ການເສຍຊີວິດຂອງແມ່ໃນໄລຍະເກີດລູກຫຼຸດລົງເຖິງຈຸດຕໍ່າສຸດໃນປະຫວັດສາດ

ການເສຍຊີວິດຂອງແມ່ໃນໄລຍະເກີດລູກຫຼຸດລົງເຖິງຈຸດຕໍ່າສຸດໃນປະຫວັດສາດຂອງ ສປປ ລາວ ອີງຕາມບົດລາຍງານຂອງອົງ ການສະຫະປະຊາຊາດ ສະບັບໃໝ່ຫຼ້າສຸດ ຈາກປີ 2000 ຫາ 2020 ຕົວເລກການເສຍຊີວິດຂອງແມ່ຍິງໃນລະຫວ່າງການເກີດ ລູກ ຢູ່ ສປປ ລາວ ໄດ້ຫຼຸດລົງເຖິງ 78,7% ເຊິ່ງເປັນໜຶ່ງໃນປະເທດທີ່ມີອັດຕາການຫຼຸດລົງທີ່ໄວທີ່ສຸດໃນໂລກ.

ບົດລາຍງານ ໄດ້ຄາດຄະເນຕົວເລກການເສຍຊີວິດຂອງແມ່ຍິງຫຼຸດລົງຈາກ 579 ຄົນ ຕໍ່ການເກີດ 100.000 ຄັ້ງ ໃນປີ 2000​ ລົງມາຢູ່ທີ່ 126 ຄົນ ໃນປີ 2020 ແຕ່ກົງກັນຂ້າມ ອີງຕາມບົດລາຍງານ ແນວໂນ້ມຂອງການເສຍຊີວິດຂອງແມ່  ໂດຍ ອົງການ ອະນາໄມໂລກ (WHO) ເຊິ່ງຕາງໜ້າໃຫ້ກຸ່ມອົງການສະຫະປະຊາຊາດ ທີ່ປະກອບມີ ອົງການຢູນິເຊັບ (UNICEF) ອົງການສະ ຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ແລະ ທະນາຄານໂລກ ຊີ້ໃຫ້ເຫັນວ່າ: ເກືອບທຸກຂົງເຂດພາກພື້ນໃນ ທົ່ວໂລກບໍ່ຄ່ອຍພົບເຫັນການເຄື່ອນເໜັງຫຼຸດລົງໃນອັດຕາເສຍຊີວິດຂອງແມ່.

ທ່ານ ນາງ ດຣ ຍິງ-ຣູ ເເຈັກກະລິນ ໂລ ຜູ້ຕາງໜ້າອົງການ WHO ໄດ້ກ່າວວ່າ: ຊີວິດຂອງແມ່ທຸກຊີວິດ ແມ່ນລ້ວນແລ້ວແຕ່ ມີຄວາມສໍາຄັນ ຄວາມຄືບໜ້າໃນການຊ່ວຍຮັກສາຊີວິດນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ການລົງທຶນຂອງພາກ ລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ເອົາໃຈໃສ່ມາເປັນເວລາຫຼາຍປີ ອັນນຳມາເຊິ່ງການບໍລິການດ້ານສຸຂະພາບທີ່ ດີຂຶ້ນ ສະຖານທີ່ບໍລິການທີ່ມີຄວາມພ້ອມ ແລະ ພະນັກງານເເພດໝໍທີ່ມີທັກສະຊໍານານຂຶ້ນ ເຊິ່ງທັງໝົດນີ້ເຮັດໃຫ້ມີແມ່ຍິງ ເຂົ້າມາໃຊ້ບໍລິການຫຼາຍຂຶ້ນ ສິ່ງສໍາຄັນອີກຈຸດໜຶ່ງ ແມ່ນການຊີ້ນຳນໍາພາທີ່ເຂັ້ມແຂງຂອງຂັ້ນເທິງທີ່ຍາມໃດກໍຖືສຳຄັນວຽກ ງານເຫຼົ່ານີ້ ໂດຍມີການການປະສານງານທີ່ມີປະສິດທິພາບ ຂອງຄະນະກໍາມະການແຫ່ງຊາດສໍາລັບຍຸດທະສາດສຸຂະພາບ ຈະເລີນພັນ ແມ່ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ທີ່ທາງອົງການອະນາໄມໂລກມີຄວາມພູມໃຈທີ່ໄດ້ໃຫ້ ການສະໜັບສະໜູນ ເຖິງແນວໃດກໍຕາມ ເມື່ອເວົ້າເຖິງການສູນເສຍຊີວິດແລ້ວ ໜຶ່ງຊີວິດ ຍັງຄົງຖືວ່າເປັນການສູນເສຍທີ່ ຫຼາຍເກີນ ໄປ ແລະ ຍັງມີບັນດາສິ່ງທ້າທາຍຫຼາຍຢ່າງທີ່ພວກເຮົາປະເຊີນໃນໄລຍະການຟື້ນຕົວຈາກຜົນກະທົບຂອງການລະ ບາດຂອງພະຍາດໂຄວິດ-19 ສະນັ້ນ ຕອນນີ້ຍິ່ງມີຄວາມສຳຄັນຫຼາຍຂື້ນທີ່ພວກເຮົາຈະຕ້ອງສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຍັງ ເປັນຊ່ອງຫວ່າງນີ້ຕື່ມອີກ.

ນອກນີ້ ສປປ ລາວ ຍັງສາມາດບັນລຸການຍົກລະດັບຄຸນນະພາບດ້ານການບໍລິການເບິ່ງແຍງສຸຂະພາບໄລຍະຖືພາ ໄລຍະເກີດ ລູກເດັກເກີດໃໝ່ ແລະ ການເບິ່ງແຍງເດັກ ທີ່ກວມເອົາທັງໂພຊະນາການໃຫ້ດີຂຶ້ນ. ການສຸມໃສ່ວຽກງານຜະດຸງຄັນ ທີ່ມີສ່ວນ ຊ່ວຍສະໜອງການເບິ່ງແຍງສຸຂະພາບຈະເລີນພັນ ແລະ ສຸຂະພາບແມ່ ຫຼາຍກວ່າ 80 ເປີເຊັນ ກໍໃຫ້ຮັບໝາກຜົນທີ່ດີ ປັດໄຈ ທີ່ມີສ່ວນຊຸກຍູ້ຄວາມຄືບໜ້າຂອງ ສປປ ລາວ ແມ່ນການເພີ່ມຈຳນວນ ແລະ ຍົກສູງຄຸນນະພາບຂອງຜະດຸງຄັນ ພະຍາບານ ແລະ ແພດຜູ້ຊ່ວຍເກີດທີ່ຊຳນານອື່ນໆ.

ການສໍາຫຼວດຕົວຊີ້ບອກດັດຊະນີໝາຍສັງຄົມຂອງລາວ ສະແດງໃຫ້ເຫັນວ່າ ມີການເກີດລູກໂດຍມີເເພດຜູ້ຊໍານານຊ່ວຍເກີດ ເພີ່ມຂຶ້ນ 23 ເປີເຊັນ ໃນລະຫວ່າງປີ 2011 ຫາ 2017 ປັດໄຈສຳຄັນອີກອັນໜຶ່ງ ກໍຄື ການສ້າງຕັ້ງການບໍລິການສຸຂະພາບແມ່ ແລະ ເດັກໂດຍບໍ່ເສຍຄ່າໃນທົ່ວປະເທດໃນປີ 2013 ເຊິ່ງຕໍ່ມາໄດ້ລວມເຂົ້າໃນການຂະຫຍາຍໂຄງການກອງທຶນປະກັນສຸຂະ ພາບແຫ່ງຊາດ ໃນປີ 2015.

ທ່ານ ນາງ ມາຣຽມ ຄານ ຜູ້ຕາງຫນ້າອົງການ UNFPA ໄດ້ກ່າວວ່າ: “ຜົນສຳເລັດຂອງ ສປປ ລາວ ເປັນຂີດໝາຍອັນສໍາຄັນໃນ ການບັນລຸເປົ້າໝາຍຫຼຸດອັດຕາການເສຍຊີວິດຂອງແມ່ທີ່ສາມາດປ້ອງກັນໄດ້ໃຫ້ເຫຼືອ 0 ໃນປີ 2030ແຕ່ພວກເຮົາຕ້ອງມີ ຄວາມລະມັດລະວັງ ເນື່ອງຈາກວ່າ ພວກເຮົາຍັງບໍ່ທັນສາມາດວັດແທກຜົນກະທົບຂອງການລະບາດພະຍາດໂຄວິດ-19 ຕໍ່ກັບສຸຂະພາບຂອງແມ່ໄດ້ຢ່າງແນ່ນອນເທື່ອ ໃນຂະນະນີ້ ທົ່ວໂລກພວມປະເຊີນກັບຄວາມທ້າທາຍໃນການຮັບປະກັນ ສືບຕໍ່ວຽກ ງານການວາງແຜນຄອບຄົວ ແລະ ການບໍລິການເກີດລູກທີ່ປອດໄພ ສົ່ງຜົນໃຫ້ຍັງເກີດມີການເພີ່ມຂຶ້ນຂອງອັດຕາ ການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ສະນັ້ນ ເຮົາຈຶ່ງຈຳເປັນຕ້ອງໄດ້ສືບຕໍ່ສຸມໃສ່ວຽກງານດັ່ງກ່າວ ເພື່ອແກ້ໄຂບັນດາ ຂໍ້ຄົງຄ້າງ ຕ່າງໆ ແລະ ຍັງຈໍາເປັນຕ້ອງຮ່ວມແຮງກັນເພື່ອຍົກລະດັບຄຸນນະພາບການບໍລິການສຸຂະພາບສໍາລັບແມ່ຍິງຖືພາ ທຸກຄົນ ແລະ ຮັບປະກັນວ່າພວກເຮົາໄດ້ຊ່ວຍເຫຼືອຜູ້ທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງບໍລິການສຸຂະພາບ ແລະ ຜູ້ທີ່ບໍ່ ສາມາດແບກຮັບພາ ລະຄ່າໃຊ້ຈ່າຍຕ່າງໆ ກໍຄື ບັນດາຜູ້ທີ່ດ້ອຍໂອກາດ.”

ການເພີ່ມທະວີການມີສ່ວນຮ່ວມຂອງຊຸມຊົນ ໂດຍລັດຖະບານ ແລະ ຄູ່ຮ່ວມພັດທະນາ ກໍຖືວ່າມີບົດບາດສໍາຄັນ ໃນການ ສ້າງຄວາມໄວ້ວາງໃຈໃນລະບົບສາທາລະນະສຸກຂອງປະຊາຊົນບັນດາເຜົ່າ ເປັນຕົ້ນ ຮັບປະກັນໃຫ້ແມ່ຍິງຮູ້ສຶກໝັ້ນໃຈ ແລະ ເປັນກັນເອງ ແລະ ໃນການອຳນວຍຄວາມສະດວກໃຫ້ແມ່ຍິງສາມາດເຂົ້າເຖິງການບໍລິການໃນໄລຍະຖືພາ ແລະ ການເກີດ ລູກ.

ທ່ານ ນາງ ດຣ ເພຍ ຣີເບັລໂລ ບຣິດໂຕ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ ກ່າວວ່າ: “ບໍ່ມີແມ່ຄົນໃດຄວນຕາຍໃນ ເວລາເກີດລູກ ຂໍ້ມູນໃໝ່ນີ້ ໄດ້ພິສູດໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງຫ້າວຫັນຂອງ ສປປ ລາວ ໃນໄລຍະສອງທົດສະວັດທີ່ ຜ່ານມາ ເພື່ອຮັບປະກັນໃຫ້ແມ່ຍິງທຸກຄົນສາມາດເຂົ້າເຖິງການບໍລິການສຸຂະພາບແມ່ ແລະ ເດັກເກີດໃໝ່ທີ່ມີປະສິດທິພາບ ແລະ ຄຸນນະພາບສູງ ອົງການ UNICEF ຂໍສະແດງຄວາມຍິນດີກັບ ສປປ ລາວ ໃນຜົນສຳເລັດອັນໃຫຍ່ຫຼວງນີ້ ແລະ ຈະສືບຕໍ່ ຮ່ວມມືກັບ ສປປ ລາວ ຢ່າງໃກ້ຊິດ ເພື່ອຍຸຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ທີ່ສາມາດປ້ອງກັນໄດ້.”

ອົງການ WHO ອົງການ UNFPA ແລະ ອົງການ UNICEF ຍັງຄົງໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜູນ ສປປ ລາວ ໃນການ ສ້າງ ຄວາມຄືບໜ້າອັນສຳຄັນ ແລະ ແກ້ໄຂບັນຫາທີ່ຍັງຄົງຄ້າງ ເປັນຕົ້ນການເຂົ້າເຖິງການບໍລິການ ຄວາມເທົ່າທຽມ ແລະ ຄຸນນະພາບການບໍລິການດ້ານສາທາລະນະສຸກ ໂດຍສະເພາະ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເປັນຜົນກະ ທົບເຮັດໃຫ້ອັດຕາການເຂົ້າເຖິງການບໍລິການຫຼຸດລົງ.

error: Content is protected !!