ວາງສີລາລຶກໂຄງການກໍ່ສ້າງສູນເຝິກອົບຮົມຄວາມປອດໄພ ສຸຂະພາບແຮງງານ ແລະ ສິ່ງແວດລ້ອມ ໃນສະຖານທີ່ເຮັດວຽກ

    ພິທີວາງສີລາລຶກໂຄງການກໍ່ສ້າງສູນເຝິກອົບຮົມຄວາມປອດໄພ ສຸຂະພາບແຮງງານ ແລະ ສິ່ງແວດລ້ອມ ໃນສະຖານທີ່ເຮັດວຽກຂອງບໍລິສັດ ອິນດັດສ໌ເທັກ ຈໍາກັດ ຈັດຂຶ້ນວັນທີ 24 ມີນາ 2023 ຢູ່ສູນດັ່ງກ່າວ ບ້ານນາຄວາຍກາງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ ທ່ານ ປຣະກາດ ບຸດຕະມາດ ຜູ້ອໍານວຍການບໍລິສັດ NPC ຈາກປະເທດໄທ ທ່ານ ຈັນດາວົງ ສຸດທິທໍາ ຜູ້ອໍານວຍການບໍລິສັດ ຢູນິກເທັກ ຈໍາກັດ ທ່ານ ພອນສະຫວັນ ໄຊປັນຍາ ຜູ້ອໍານວຍການບໍລິສັດ ອິນດັດສ໌ເທິກ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ພອນສະຫວັນ ໄຊປັນຍາ ກ່າວວ່າ: ບໍລິສັດ ອິນດັດສ໌ເທິກ ຈໍາກັດ ມີພື້ນຖານຈາກການເຮັດບໍລິ ການດ້ານຄວາມປອດໄພສຸຂະພາບແຮງງານ ແລະ ສິ່ງແວດລ້ອມໃນສະຖານທີ່ເຮັດວຽກ ທີ່ຈະກໍ່ໃຫ້ເກີດເປັນພະຍາດອາຊີບ ຈຶ່ງມີຄວາມຄິດຢາກສ້າງວັດທະນະທຳຄວາມປອດໄພຢູ່ ສປປ ລາວ ໄປຄຽງຄູ່ກັບການພັດທະ ນາເສດຖະກິດ-ສັງຄົມແບບຍຶນຍົງ ຄວາມປອດໄພສຸຂະພາບແຮງງານ ແລະ ສິ່ງແວດລ້ອມ ແມ່ນວຽກທີ່ຈໍາເປັນ ແລະ ມີຄວາມສຳຄັນຫຼາຍ ຖ້າບໍ່ມີຄວາມປອດໄພໃນສະຖານທີ່ເຮັດວຽກ ກໍຈະເຮັດໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເສຍຜົນປະໂຫຍດຫຼາຍດ້ານ ທັງສົ່ງຜົນກະທົບກັບການພັດທະນາເສດຖະກິດ-ສັງຄົມທາງກົງ ແລະ ທາງອ້ອມ ສູນແຫ່ງນີ້ເປັນແຫ່ງທຳອິດໃນ ສປປ ລາວ ແລະ ຈະສືບຕໍ່ຂະຫຍາຍຕໍ່ໄປຕື່ມອີກໃນອະນາຄົດ ສຳລັບຫຼັກສູດທີ່ນຳມາສອນແມ່ນຫຼັກສູດມາດຕະຖານສາກົນ ເພື່ອຜັກດັນໃຫ້ອຸດສາຫະກຳໃນ ສປປ ລາວ ທຽບທັນກັບພາກພື້ນ ແລະ ສາກົນ ໂດຍສະເພາະຄວາມປອດໄພແຮງງານ ຖ້າອຸດສາຫະກຳໃດບໍ່ມີຄວາມປອດໄພ ກໍຈະສົ່ງຜົນກະທົບຕໍ່ອົງກອນນັ້ນ ໃນໄລຍະຜ່ານບໍລິສັດພວກເຮົາໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ເອົາປະສົບການນໍາບັນດາບໍລິສັດຢູ່ຕ່າງປະເທດ ແລະ ມີຄູ່ຮ່ວມງານຕ່າງປະເທດ ໂດຍສະເພາະສິງກະໂປ ມາເລເຊຍ ແລະ ໄທ ສູນແຫ່ງນີ້ຈະມີເອົາຄູເຝິກທີ່ມີປະສົບການມາຈາກຫຼາຍປະເທດ ເພື່ອມາເຝິກຄົນລາວໃຫ້ເປັນຜູ້ຊ່ຽວຊານ ເຊິ່ງບໍລິສັດຂອງພວກເຮົາກໍໄດ້ກະກຽມຄວາມພ້ອມຫຼາຍດ້ານ ເຊັ່ນ: ວິສະວະກຳ ບຸກຄະລາກອນດ້ານເຕັກນິກ ເພື່ອໃຫ້ມີຄວາມພ້ອມໃນການພັດທະນາຫຼັກສູດໃຫ້ທັນກັບນາໆປະເທດ ຫຼັກສູດໃນການເຝິກອົບ ຮົມມີຫຼາຍຫຼັກສູດນັບແຕ່ການໃຊ້ໄຟຟ້າ ການເຮັດວຽກບ່ອນສູງ ເຮັດວຽກບ່ອນອັບອາກາດ ເຮັດວຽກກ່ຽວກັບສານເຄີມີອັນຕະລາຍ ກູ້ໄພ ດັບເພີງ ການໃຊ້ເຄຣນ ຜູ້ຮັບເໝົາວຽກງານກໍ່ສ້າງ ແລະ ອື່ນໆ ທີ່ກ່ຽວຂ້ອງກັບການເຮັດວຽກທຸກຂະແໜງການ ການສ້າງສູນແຫ່ງນີ້ຂຶ້ນ ອາດຈະບໍ່ສາມາດສ້າງກໍາໄລໃຫ້ບໍລິສັດ ເພາະມີການລົງທຶນເປັນຈໍານວນຫຼາຍ ແຕ່ຈະຊ່ວຍຜັກດັນໃຫ້ອຸດສາຫະກຳໃນ ສປປ ລາວ ທຽບທັນກັບສາກົນ ແລະ ສາ ມາດດຶງດູດນັກລົງທຶນເຂົ້າມາລົງໃຫ້ຫຼາຍຂຶ້ນ ເນື່ອງຈາກວຽກງານຄວາມປອດໄພແຮງງານ ມີຄວາມຈຳເປັນຕໍ່ການເຮັດວຽກໃນຫຼາຍຂະແໜງການ ຖ້າມີວັດທະນະທຳຄວາມຄວາມປອດໄພແລ້ວ ຈະສ້າງຄວາມໝັ້ນໃຈໃຫ້ກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຄາດວ່າໃນ 5 ປີຕໍ່ໜ້າຈະສາມາດເຮັດໃຫ້ຕົວເລກອຸປະຕິເຫດແຮງງານໃຫ້ຫຼຸດລົງ ໃນນີ້ຄາດວ່າການກໍ່ສ້າງສູນດັ່ງກ່າວຈະສຳເລັດໃນເດືອນກັນຍາ 2023 ນີ້.

    ທ່ານ ປຣະກາດ ບຸດຕະມາດ ກ່າວວ່າ: ອິນດັດສ໌ເທັກ ເລີ່ມດຳເນີນທຸລະກິດດ້ານຄວາມປອດໄພໃນ ສປປ ລາວ ເພາະຈະສາມາດສ້າງໂຫຍດໃຫ້ປະຊາຊົນ ກໍຄືຜູ້ອອກແຮງງານໃນ ສປປ ລາວ ເຊິ່ງຕ້ອງມີການຮ່ວມມືລະຫວ່າງພາກລັດ ພາກເອກະຊົນ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເປົ້າໝາຍສູງສຸດເພື່ອເຮັດໃຫ້ປະຊາຊົນທີ່ໃຊ້ແຮງງານ ມີຄວາມປອດໄພໃນການເຮັດວຽກ ເຊິ່ງບໍລິສັດ ອິນດັດສ໌ເທັກ ມີອຸດົມການທີ່ດີໃນການດຳເນີນທຸລະກິດດ້ານນີ້ ເຖິງວ່າຈະບໍ່ສ້າງກຳໄລຫຼາຍ ແຕ່ສາມາດເຮັດໃຫ້ປະຊາຊົນ ກໍຄືຜູ້ອອກແຮງງານມີຄວາມປອດໄພ ເຮັດໃຫ້ຜູ້ຮ່ວມເຮັດທຸລະກິດມີຄວາມສຸກ ເຊິ່ງຈະເປັນແຮງຜັກດັນໃນການເຮັດສິ່ງດີໆໃນ ສປປ ລາວ ຈຸດເລີ່ມຕົ້ນທີ່ດີຂອງ ອິນດັດສ໌ເທັກ ມີຄວາມຄິດທີ່ຈະສ້າງສູນເຝິກອົບຮົມ ສ້າງຜະລິດຕະພັນທີ່ກ່ຽວກັບຄວາມປອດໄພ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມປອດໃຫ້ປະຊາຊົນທີ່ໃຊ້ແຮງງານ ສໍາລັບການເຝິກອົບຮົມຈະມີການຮ່ວມກັບ NPC ເຊິ່ງເປັນບໍລິສັດທີ່ເຮັດວຽກກ່ຽວກັບການເຝິກອົບຮົມການຊ່ວຍເຫຼືອຄວາມປອດໄພຢູ່ປະເທດໄທ ໂດຍເອົາປະສົບການ ບົດຮຽນທີ່ຈັດຕັ້ງປະຕິບັດຢູ່ປະເທດໄທ ມາເປັນແບບຢ່າງໃນການພັດທະນາບໍລິສັດ ເຊັ່ນ: ການເຮັດວຽກບ່ອນສູງ ການເຮັດວຽກບ່ອນອັບອາກາດ ເຕັກນິກການດັບເພີງ ການເຊື່ອມ ການເຈຍ ການຕັດຕ່າງໆໃຫ້ມີຄວາມປອດໄພ ໃນນີ້ຈະມີການສົ່ງພະນັກງານຂອງບໍລິສັດ ອິນດັດສ໌ເທັກໄປເຝິກຈາກ NPC ຫຼື ສົ່ງວິທະຍາກອນມາໃຫ້ຄຳແນະນຳຕ່າງໆໃຫ້ພະນັກງານຢູ່ສູນນີ້.

error: Content is protected !!