ໂຄງການກໍ່ສ້າງກຸດຕິປະທານສົງມີຄວາມຄືບໜ້າ 76%

    ກອງປະຊຸມປຶກສາຫາລືຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງກຸດຕິປະທານສົງ ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 21 ມີນາ 2023 ທີ່ຫໍທໍາມະສະພາ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພະເຖລານຸເຖລະ ຫົວໜ້າພະແນກການກ່ຽວຂ້ອງ ຮອງເຈົ້າເມືອງໄຊເສດຖາ ແລະ ບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.

    ທ່ານ ບຸນມີ ສອນມີໄຊ ອໍານວຍການບໍລິສັດ ມີພູນຊັບ ກໍ່ສ້າງ ຈໍາກັດຜູ້ດຽວລາຍງານໃຫ້ຮູ້ວ່າ: ອີງຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການກໍ່ສ້າງອາ ຄານຄັນຕຸກະ ອາຄານປະທານສົງ ແລະ ອາຄານສໍານັກງານສູນກາງອົງການພຸດທະສາສະໜາສໍາພັນລາວ ແລະ ອີງຕາມສັນຍາຮັບເໝົາກໍ່ສ້າງໂຄງການກໍ່ສ້າງອາຄານປະທານສົງ ສູນກາງອົງການພຸດທະສາສະ   ໜາສໍາພັນລາວ ທີ່ມີມູນຄ່າການກໍ່ສ້າງທັງໝົດ 24,8 ຕື້ກີບ ເຊິ່ງບໍລິສັດ ມີພູນຊັບ ກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນນີ້ໄດ້ເລີ່ມຕົ້ນກໍ່ສ້າງອາຄານປະທານສົງ ອົງການພຸດທະສາສະໜາສໍາພັນລາວ ແຕ່ເດືອນມີນາ 2019 ເປັນຕົ້ນມາຈົນເຖິງປັດຈຸບັນ ໂດຍໜ້າວຽກປະຕິບັດຜ່ານມາປະເມີນໄດ້ 76% ພ້ອມນັ້ນຍັງມີໜ້າວຽກທີ່ກໍາລັງຈັດຕັ້ງປະຕິບັດປະກອບມີ ປູກາໂລຫີນອ່ອນພື້ນ ແລະ ຂັ້ນໄດ ເຮັດບົວປ່ອງຢ້ຽມ ແລະ ຊຸ້ມປະຕູ ສ່ວນໜ້າວຽກທີ່ຍັງບໍ່ໄດ້ຈັດຕັ້ງປະຕິບັດປະກອບມີ ຕົບແຕ່ງລາຍລາວ ສີໜ້າທັງສີ່ດ້ານ ພ້ອມຮັງເຜິ້ງ ແກະສະລັກບານປະຕູລາຍລາວ ຕິດຕັ້ງບານປ່ອງຢ້ຽມແກ້ວ ຕິດຕັ້ງລິບຂຶ້ນ-ລົງ 1 ຊຸດ ຈັດຊື້ເຟີນີເຈີ້ ແລະ ເຄື່ອງສຽງ ຕົບແຕ່ງເດີນດ້ານນອກ ແລະ ທາງຂຶ້ນອາຄານ.

ໂອກາດນີ້ທ່ານ ອາດສະພັງທອງ ສິພັນດອນ ໄດ້ມີຄໍາເຫັນ ເຊິ່ງໄດ້ສະເໜີໃຫ້ບໍລິສັດມີຄວາມຕັດສິນໃຈສູງບຸກທະລຸສືບຕໍ່ກໍ່ສ້າງໃຫ້ສໍາເລັດໂດຍໄວ ກ່ອນລະດູຝົນທີ່ຈະມາເຖິງ ພ້ອມນັ້ນໃຫ້ຕັດບັນດາ ໜ້າວຽກທີ່ບໍ່ຮີບດ່ວນອອກ ໂດຍສະເພາະຕົບແຕ່ງເດີນດ້ານນອກ ເຫັນວ່າເປັນວຽກບໍ່ຈໍາເປັນ ພາຍຫຼັງທີ່ສໍາເລັດໜ້າວຽກໃຫຍ່ແລ້ວຈຶ່ງຕົບແຕ່ງຕາມຫຼັງ ໂອກາດດຽວກັນນີ້ທ່ານເຈົ້າຄອງ ນວ ກໍ່ໄດ້ມອບເງິນສົດໃຫ້ອົງການພຸດທະສາສະໜາສໍາພັນລາວ 200 ລ້ານກີບ ປະກອບສ່ວນສົມທົບທຶນກໍ່ສ້າງກຸດຕິປະທານສົງ ວັດທາດຫຼວງເໜືອ ຕາງໜ້າຮັບໂດຍພະອາຈານ ອະທິປະໄຕ ໄມຕີຈິດ ຫົວໜ້າຫ້ອງການສູນກາງອົງການພຸດທະສາສະໜາສໍາພັນລາວ ນອກນີ້ຜູ້ເຂົ້າຮ່ວມກອງປະຊຸມທັງໝົດຍັງໄດ້ເບິ່ງພື້ນທີ່ຕົວຈິງຂອງການກໍ່ສ້າງໂຄງການດັ່ງກ່າວຕື່ມອີກ.

error: Content is protected !!