ເຜີຍແຜ່ການຈັດຕັ້ງປະຕິບັດສາລະບານສິນຄ້າປີ 2022 ໃຫ້ເຈົ້າໜ້າທີ່ພາສີ

ໃນວັນທີ 28 ມີນາ 2023 ທີ່ນະຄອນຫຼວງວຽງຈັນ  ກົມພາສີ ກະຊວງການເງິນ ໄດ້ຈັດກອງ ປະຊຸມເຜີຍແຜ່ ແລະ ເຝິກອົບຮົມເພື່ອການຈັດຕັ້ງປະຕິບັດສາລະບານສິນຄ້າ ສະບັບປີ 2022 (AHTN 2022) ໃຫ້ພາສີປະຈຳແຂວງ ນະຄອນຫຼວງ ດ່ານພາສີຊາຍແດນ ແລະ ພາກທຸລະກິດ ໂດຍການເປັນປະທານຂອງທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ກະຊວງການເງິນ ມີຫົວໜ້າ-ຮອງຫົວໜ້າພະແນກການອອ້ມຂ້າງກົມ ຮອງຫົວໜ້າພາສີປະຈຳແຂວງ ນະຄອນຫຼວງ ຫົວໜ້າ-ຮອງຫົວໜ້າດ່ານພາສີຊາຍແດນ ເຈົ້າໜ້າທີ່ພາສີ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ຊຸດເຝິກອົບຮົມໃນຄັ້ງນີ້ ເພື່ອເຜີຍແຜ່ສາລະບານສິນຄ້າລະບົບເອກະພາບອາຊຽນ ສະບັບປີ 2022 (AHTN 2022) ຂອງ ສປປ ລາວ ທີ່ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໂດຍລັດຖະບານຕາມຂໍ້ຕົກລົງ ສະບັບເລກທີ 91/ນຍ ລົງວັນທີ 16 ມັງກອນ 2023 ໄດ້ປ່ຽນແທນສາລະບານສິນຄ້າລະບົບເອກະພາບອາຊຽນສະບັບປີ 2017 (AHTN 2017) ແລະ ຄາດວ່າຈະໄດ້ຕັ້ງປະຕິບັດໃນຂອບເຂດ ທົ່ວປະເທດໃນໄວໆ.

ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ໃຫ້ຮູ້ວ່າ: ສາລະບານສິນຄ້າ ສະບັບປີ 2022 (AHTN 2022) ແມ່ນມີ 8 ຕົວເລກ ເຊິ່ງໄດ້ຖືກນຳໃຊ້ ແລະ ປັບປຸງຢ່າງເປັນເອກະພາບໂດຍ 10 ປະເທດອາຊຽນໃນທຸກໆ 5 ປີ ໂດຍອີງຕາມສາລະບານລະບົບເອກະພາບ (HS) ຂອງອົງການພາສີໂລກ (WCO) HS ຂອງອົງການພາສີໂລກແມ່ນມີ 6 ຕົວເລກທີ່ຖືກປັບປຸງທຸກໆ 5 ປີນີ້ເພື່ອສະທ້ອນເຖິງການປ່ຽນແປງທາງດ້ານເຕັກໂນໂລຢີ ແລະ ການຄ້າດ້ານຜະລິດຕະພັນໃນແຕ່ລະໄລຍະ.

ສາລະບານລະບົບເອກະພາບ (HS 2022) ເລີ່ມມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2022 (ແທນທີ່ HS 2017) ສາລະບານສິນຄ້າລະບົບເອກະພາບໃນພາສາອັງກິດແມ່ນ Harmonized_Commodity Description and Coding System ຫຼື ເອີ້ນຫຍໍ້ວ່າ HS ທີ່ຖືກອອກແບບມາເພື່ອກຳນົດໃຫ້ປະເພດສິນຄ້າທັງໝົດທີ່ເຄື່ອນຍ້າຍຂ້າມຊາຍແດນມີຕົວເລກລະຫັດໃນລັກສະນະເປັນເອກະພາບໃນທົ່ວໂລກ.

ສຳລັບ HS ແມ່ນໜຶ່ງໃນເຄື່ອງມືທີ່ປະສົບຜົນສຳເລັດຫຼາຍທີ່ສຸດຖືກພັດທະນາ ໂດຍອົງການພາສີໂລກ (WCO) ເພາະວ່າສາມາດແກ້ໄຂຄວາມຕ້ອງການພື້ນຖານຂອງລັດຖະບານ ຄວາມສາມາດໃນການຈັດປະເພດສິນຄ້າທີ່ຖືກຊື້ຂາຍ ຊ່ວຍໃຫ້ລັດຖະບານສາມາດວາງນະໂຍບາຍ ສຳລັບສິນຄ້າແຕ່ລະປະເພດໄດ້ຢ່າງມີປະສິດທິພາບເປັນຕົ້ນ: ອັດຕາພາສີ ສິນຄ້າຄວບຄຸມ ເກືອດຫ້າມ ແລະ ການນໍາໃຊ້ສະຖິຕິເພື່ອສະຫນັບສະໜູນນະໂຍບາຍ ແລະ ການວາງແຜນທີ່ກ່ຽວຂ້ອງກັບເສດຖະກິດ ແລະ ການຄ້າ.

ຍ້ອນຂໍ້ສະດວກຂອງການນຳໃຊ້ HS ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າສາກົນ ປະເທດສະມາ ຊິກອາຊຽນ ຈຶ່ງໄດ້ຕັດສິນໃຈພັດທະນາເພີ່ມເຕີມຈາກ HS ຂອງອົງການພາສີໂລກໃນລະດັບ 6 ຕົວເລກໃຫ້ເປັນສາລະບານລະບົບຢ່າງເອກະພາບອາຊຽນ (AHTN) ທີ່ມີລະດັບ 8 ຕົວເລກ ສຳລັບ ສປປ ລາວ ເປັນສະມາຊິກຂອງອົງການພາສີໂລກ ແລະ ອາຊຽນ ຈຶ່ງມີພັນທະທີ່ຕ້ອງຈັດຕັ້ງປະຕິບັດສາລະບານ AHTN 2022 ບໍ່ພຽງແຕ່ຂະແໜງການພາສີ ແຕ່ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ແລະ ເອກະຊົນ ຕ້ອງເອົາໃຈໃສ່ຕໍ່ການນຳໃຊ້ AHTN 2022 ໃຫ້ມີປະສິດທິພາບ.

ສຳລັບຊຸດເຝິກອົບຮົມດັ່ງກ່າວຈະໄດ້ດຳເນີນເປັນເວລາ 4 ວັນ​ ເລີ່ມແຕ່ວັນທີ 28-31 ມີນາ 2023 ສຳລັບວັນທີ 28-29 ມີນາ 2023 ແມ່ນເຝິກອົບຮົມໃຫ້ເຈົ້າໜ້າພາສີ ວັນທີ 30-31 ມີນາ 2023 ເຝິກອົບຮົມໃຫ້ພາກທຸລະກິດ ຜູ້ປະກອບການຕ່າງໆ.

error: Content is protected !!