພື່ອເປັນກໍາລັງແຮງໃຫ້ການພັດທະນາເສດຖະກິດ

ກອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ (ສຄອ ນວ) ຈັດຂຶ້ນວັນທີ 27 ມີນາ 2023 ຢູ່ຫໍປະ ຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງວຽງຈັນ ທ່ານ ມະໂນ ທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ມີບັນດາຫົວໜ້າພະແນກການ ພ້ອມດ້ວຍສະມາຊິກ ສຄອ ນວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໂອກາດນີ້ ທ່ານ ສັງຄົມ ຈັນສຸກ ປະທານ ສຄອ ນວ ກ່າວວ່າ: ໃນໄລຍະຜ່ານມາ ສຄອ ນວ ກໍໄດ້ອອກແຮງຊອກຫາແນວທາງ ການພັດທະນາ ແລະ ສົ່ງເສີມໃນວຽກງານດັ່ງກ່າວ ໃນໄລຍະເກີດການແຜ່ລະ ບາດຂອງພະຍາດ ໂຄວິດ-19 ສຄອ ນວ ພ້ອມ ດ້ວຍຄະນະບໍລິຫານງານ ແລະ ສະມາຊິກ ກໍໄດ້ສົມທົບກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ລະດົມນໍ້າຈິດ ນໍ້າໃຈປະກອບສ່ວນເພື່ອຊ່ວຍເຫຼືອ ນວ ໃນມູນຄ່າ 400 ກວ່າລ້ານກີບ ເພື່ອພ້ອມກັນໃຫ້ຫຼຸດພົ້ນອອກຈາກການແຜ່ລະບາດ ພະຍາດໂຄວິດ-19 ໃຫ້ໄດ້ ນອກຈາກນັ້ນ ບັນດາສະມາຊິກຈໍານວນຫຼວງຫຼາຍຍັງໄດ້ປະກອບສ່ວນ ໃຫ້ແກ່ບັນດາຜູ້ໄດ້ຮັບຜົນ ກະທົບໂດຍກົງ ແລະ ປະກອບສ່ວນ ໃຫ້ແກ່ບັນດາອົງການຈັດຕັ້ງຂອງລັດ ເຊັ່ນ: ຫ້ອງການ ປກສ ປກຊ ບັນ ດາໂຮງໝໍ ຫຼື ແພດໝໍຜູ້ປະຕິບັດໜ້າທີ່ໃນການຕ້ານພະຍາດໂຄວິດ-19 ຫຼັງຈາກການແຜ່ລະບາດຂອງພະ ຍາດໂຄວິດ-19 ໄດ້ເບົາບາງລົງ ທາງ ສຄອ ນວ ກໍໄດ້ເປັນເຈົ້າການຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ນວ ໃນການຊີ້ນໍາ-ນໍາພາ ແກ່ພາກສ່ວນ ທຸລະກິດ ເພື່ອຟື້ນຟູທຸລະກິດທີ່ໄດ້ຮັບຜົນກະທົບ ຈາກພະ ຍາດໂຄວິດ-19 ໄດ້ຈັດກອງປະຊຸມປຶກສາຫາລືຫຼາຍຄັ້ງ.

ແນວໃດກໍຕາມ ສຄອ ນວ ຈະສືບຕໍ່ສູ້ຊົນເພື່ອປະກອບສ່ວນເຂົ້າໃນພາລະກິດ ຕາມທິດທາງນະໂຍ ບາຍຂອງພັກ-ລັດ ໃນການ ປະຕິບັດວາລະແຫ່ງຊາດ ຄືການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ການຕ້ານຢາເສບຕິດສ້າງໃຫ້ ສຄອ ນວ ເປັນອົງ ການຈັດຕັ້ງສັງຄົມຂອງທຸລະກິດທີ່ເຂັ້ມແຂງ ຮອບດ້ານເປັນສູນບໍລິການ ສຶກສາຄົ້ນຄວ້າສະໜອງຂໍ້ມູນຂ່າວສານ ແລກປ່ຽນ ຄໍາຄິດຄໍາເຫັນປະສົບການ ແລະ ປະກອບຄໍາຄິດຄໍາເຫັນແກ່ພາກລັດ ຈັດຕັ້ງປັບປຸງບໍາລຸງ ສ້າງສະມາຊິກບໍລິຫານຈັດຕັ້ງໃຫ້ ເຂັ້ມແຂງ ເປັນຄູ່ຮ່ວມພັດ ທະນາເປັນ ນັກຮົບປະຕິວັດ ຮ່ວມການພັດທະນາເສດຖະກິດສັງຄົມ ນວ.

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ:ຜ່ານການຟັງບົດລາຍງານຂອງ ປະທານສະພາການຄ້າ ແລະ ອຸດສາຫະກໍາ ນວ ໃນໄລຍະ 3 ປີຜ່ານມາ ທາງ ສຄອ ນວ ກໍໄດ້ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ຄະນະບໍລິຫານງານໄດ້ສຸມໃສ່ສະຕິປັນຍາ ເສຍສະຫຼະທາງດ້ານວັດຖຸ ເຫື່ອແຮງນໍາພາຫົວໜ່ວຍທຸລະກິດເຄື່ອນໄຫວຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ເຮັດ ໃຫ້ມີການເຕີບໃຫຍ່ຂະຫຍາຍໂຕ ແລະ ຈະກ້າວໄປຂ້າງໜ້າຢ່າງມີປະສິດຕິຜົນ ເຊິ່ງ ສຄອ ນວ ສາມາດເຄື່ອນໄຫວ ແລະ ເຕົ້າ ໂຮມບັນດານັກທຸລະກິດເຂົ້າມາເປັນສະມາຊິກ ຮອດປັດຈຸ ບັນມີສະມາຊິກຮອດ 200 ກວ່າຫົວໜ່ວຍທຸລະກິດຕົວເລກ ດັ່ງ ກ່າວເຫັນວ່າມີການສູ້ຊົນພໍສົມຄວນ ໃນອະນາຄົດ ຮຽກຮ້ອງໃຫ້ບັນດາຫົວໜ່ວຍທຸລະກິດ ທີ່ຍັງບໍ່ທັນໄດ້ເຂົ້າເປັນສະມາ ຊິກຊ່ວຍສ້າງເງື່ອນໄຂໃຫ້ເຂົ້າມາຢູ່ໃນອົງການຈັດຕັ້ງ ເພື່ອສ້າງຄວາມເຂັ້ມແຂງເປັນໝູ່ຄະນະຢູ່ໃນສະພາການຄ້າ ຫຼື ເປັນສະ ມາຄົມ ເປັນສະຫະກອນຕ່າງໆ ຈະໄດ້ເປັນກໍາລັງແຮງໃນການຕໍ່ລອງທາງດ້ານການຕະຫຼາດ ແລະ ການເຂົ້າຫາແຫຼ່ງທຶນ.

ປັດຈຸບັນນີ້ ສະພາການຄ້າ ແລະ ອຸດສາຫະກໍາ ນວ ຂັ້ນເມືອງ 9 ຕົວເມືອງ ກໍໄດ້ສໍາເລັດແລ້ວ ຈຶ່ງຮຽກຮ້ອງໃຫ້ສືບຕໍ່ຕາມພາລະ ບົດບາດຂອງຕົນເອງ ສ້າງຄວາມເຂັ້ມແຂງທາງດ້ານທຸລະກິດ ຢູ່ຂັ້ນພື້ນຖານ ເພື່ອເປັນກໍາລັງແຮງໃຫ້ແກ່ການພັດທະນາເສດ ຖະກິດ ຂັ້ນສູນກາງ ກໍຄື ນວ ໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ໃນປີ 2023 ນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພາກທຸລະກິດ ຈົ່ງ ໄດ້ພ້ອມກັນເປັນເຈົ້າພາບທີ່ດີ ຕ້ອນຮັບແຂກທີ່ເຂົ້າມາທ່ອງທ່ຽວໃນ ສປປ ລາວ ເວົ້າລວມ ເວົ້າສະເພາະໃນ ນວ ໃຫ້ນັບມື້ ຫຼາຍຂຶ້ນ.

ໃນກອງປະຊຸມ ຍັງໄດ້ເລືອກເອົາຄະນະບໍລິຫານງານ ຊຸດໃໝ່ ຈໍານວນ 33 ທ່ານ ປະກອບມີ:ທ່ານ ສັງຄົມ ຈັນສຸກ ເປັນປະ ທານອີກ 1 ສະໄໝ ສ່ວນຮອງປະທານ ມີ 6 ທ່ານ ຄື:ທ່ານ ຄໍາຫຼ້າ ນາກຄະວົງ ທ່ານ ບຸນທ່ຽງ ລັດຕະນະວົງ ທ່ານ ນາງ ດວງ ມາລາ ພົມມະວົງ ທ່ານ ຄໍາໝັ້ນ ໄຊຍະແສງ ທ່ານ ພອນປະເສີດ ອິນທະສອນ ແລະ ທ່ານນາງ ຈັນທອງ ຄໍາວິໄລທອງ ຂະນະ ທີ່ ປະທານກວດກາ ແມ່ນທ່ານ ຊື່ນຊ່ວງ ດວງຕາວິໄລ.

error: Content is protected !!