ລັດຖະບານ ສປປ ລາວ ແລະ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ຈັດພິທິເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງນິຄົມ ອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ຢູ່ໂຮງແຮມແລນມາກ ເຊິ່ງເປັນ ໂຄງການນິຄົມອຸດສາຫະກໍາໝູນ ວຽນອັດສະລິຍະອາຊີ-ໂປຕາສ ສາກົນ ທີ່ວິສາຫະກິດກະກຽມມາ 1 ກວ່າປີນັ້ນ ຈະເລີ່ມດໍາເນີນງານຢ່າງເປັນທາງການ ແລະ ຈັດຕັ້ງປະຕິບັດຢ່າງຮອບດ້ານ.


ໂຄງການດັ່ງກ່າວໄດ້ກວມລວມການພັດທະນາແບບອຸດສາຫະກໍາ ແບບຕົວເມືອງ ແລະ ການດຶງດູດການລົງທຶນຂອງປະເທດ ລາວ ພ້ອມທັງຂະຫຍາຍໄປເຖິງການຫັນປ່ຽນກະສິກໍາດັ້ງເດີມ ໄປສູ່ກະສິກໍາທັນສະໄໝ ຍັງຈະຊຸກຍູ້ການເລັ່ງພັດທະນາຂະ ແໜງການບໍລິການຢ່າງຮອບດ້ານ ນິຄົມອຸດສາຫະກໍາແບ່ງເປັນ 3 ເຂດໃຫຍ່ ຄື: ເຂດນິຄົມອຸດສາຫະກໍາປຸຍໂປຕາສ ເຂດນິ ຄົມອຸດສາຫະກໍາອະໂປຕາສ ແລະ ຕົວເມືອງ ອາຊີ-ໂປຕາສ ກວມເນື້ອທີ່ທັງໝົດ 2.000 ເຮັກຕາ ຄາດຄະເນການລົງທຶນທັງ ໝົດ 4,31 ຕື້ໂດລາສະຫະລັດ ເຊິ່ງຈະນໍາໃຊ້ທ່າແຮງດ້ານການສະໜັບສະໜູນຂອງລັດຖະບານ ຊັບພະຍາກອນບໍ່ແຮ່ ພະລັງ ງານໄຟຟ້າ ຕົ້ນທຶນແຮງງານ ແລະ ທີ່ດິນຢ່າງເຕັມທີ່ ເພື່ອຊຸກຍູ້ປະເທດລາວ ສ້າງເປັນຮູບແບບອຸດສາຫະກໍາທີ່ທົດແທນການ ນໍາເຂົ້າ ແລະ ສ້າງລາຍຮັບການສົ່ງອອກ.
ນິຄົມອຸດສາຫະກໍາປຸຍໂປຕາສ ແມ່ນອາໃສຊັບພະຍາກອນແຮ່ເກືອໂປຕາສຂອງວິສາຫະກິດ ເລັ່ງການພັດ ທະນາອຸດສາຫະ ກໍາປຸຍໂປຕາສ ແລະ ບັນລຸກໍາລັງການຜະລິດປີ 2023 ຈໍານວນ 3 ລ້ານໂຕນ ປີ 2025 ຈໍານວນ 5 ລ້ານໂຕນ ແລະ ວິໄສທັັດ ຈໍານວນ 10 ລ້ານໂຕນ ພັດທະນາໃຫ້ວິສາຫະກິດ ກາຍເປັນວິສາຫະກິດປຸງແຕ່ງ ແລະ ຜະລິດອັນດັບທີ 1 ໃນອາຊີ ເຮັດໃຫ້ ປະເທດລາວ ກາຍເປັນຖານຜະລິດປຸຍໂປຕາສ ອັນດັບທີ 4 ໃນໂລກ.

ເຂດນິຄົມອຸດສາຫະກໍາອະໂປຕາສ ແມ່ນນໍາໃຊ້ຊັບພະຍາກອນທີ່ຕິດພັນແຮ່ເກືອໂປຕາສ ຊັບພະຍາກອນແຮ່ຖ່ານຫີນ ຊັບພະຍາກອນແຮ່ບົກຊິດ ແລະ ຊັບພະຍາ ກອນອື່ນໆ ຜ່ານການດຶງດູດການລົງທຶນ ພັດທະນາຊັບພະຍາກອນໃຫ້ຍືນຍົງ ນໍາໃຊ້ຕ່ອງໂສ້ການສະໜອງຕ່ອງໂສ້ອຸດສາຫະກໍາ ດໍາເນີນການຜະລິດທີ່ມີມູນຄ່າເພີ່ມສູງ ແລະ ລວມຜະລິດຕະພັນ ສ້າງ ໂຮງງານໄຟຟ້ານໍາໃຊ້ເອງ+ຜະລິດໄຟຟ້າດ້ວຍພະລັງງານລົມ ຫຼື ພະ ລັງງານແສງຕາເວັນ ສ້າງທ່າແຮງພະລັງງານໄຟຟ້າ ໃນນິຄົມອຸດສາຫະກໍາ ຮັບເໝົາການຫັນປ່ຽນຕ່ອງໂສ້ອຸດສາ ຫະກໍາ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ ຊຸກຍູ້ການ ພັດທະນາຊັບພະຍາກອນບໍ່ແຮ່ຂອງປະເທດລາວ ຊ່ວຍຜັກດັນປະເທດລາວພັດທະນາຈາກປະເທດທີ່ມີຄວາມອຸດົມສົມບູນ ດ້ານຊັບພະຍາກອນໄປສູ່ປະເທດທີ່ມີອຸດສາຫະກໍາເຂັ້ມແຂງ.
ພາຍຫຼັງໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊິ-ໂປຕາສ ສາກົນ ໄດ້ເຂົ້າເຖິງການຜະລິດແລ້ວ ຄາດຄະ ເນທຸກໆປີຈະສາມາດສ້າງລາຍຮັບ 320 ລ້ານໂດລາສະຫະລັດ ໃຫ້ປະເທດລາວ ເພີ່ມສໍາຮອງຄັງເງິນຕາຕ່າງປະເທດປະມານ 1,7 ຕື້ໂດລາສະຫະລັດ ຊຸກຍູ້ການມີວຽກເຮັດງານທໍາໃນທ້ອງຖິ່ນ 30.000-50.000 ຄົນ ໃຫ້ການສະໜັບສະໜູນອັນສໍາ ຄັນໃນການພັດທະນາເສດຖະກິດ ແລະ ສັງຄົມລາວ ທີ່ມີຄຸນນະພາບສູງ ມີບົດບາດສໍາຄັນໃນການຮັດແໜ້ນສາຍພົວພັນມິດ ຕະພາບລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ.
ພິທີລົງນາມໂຄງການດັ່ງກ່າວຈັດຂຶ້ນໃນວັນທີ 24 ມີນາ 2023 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ນາງ ຄໍາຈັນ ວົງແສນ ບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ທົງຢົງເຮິງ (TONG YONGHENG) ກໍາມະການບໍລິ ຫານ ແລະ ຜູ້ຈັດການບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ມີພາກສ່ວນກ່ຽວຂ້ອງຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.