ລັດຖະມົນຕີຊຸກຍູ້ວຽກງານຂະແໜງພາຍໃນຢູ່ແຂວງຫົວພັນ

ທ້າຍອາທິດຜ່ານມານີ້ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ແລະ ຊຸກຍູ້ ວຽກງານຂະແໜງພາຍໃນຢູ່ແຂວງຫົວພັນ ໂດຍມີ ທ່ານ ເພັດ ມະນີພອນ ຫົວໜ້າພະແນກພາຍໃນ ມີຄະນະພະແນກ ພະ ນັກງານ-ລັດຖະກອນພະແນກພາຍໃນແຂວງ ແລະ ຄະນະຫ້ອງການພາຍໃນເຂົ້າຮ່ວມ.

ທ່ານ ເພັດ ມະນີພອນ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພະແນກພາຍໃນແຂວງຫົວ ພັນໄລຍະ 1 ປີຜ່ານມາ ເຊິ່ງຍົກໃຫ້ເຫັນບາງຜົນງານພົ້ນເດັ່ນ ດ້ານດີ ຂໍ້ຄົງຄ້າງ ສາເຫດ ແລະ ທິດທາງໃນຕໍ່ໜ້າ ໃນໄລຍະຜ່ານມາ ໄດ້ຊຸກ ຍູ້ໃຫ້ຫ້ອງການພາຍໃນ 10 ເມືອງ ປັບປຸງກົງຈັກການຈັດຕັ້ງອົງການປົກຄອງຂັ້ນບ້ານໃຫ້ໄປຕາມ 5    ໜ່ວຍງານ ໄດ້ 100% ປັບປຸງຄືນໃນການສ້າງກົດລະບຽບບ້ານ ໄດ້ 512 ບ້ານ ເທົ່າກັບ 70,44% ໄດ້ແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງຫົວ ພັນ ກັບ ແຂວງຫຼວງພະບາງ ແລະ ໄດ້ຈັບຈຸດພິກັດຄືນໃໝ່ຫຼາຍຈຸດ ໄດ້ຊຸກຍູ້ເມືອງ ຕໍ່ ເມືອງ ບ້ານ ຕໍ່ ບ້ານ ໃນ 7 ເມືອງ ມີທັງ ໝົດ 24 ບ້ານ ແລະ 12 ຈຸດ ທີ່ມີຂໍ້ຂັດແຍ່ງເຂດແດນເຊື່ອມຕໍ່ ແລະ ໄດ້ແກ້ໄຂສໍາເລັດແລ້ວ 4 ເມືອງ ມີ 3 ຈຸດ ຈົດທະບຽນ ການເກີດຂອງພົນລະເມືອງໄດ້ 16.463 ຄົນ ທຽບໃສ່ພົນລະເມືອງກວມເອົາ 5,17% ປັດຈຸບັນແຂວງຫົວພັນເປີດບໍລິການ ຜ່ານປະຕູດຽວສຳເລັດ 7 ເມືອງ ໃນນີ້ 1 ເມືອງຢູ່ໃນຂັ້ນຕອນການເປີດທົດລອງ ທົ່ວແຂວງມີພະນັກງານ-ລັດຖະກອນທັງໝົດ 8.516 ຄົນ ຍິງ 3.661 ຄົນ.

ໂອກາດນີ້ທ່ານ ທອງຈັນ ມະນີໄຊ ໄດ້ໂອ້ລົມຕໍ່ພະແນກດັ່ງກ່າວ ນອກຈາກນັ້ນທ່ານລັດຖະມົນຕີພ້ອມຄະນະໄດ້ເຄື່ອນໄຫວ ຊຸກຍູ້ວຽກງານຂະແໜງພາຍໃນຢູ່ຫ້ອງການພາຍໃນເມືອງຊຽງຄໍ້ ເມືອງສົບເບົາ ແລະ ຫ້ອງການພາຍໃນເມືອງວຽງໄຊ ແຂວງ ຫົວພັນ ຕື່ມອີກ ພ້ອມດຽວກັນນີ້ ໄດ້ມອບຄອມພິວເຕີ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານເຢຍລະມັນ ຜ່ານແຜນ ງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ(ແຜນງານ ເຊກາ-CEGGA) ໃຫ້ ພະແນກພາຍໃນແຂວງຫົວພັນ ແລະ ຫ້ອງການພາຍໃນເມືອງ ເພື່ອສ້າງສິ່ງອໍານວຍຄວາມສະດວກນໍາ ໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບ ປະສິດທິຜົນສູງຂຶ້ນ ແລະ ປະກອບ ສ່ວນໃນການຫັນເປັນທັນສະ ໄໝເທື່ອລະກ້າວ.

error: Content is protected !!