ປະຕິບັດຕາມຄໍາສັ່ງແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 26/ຄຈສພ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍເນື້ອ ໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈຳ ປີ 2022 ແຜນ ການຂອງຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະບັບເລກທີ 95/ຄພກຊ ກ່ຽວກັບ ການດຳ ເນີນກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງກະຊວງ ຍທຂ ປະຈຳ ປີ 2022 ດັ່ງນັ້ນ ກະຊວງ ຍທຂ ຈຶ່ງດໍາເນີນກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງກະຊວງ ຍທຂ ປະຈຳ ປີ 2022 ຂື້ນວັນທີ 21 ມີນາ 2023 ທີ່ກະຊວງດັ່ງກ່າວ ເປັນປະທານຂອງ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະ ນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ ມີບັນດາຄະນະປະຈໍາພັກ ກໍາມະການຄະນະພັກກະຊວງ ຜູ້ຕາງໜ້າຄະ ນະຈັດຕັ້ງສູນກາງພັກ ຄະນະໜ່ວຍພັກຮາກຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ງາມປະສົງ ເມືອງມະນີ ກ່າວວ່າ: ພັກເຮົາຍາມໃດກໍຖືສຳຄັນຕໍ່ກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງ ຈັກ ການຈັດຕັ້ງ ແມ່ນວຽກໜຶ່ງທີ່ເປັນວຽກຍຸດທະສາດຂອງພັກ ເປັນປັດໄຈຕັດ ສິນຜົນໄດ້ຜົນເສຍໃນການຈັດຕັ້ງປະຕິບັດ ແນວ ທາງແຜນນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດສັງຄົມຂອງລັດແຕ່ລະໄລຍະ ສຳລັບກະຊວງ ຍທຂ ກໍໄດ້ເອົາ ໃຈໃສ່ວຽກງານດັ່ງກ່າວ ເປັນວຽກງານສໍາຄັນ ເພື່ອເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການເຮັດສໍາເລັດໜ້າທີ່ວິຊາສະເພາະ ຂອງຂະ ແໜງ ຍທຂ ສ້າງໃຫ້ບັນດາຮາກຖານພັກກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຖັນແຖວພະນັກງານ- ສະມາຊິກພັກມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບດີຂຶ້ນເປັນກ້າວໆມາ.

ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ ວ່າດ້ວຍການ ຕີລາຄາພະນັກງານ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ ວ່າດ້ວຍການດໍາເນີນກອງປະຊຸມ ຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 25/ຄຈສ ພ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະ ນະກາງສະ ໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ບົດໂອ້ລົມຂອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຕໍ່ກອງປະຊຸມສະ ຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງພັກທົ່ວປະເທດ ປະຈຳປີ 2022 ບົດສະຫຼຸບການຈັດຕັ້ງ ປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການ ຈັດຕັ້ງທົ່ວປະເທດ ປະຈຳ ປີ 2022 ແລະ ທິດທາງໜ້າທີ່ ປີ 2023 ບົດສະຫຼຸບຕີລາຄາສະພາບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງກະຊວງ ຍທຂ ປະຈຳ ປີ 2022 ແລະ ທິດທາງແຜນການ ປີ 2023 ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດ ພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະຜ່ານມາ (2016- 2021) ແລະ ທິດທາງແຜນການຮອດປີ 2025 ຄໍາເຫັນໂອ້ລົມຂອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະ ທານປະເທດ.