ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບບໍລິສັດໂຮງພິມຈໍາໜ່າຍຊຽງໄຮ ຈໍາກັດຂອງ ສປ ຈີນ ໄດ້ຈັດພິທີເປີດໂຄງການຊ່ວຍເຫຼືອການສຶກສາທາງໄກແກ່ ສປປ ລາວ ໃນວັນທີ 22 ມີນາ 2023 ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ຈ້າວ ເຫວີນຢູ ທີ່ປຶກສາທູດເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈໍາລາວ ທ່ານ ມ້ຽວຫົງສາຍ ປະທານບັນນາທິການ ສໍານັກພິມການສຶກສາຊຽງໄຮ ສປ ຈີນ ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ມ້ຽວຫົງສາຍ ປະທານບັນນາທິການ ສໍານັກພິມການສຶກສາຊຽງໄຮ ໄດ້ໃຫ້ຮູ້ວ່າ: ໂຄງການສຶກສາທາງໄກຈະຊວ່ຍຍົກລະດັບຂີດຄວາມສາມາດ ຄູ-ອາຈານລາວ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ແມ່ນນອນຢູ່ໃນ 8 ໂຄງການໃຫຍ່ ທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ປະກາດໃຫ້ການຊ່ວຍເຫຼືອລ້າແກ່ລັດຖະບານລາວ ໃນໄລຍະການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນປີ 2017 ພາຍຫຼັງສະພາບໂຄວິດ-19 ໄດ້ສະຫງົບລົງທັງສອງຝ່າຍກໍໄດ້ຮີບຮ້ອນສືບຕໍ່ຈັດຕັ້ງປະຕິບັດ ໂດຍແມ່ນກະຊວງສຶກສາທິການ ແລະ ກີລາ ເປັນເຈົ້າຂອງໂຄງການ.

ຄາດວ່າພາຍຫຼັງພິທີເປີດກໍຈະເລີ່ມການກໍ່ສ້າງ ແລະ ປັບປຸງສູນສຶກສາທາງໄກ ຈໍານວນ 20 ແຫ່ງ ໃນທົ່ວປະເທດລາວ ແລະ ສູນຊັບພະຍາກອນດິຈິຕອນ ໂດຍຈະມີການປັບປຸງຫ້ອງຮຽນ ແລະ ຕິດຕັ້ງອຸປະ ກອນການສຶກສາ ເພື່ອເປັນສະຖານທີ່ສໍາລັບເຝິກອົບຮົມ ແລະ ສຶກສາແບບທາງໄກໃນອະນາຄົດ ພ້ອມທັງຈະຍົກລະດັບການເຝິກອົບຮົມໃຫ້ອໍານວຍການ ຄູ-ອາຈານ ພະນັກງານຄຸ້ມຄອງການສຶກສາ ແລະ ພະນັກ ງານ ICT ຈໍານວນ 3.000 ຄົນ (1.000 ຄົນຢູ່ ສປປ ລາວ ແລະ 2.000 ຄົນ ຢູ່ນະຄອນຊຽງໄຮ ສປ ຈີນ).

ໂອກາດດຽວກັນ ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ໂຄງການນີ້ເປັນການສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະດ້ານການສຶກສາ 5 ປີ ຄັ້ງທີ 9 ກໍຄືວິໄສທັດແຕ່ນີ້ຮອດປີ 2030 ໃຫ້ບັນລຸຕາມຄາດໝາຍ ໂດຍກະຊວງສຶກສາທິການ ແລະ ກີລາ ໄດ້ຕັ້ງເປົ້າໄວ້ຄື: ປັບປຸງຄຸນນະພາບການສຶກສາ ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໃຫ້ສາມາດຍັບໃກ້ເຂົ້າກັບຕົວເມືອງໃຫຍ່ຫຼາຍຂຶ້ນ ແລະ ສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ຄູ-ອາຈານ ຢູ່ໃນເຂດຊົນນະບົດ ຜູ້ບໍລິຫານການສຶກສາ ເຊິ່ງຈະເຮັດໃຫ້ການສິດສອນຂອງສປປ ລາວ ມີຄຸນນະພາບດີຂຶ້ນ ແລະ ຫັນການສຶກສາລາວໃຫ້ທັນສະໄໝແບບດິຈິຕອນ ພ້ອມຢັ້ງຢືນໃຫ້ເຫັນເຖິງຄວາມສາມັກຄີຮັກແພງຂອງສອງຊາດລາວ-ຈີນ ທີ່ມີມູນເຊື້ອມາແຕ່ຍາວນານ ໃຫ້ນັບມື້ຮັດແໜ້ນສູງຂຶ້ນ.
