ກຸ່ມປູກສະອາດຂອງປະຊາຊົນ 8 ບ້ານເປົ້າໝາຍ ເມືອງອະນຸວົງ ແຂວງໄຊສົມບູນ ພາຍໃຕ້ໂຄງການພັດທະນາຊີວິດການເປັນ ຢູ່ແບບຍືນຍົງຂອງ ບໍລິສັດ ພູເບ້ຍມາຍນິງ ຈຳກັດ ສາມາດສ້າງລາຍຮັບໄດ້ເກືອບ 1 ຕື້ກີບຕໍ່ປີ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາຢ່າງເປັນຮູບປະທຳ.

ພາຍໃຕ້ໂຄງການພັດທະນາຊີວິດການເປັນຢູ່ແບບຍືນຍົງຂອງ ບໍລິສັດ ພູເບ້ຍມາຍນິງ ຈຳກັດ ໃນກິດຈະກໍາປູກສະອາດຂອງ ປະຊາຊົນ 8 ບ້ານເປົ້າໝາຍ ເມືອງອະນຸວົງ ແຂວງໄຊສົມບູນ ຄື: ບ້ານນໍ້າຍອນ ນໍ້າໂມ້ ນໍ້າຈັ້ງ ທົ່ງຮັກ ທົ່ງຄູນ ອ່າວເໜືອ ອ່າວ ກາງ ແລະ ອ່າວໃຕ້ ມາຮອດປັດຈຸບັນ ຂະບວນການດັ່ງກ່າວ ໄດ້ມີທ່າອ່ຽງເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ ຢຸດຢັ້ງ.
ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ບໍລິສັດ ພູເບ້ຍມາຍນິງ ໄດ້ສົມທົບຢ່າງແໜ້ນແຟ້ນກັບພະແນກກະສິກຳ ແລະ ປ່າໄມ້ ແຂວງ ລົງໃກ້ຊິດຕິດແທດໃນການໃຫ້ຄຳແນະນຳກ່ຽວກັບການປູກ ການໃສ່ຝຸ່ນ ແລະ ການບົວລະບັດຮັກສາ ເຮັດໃຫ້ຜົນຜະ ລິດຂອງປະຊາຊົນຢູ່ບ້ານເປົ້າໝາຍ ປະກອບມີ: ບ້ານນໍ້າຍອນ ນໍ້າໂມ້ ນໍ້າຈັ້ງ ທົ່ງຮັກ ທົ່ງຄູນ ອ່າວເໜືອ ອ່າວກາງ ແລະ ອ່າວ ໃຕ້ ເພື່ອຮັບປະກັນຄຸນນະພາບ ສຳລັບ ແນວພັນຜັກທີ່ປະຊາຊົນກຸ່ມເປົ້າໝາຍນຳມາປູກປະກອບມີ: ຜັກກາດ ຫອມບົ່ວ ຫອມປ້ອມ ສະຫຼັດ ກະລໍ່າປີ ໝາກຖົ່ວ ແລະ ອື່ນໆ.


ສ່ວນການຈຳໜ່າຍແມ່ນ ໄດ້ຈຳໜ່າຍໃຫ້ພໍ່ຄ້າ-ແມ່ຄ້າພາຍໃນແຂວງ ພ້ອມທັງຂາຍສົ່ງໃຫ້ບໍລິສັດ ພູເບ້ຍມາຍນິງ ເປັນພາກ ສ່ວນຮັບຊື້ໂດຍກົງ ແລະ ໃຫ້ການສະໜັບສະໜູນດ້ານການຕະຫຼາດຕະຫຼອດມາ ໂດຍສະເລ່ຍກຸ່ມປູກຜັກສະອາດສາມາດ ສ້າງລາຍຮັບໄດ້ຈຳນວນ 940 ລ້ານກວ່າກີບຕໍ່ປີ ໃນນັ້ນ ຂາຍໃຫ້ບໍລິສັດ ພູເບ້ຍມາຍນິງ 760 ລ້ານກວ່າກີບ.

ຈາກການສະໜັບສະໜູນຂອງ ບໍລິສັດ ພູເບ້ຍມາຍນິງ ເຮັດໃຫ້ເສດ ຖະກິດປະຊາຊົນກຸ່ມເປົ້າໝາຍ ໄດ້ຮັບການພັດທະນາດີ ຂຶ້ນຢ່າງເປັນຮູບປະທຳ ຈາກຄອບຄົວທີ່ເຄີຍຫຍຸ້ງຍາກດ້ານການເງິນໃນເມື່ອກ່ອນ ມາຮອດປັດຈຸບັນ ໄດ້ມີທ່າກ້າວປັບປຸງປ່ຽນ ແປງດີຂຶ້ນຢ່າງຊັດເຈນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.