ຫາລືໜ້າວຽກຮີບດ່ວນ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ປີ 2024

    ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຮອງປະ ທານຜູ້ປະຈໍາການຄະນະກຳມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ເປັນປະທານກອງປະຊຸມປຶກສາຫາລືໜ້າວຽກຮີບດ່ວນ ເພື່ອກະກຽມ ແລະ ດຳ ເນີນການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ວັນທີ 23 ມີນາ 2023 ຢູ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ມີບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີ ກົມ ແລະ ພະນັກງານທີ່ກ່ຽວ ຂ້ອງຈາກກະຊວງ ແລະ ຂະແໜງການຕ່າງໆ ເຂົ້າຮ່ວມ.

    ຈຸດປະສົງເພື່ອສືບຕໍ່ຜັນຂະຫຍາຍທິດຊີ້ນຳຂອງກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະ ກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ເຊິ່ງຈັດຂຶ້ນວັນທີ 9 ກຸມພາ 2023 ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ໃນນີິ້ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການກະກຽມດ້ານຕ່າງໆ ເຊັ່ນ: ການກໍານົດຄໍາຂວັນປະທານອາຊຽນ ການອອກແບບໂລໂກປະທານ ການສ້າງວິດີໂອສັ້ນສໍາລັບໄປຮັບປະທານອາຊຽນ ບຸລິມະສິດສໍາລັບການເປັນປະທານອາ ຊຽນ ສໍາລັບສາມເສົາຄໍ້າປະຊາຄົມອາຊຽນ (ປະຊາຄົມການເມືອງ-ຄວາມໝັ້ນຄົງ ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງຄົມ) ການຂຶ້ນແຜນບັນຊີໂຮງແຮມ ແລະ ກຳນົດສະຖານທີ່ພັກໃຫ້ບັນດາປະມຸກລັດ/ຫົວໜ້າລັດຖະບານ ແລະ ບັນດາຜູ້ແທນ ຫຼື ນັກຂ່າວ ການກະກຽມຄວາມພ້ອມສະຖານທີ່ຫ້ອງປະຊຸມ ຄວາມພ້ອມພາຫະນະທີ່ຈະຮັບໃຊ້ປະມຸກລັດ/ຫົວໜ້າລັດຖະບານ ລັດຖະມົນຕີຕ່າງປະເທດ ແລະ ເຈົ້າໜ້າທີ່ອາວຸໂສ ລະບົບສື່ສານ ແລະ ອິນເຕີເນັດ ພະນັກງານປະສານງານ (LO) ແລະ ພະນັກງານອາສາສະໝັກ (VO) ພະ ນັກງານໃກ້ຊິດ ແຜນງົບປະມານ ວຽກງານການຊ່ວຍເຫຼືອ ແລະ ວຽກອື່ນໆທີ່ກ່ຽວຂ້ອງ.     ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມອບໝາຍໃຫ້ບັນດາອະນຸກຳມະການກ່ຽວຂ້ອງ ສືບຕໍ່ດຳ ເນີນການກະກຽມບັນດາວຽກທີ່ມີຄວາມຈຳເປັນຮີບດ່ວນ ໂດຍສະເພາະການກຳນົດຄຳຂວັນ ໂລໂກ້ ແລະ ບຸລິ ມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ການເກັບກຳບັນຊີບັນດາໂຮງແຮມສຳລັບຄະ ນະຜູ້ແທນທີ່ຈະມາພັກເຊົາ ໃນໄລຍະເຂົ້າຮ່ວມກອງປະຊຸມ ສະຖານທີ່ປະຊຸມ ການກະກຽມຍານພາຫະນະ ແລະ ອື່ນໆ ເພື່ອລາຍງານຄວາມຄືບໜ້າໃຫ້ກອງປະຊຸມຄັ້ງຕໍ່ໄປ.

error: Content is protected !!