ສີສັດຕະນາກ ສຸມໃສ່ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ຫຼຸດຜ່ອນອຸບັດເຫດ

ສີ​ສັດ­ຕະ​ນາກ 1 ໃນ​ຈຳ­ນວນ 4 ເມືອງ​ໃນ​ເຂດ​ເທ­ສະ​ບານ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຖື​ໄດ້​ວ່າ​ໃນ​ໄລ­ຍະ 10 ປີ­ຜ່ານ­ມາ ເມືອງ​ດັ່ງ­ກ່າວ ໄດ້​ຮັບ​ການ​ພັດ­ທະ­ນາ​ເປັນ​ກ້າວໆ ເຊິ່ງ​ເຫັນ​ໄດ້​ມີ​ຫຼາຍ​ຢ່າງ ໄດ້​ຮັບ​ການ​ປັບ­ປຸງ​ເພື່ອ​ຮອງ​ຮັບ​ການ​ພັດ­ທະ­ນາ​ໃນ​ແຕ່​ລະ​ໄລ­ຍະ ເຊິ່ງ​ລວມ​ໄປ​ເຖິງ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ ທີ່​ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງ ຮອງ​ຮັບ​ກັບ​ຈຳ­ນວນ​ຍວດ​ຍານ­ພາ­ຫະ­ນະ​ທີ່​ເພີ່ມ​ຂຶ້ນ ແນ­ໃສ່​ໃຫ້​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ​ມີ​ຄວາມ​ສະ­ດວກ​ສະ­ບາຍ.

ຈາກ​ສະ­ພາບ​ການ​ພັດ­ທະ­ນາ​ຂອງ​ພື້ນ­ຖານ​ໂຄງ​ລ່າງ ທາງ​ດ້ານ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ ທີ່​ສອດ­ຄ່ອງ​ກັບ​ການ​ເຕີບ​ໃຫຍ່​ຂອງ​ເສດ­ຖະ­ກິດ​ໃນ​ແຕ່​ລະ​ໄລ­ຍະ ເຮັດ​ໃຫ້​ຈຳ­ນວນ​ຍວດ​ຍານ­ພາ­ຫະ­ນະ​ໃນ​ຖະ­ໜົນ ນັບ​ມື້​ມີ​ຈຳ­ນວນ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ ແນ່­ນອນ ເມື່ອ​ຈຳ­ນວນ​ພາ­ຫະ­ນະ​ເພີ່ມ​ຂຶ້ນ ສິ່ງ​ທີ່​ຕາມ​ມາ​ກໍ​ຄື​ການ​ເກີດ​ອຸ­ບັດ­ເຫດ ເຊິ່ງ​ໃນ 6 ເດືອນ​ຕົ້ນ​ປີ 2020 ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທົ່ວ​ເມືອງ​ສີ​ສັດ­ຕະ​ນາກ ເຖິງ 55 ຄັ້ງ ແລະ ເສຍ​ຊີ­ວິດ​ເຖິງ 4 ຄົນ ຖື​ວ່າ​ເປັນ​ຈຳ­ນວນ​ບໍ່​ໜ້ອຍ ຈາກ​ສະ­ພາບ​ທີ່​ເກີດ​ຂຶ້ນ​ມັນ​ໄດ້​ຮຽກ­ຮ້ອງ​ໃຫ້​ບັນ­ດາ​ນັກ​ຂັບ​ຂີ່ ກໍ​ຄື ຜູ້​ໃຊ້​ລົດ​ໃຊ້​ຖະ ໜົນ​ທຸກ​ຄົນ ຕ້ອງ​ໄດ້​ເປັນ​ເຈົ້າ ການ​ໃນ​ການ​ປະ­ຕິ­ບັດ​ລະ­ບຽບ ການ​ສັນ­ຈອນ ເພື່ອ​ເຮັດ​ໃຫ້​ອັດ­ຕາ​ການ​ເກີດ​ອຸ­ບັດ­ເຫດ​ຫຼຸດ​ລົງ.

ຕາມ​ຂໍ້​ມູນ​ຈາກ​ເຟ​ສ​ບຸກ​ແຟນ​ເພ​ຈ ປ້ອງ​ກັນ​ຄວາມ​ສະ­ຫງົບ ນະ­ຄອນ­ຫຼວງ​ວຽງ​ຈັນ ເຫັນ​ວ່າ: ສະ­ພາບ​ການ​ສັນ­ຈອນ​ພາຍ​ໃນ​ເມືອງ​ສີ​ສັດ­ຕະ​ນາກ ແມ່ນ​ມີ​ຄວາມ​ສັບ­ສົນ​ຫຼາຍ ເປັນ­ຕົ້ນ​ແມ່ນ​ຊົ່ວ­ໂມງ​ເລັ່ງ​ດ່ວນ (ໂມງ​ເຂົ້າ​ການ​ຂອງ​ທຸກໆ​ວັນ​ຈັນ​ຫາ​ວັນ​ສຸກ ໃນ​ເວ­ລາ 7:00 ໂມງ ຫາ 9:00 ໂມງ ແລະ 16:00 ໂມງ ຫາ 18:00 ໂມງ) ເສັ້ນ­ທາງ​ທີ່​ມີ​ຄວາມ​ສັບ­ສົນ ແລະ ແອ​ອັດ​ຫຼາຍ​ກວ່າ​ໝູ່​ແມ່ນ​ເສັ້ນ­ທາງ​ຄູ​ວຽງ ແລະ ຖະ­ໜົນ​ມະ­ໂຫ­ສົດ ດັ່ງ­ນັ້ນ ທາງ​ກອງ­ຮ້ອຍ​ຈະ­ລາ­ຈອນ ປກສ ເມືອງ​ສີ​ສັດ­ຕະ​ນາກ ຈຶ່ງ​ໄດ້​ຈັດ​ກຳ­ລັງ​ລົງ​ຕາມ​ຈຸດ 3 ແຍກ 4 ແຍກ ແລະ ບ່ອນ​ທີ່​ມີ​ຄວາມ​ສັບ­ສົນ​ຫຼາຍ ເພື່ອ​ຫຼຸດ­ຜ່ອນ​ບັນ­ຫາ​ອຸ­ບັດ­ເຫດ​ທີ່​ຈະ​ເກີດ​ຂຶ້ນ​ຕາມ​ຖະ­ໜົນ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ​ໄລ­ຍະ 6 ເດືອນ​ຕົ້ນ​ປີ 2020 ທົ່ວ​ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ສະ­ຫຼຸບ​ໄດ້​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 55 ຄັ້ງ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ 65 ຄົນ ບາດ­ເຈັບ​ເລັກ​ນ້ອຍ 21 ຄົນ ບາດ­ເຈັບ​ສົມ­ຄວນ 23 ຄົນ ບາດ­ເຈັບ​ສາ­ຫັດ 17 ຄົນ ແລະ ເສຍ​ຊີ­ວິດ 4 ຄົນ ມີ​ພາ­ຫະ­ນະ​ເປ່​ເພ​ທັງ​ໝົດ 110 ຄັນ ເປ່​ເພ​ເລັກ​ໜ້ອຍ 40 ຄັນ ເປ່​ເພ​ສົມ­ຄວນ 69 ຄັນ ໃຊ້​ການ​ບໍ່​ໄດ້ 1 ຄັນ ສ່ວນ​ເວ­ລາ​ທີ່​ມັກ​ເກີດ​ອຸ­ບັດ­ເຫດ​ຫຼາຍ​ກວ່າ​ໝູ່​ແມ່ນ 18:00 ໂມງ ຫາ 24:00 ໂມງ ສຳ­ລັບ​ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ເກີດ​ອຸ­ບັດ­ເຫດ​ສ່ວນ​ຫຼາຍ​ແມ່ນ​ຢູ່​ໃນ​ເກນ​ອາ­ຍຸ​ແຕ່ 16-25 ປີ ປະ­ເພດ​ພາ­ຫະ­ນະ​ສ່ວນ​ຫຼາຍ​ແມ່ນ​ລົດ​ໃຫຍ່​ຕຳ​ກັບ​ລົດ​ໃຫຍ່ ລົດ­ຈັກ​ຕຳ​ກັບ​ລົດ­ຈັກ ສາ­ເຫດ​ທີ່​ພາ­ໃຫ້​ເກີດ​ອຸ­ບັດ­ເຫດ​ຫຼາຍ​ກວ່າ​ໝູ່​ແມ່ນ ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ຂັບ​ຂີ່​ພາ­ຫະ­ນະ ລ່ວງ​ໄຟ​ອຳ­ນາດ ປ່ຽນ​ທິດ​ທາງ​ການ​ສັນ­ຈອນ​ບໍ່​ຮັບ­ປະ­ກັນ ເຊັ່ນ: ການ​ລ້ຽວ​ຊ້າຍ​ລ້ຽວ​ຂວາ​ແບບ​ກະ­ທັນ­ຫັນ ຂີ່​ລົດ​ໄວ​ເກີນ​ກຳ­ນົດ ແລະ ບໍ່​ຮັກ­ສາ​ໄລ­ຍະ​ຫ່າງ​ລະ­ຫວ່າງ​ຄັນ​ຕໍ່​ຄັນ.

ສຳ­ລັບ​ທິດ​ທາງ​ແຜນ­ການ​ໃນ­ຕໍ່­ໜ້າ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ ປກສ ເມືອງ​ສີ​ສັດ­ຕະ​ນາກ ຈະ​ສຸມ​ໃສ່​ປະ­ຕິ­ບັດ​ໜ້າ­ທີ່​ຢ່າງ​ເຂັ້ມ​ງວດ ເປັນ­ຕົ້ນ​ແມ່ນ ເອົາ­ໃຈ­ໃສ່​ລົງ​ໂຄ­ສະ­ນາ​ເຜີຍ­ແຜ່​ກົດ​ລະ­ບຽບ​ຈະ­ລາ­ຈອນ​ຕາມ​ໂຮງ­ຮຽນ​ຕ່າງໆ ສຳ­ນັກ­ງານ ອົງ­ການ ແລະ 3 ແຍກ 4 ແຍກ ເພື່ອ​ໃຫ້​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ​ມີ​ຄວາມ​ເຂົ້າ­ໃຈ ແລະ ຮູ້​ໄດ້​ເຖິງ​ຜົນ​ຮ້າຍ​ຂອງ​ການ​ເກີດ​ອຸ­ບັດ­ເຫດ ແລະ ຈັດ​ວາງ​ກຳ­ລັງ​ລົງ​ລະ­ບາຍ​ລົດ​ຢູ່​ຕາມ​ເສັ້ນ­ທາງ ແລະ ຈຸດ​ສຳ­ຄັນ​ຕ່າງໆ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ຜູ້​ໃຊ້​ລົດ-ໃຊ້​ຖະ­ໜົນ ໃນ​ການ​ສັນ­ຈອນ​ໄປ-ມາ​ໃຫ້​ມີ​ຄວາມ​ສະ­ດວກ ແລະ ປອດ​ໄພ​ດີ​ຂຶ້ນ​ກວ່າ​ເກົ່າ.

error: Content is protected !!