ສູນນະວັດຕະກຳຊໍາຊຸງ ເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ

    ຊຳຊຸງ ເປີດຕົວ “ສູນນະວັດຕະກຳ” ຫຼື “Samsung Innovation Campus” ທີ່ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ແຫ່ງທຳອິດ ໂດຍແມ່ນໜຶ່ງໃນໂຄງການເພື່ອສັງຄົມທີ່ຖືກຈັດຂຶ້ນທົ່ວໂລກທັງໃນອາເມລິກາ ເອີຣົບ ແລະ ອາຊີ ລວມເຖິງ ສປປ ລາວ ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບນະວັດຕະກຳເຕັກໂນໂລຊີໃຫ້ຊາວໜຸ່ມລາວ.

   ພິທີລົງນາມຂໍ້ຕົກລົງການລິເລີ່ມໂຄງການດັ່ງກ່າວ ຈັດຂື້ນວັນທີ 21 ມີນາ 2023 ຢູ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ລະຫວ່າງທ່ານ Sang Ho Jo ປະທານບໍລິສັດຊຳຊຸງ ອີເລັກໂທຣນິກສ໌ ປະຈໍາອາຊີຕະເວັນອອກສ່ຽງໃຕ້ ແລະ ໂອເຊຍເນຍ ແລະ ທ່ານ ແຫຼມທອງ ລັດດາວົງ ຄະນະ​ບໍ​ດີ​ຄະນະວິທະຍາສາດທຳມະຊາດ  ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາ ທິການ ແລະ ກີລາ ທ່ານ Yung Soo Jung ເອກອັກຄະລັດຖະທູດ​ ສ ເກົາຫຼີ ປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

   ທ່ານ Seunghee Park ປະທານດ້ານການພົວພັນອົງກອນ ບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ກ່າວວ່າ: ປີ 2023 ນີ້ ພວກເຮົາກໍາລັງເປີດຕົວໂຄງການ “ສູນນະວັດຕະກຳຊໍາຊຸງ” ຫຼື ”Samsung Innovation Campus” ແຫ່ງທໍາອິດ ໂດຍມີຈຸດປະສົງເພື່ອກຽມຄວາມພ້ອມໃຫ້ນັກຮຽນໃນຂອບເຂດທົ່ວປະເທດ ໃຫ້ທັກສະທີ່ສາມາດນຳໃຊ້ໄດ້ໃນຕົວຈິງ ແລະ ມີຄວາມເຂົ້າໃຈກ່ຽວກັບເຕັກໂນໂລຊີ ລຸ້ນໄໝ່ທີ່ຈະຊ່ວຍສົ່ງເສີມອະນາຄົດຂອງພວກເຂົາເຈົ້າ ພວກເຮົາມີການຮ່ວມມືກັບ ຄະນະວິທະຍາສາດທໍາມະຊາດ ມຊ  ເພື່ອສ້າງສູນດັ່ງກ່າວຂຶ້ນ ພ້ອມດ້ວຍພື້ນຖານໂຄງລ່າງ ເຄື່ອງມື ເຟີນິເຈີ ການດຳເນີນການ ລວມໄປເຖິງການພັດທະນາຫຼັກສູດສໍາລັບນັກສຶກສາ ເພື່ອໃຫ້ແນ່ໃຈວ່າ ໂຄງການນີ້ຈະສາມາດເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈທາງດ້ານດິຈິຕອນຂອງຊາວໜຸ່ມລາວ ສົ່ງເສີມຄົນລຸ້ນຕໍ່ໆໄປເພື່ອການພັດທະນາຂອງ ສປປ ລາວ.​

    ການລົງນາມບົດບັນທຶກຂໍ້ຕົກລົງຮ່ວມມື ຄັ້ງນີ້ຍັງເປັນຂີດໝາຍໃນການລິເລີ່ມໂຄງການດັ່ງກ່າວຢ່າງເປັນທາງການ ພວກເຮົາຂໍຂອບໃຈກະຊວງສຶກສາທິການ ແລະ ກິລາ ແລະ ມຊ ທີ່ໃຫ້ການສະໜັບສະໜູນທຸກຢ່າງເພື່ອເຮັດໃຫ້ໂຄງການນີ້ເກີດຂຶ້ນໄດ້ຢ່າງປະສົບຜົນສຳເລັດ.

   ທ່ານ Yung Soo Jung ໄດ້ກ່າວຕື່ມວ່າ: ຄວາມສໍາພັນລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ ແມ່ນນັບມື້ນັບມີຄວາມເຂັ້ມແຂງໃນທຸກໆຂະແໜງການ “ຂ້າພະເຈົ້າ ມີຄວາມຕື່ນເຕັ້ນ ແລະ ຍິນດີຫຼາຍຕໍ່ກັບງານຄັ້ງນີ້ ປະເທດລາວ ຖືປະເທດທີ່ມີປະຊາກອນໜຸ່ມທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແລະ ເຕັມໄປດ້ວຍທ່າແຮງດ້ານນະວັດຕະກຳ ດັ່ງນັ້ນ ພວກເຮົາສາມາດເວົ້າໄດ້ວ່າ ມັນມີຄວາມເປັນໄປໄດ້ສຳລັບແນວຄວາມຄິດແບບໃໝ່ໆ ໃນປະເທດລາວ Samsung ກໍາລັງວາງແຜນທີ່ຈະສະໜອງຫຼັກສູດກ່ຽວກັບການຂຽນລະຫັດ ແລະ ການຂຽນໂປຣແກຼມໃຫ້ແກ່ນັກສຶກສາ 30 ຄົນຂອງ ມຊ ໃນປີ 2023  ໂດຍການຖ່າຍທອດຄວາມຮູ້ ແລະ ປະສົບການກ່ຽວກັບ ITC ຊໍາຊຸງ ມຸ່ງຫວັງທີ່ຈະເປັນສ່ວນໜຶ່ງທີ່ສຳຄັນໃນການສ້າງຜູ້ຊຽວຊານດ້ານໄອທີຊາວລາວ ຂ້າພະເຈົ້າຫວັງວ່າໃນອະນາຄົດອັນໃກ້ນີ້ ຜູ້ຊ່ຽວຊານໄວໜຸ່ມນ້ອຍ ຂອງ ສເກົາຫຼີ ແລະ ສປປ ລາວ ຈະສາມັກຄີກັນນຳເອົາການປ່ຽນແປງໃນທາງທີ່ດີມາສູ່ປະຊາຊົນລາວ.”

   ໂອກາດນີ້ ທ່ານ  ພຸດ ສິມມາລາວົງ  ໄດ້ ສະແດງຄວາມຮູ້ບຸນຄຸນ ແລະ ຍິນດີ ໃນການເປີດໂຄງການລະດັບຊາດ ເປັນຄັ້ງທໍາອິດ ເຊິ່ງ ການສ້າງສູນດັ່ງກ່າວຖືເປັນການລິເລີ່ມ ແລະ ບາດກ້າວທີ່ສຳຄັນໃນການຖ່າຍທອດຄວາມຮູ້ຂັ້ນສູງຈາກປະສົບການຂອງຊໍາຊຸງໃຫ້ແກ່ນັກຮຽນນັກສຶກສາລາວເຮົາ ເພື່ອໃຫ້ພວກເຂົາສາມາດເຂົ້າເຖິງຄວາມຮູ້ການນຳໃຊ້ຕົວຈິງ ແລະ ນຳໄປພັດທະນາເສັ້ນທາງສາຍອາຊີບຂອງພວກເຂົາໃນອະນາຄົດ.”

   ໃນພິທີດັ່ງກ່າວຊຳຊຸງ ຍັງໄດ້ກ່າວເຖິງທ່າແຮງ ແລະ ຄວາມເຂັ້ມແຂງຂອງ ເມືອງປູຊານ ໃນການເປັນເຈົ້າພາບຈັດງານ World Expo 2030 ພາຍໃຕ້ຄຳຂວັນ “Transforming Our World, Navigating towards a Better Future” ເຊັ່ນກັນ ບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເປັນໜຶ່ງໃນຄະນະກໍາມະການ ໃນການຄັດເລືອກໃນງານ World Expo 2030 ທີ່ ເມືອງ ປູຊານ ສ ເກົາຫຼີ ສະໜັບສະໜູນໃນການເປັນເຈົ້າພາບງານ World Expo 2030 ໃນຖານະພາກສ່ວນເອກະຊົນ ເຊິ່ງງານໃນຄັ້ງນີ້ຈະມີບົດບາດສໍາຄັນໃນການເຮັດໃຫ້ຜູ້ຄົນສາມາດເຂົ້າເຖິງເຕັກໂນໂລຊີ ແລະ ນະວັດຕະກໍາຊັ້ນນໍາຕ່າງໆຫຼາຍຂຶ້ນ.

error: Content is protected !!