ມະເຮັງຕັບ ເປັນພະຍາດທີ່ພົບຫຼາຍເປັນອັນດັບ 1 ໃນເພດຊາຍ ແລະ ອັນດັບ 2 ໃນເພດຍິງ ເຊິ່ງກວ່າຄົນເຈັບຈະຮູ້ຕົວ ກໍມັກເຂົ້າສູ່ໄລຍະສຸດທ້າຍຂອງໂຣກແລ້ວ ເພາະມະເຮັງຕັບ ມັກບໍ່ມີສັນຍານ ຫຼືອາການບົ່ງບອກໃນໄລຍະທຳອິດ ຈຶ່ງເຮັດໃຫ້ມີອັດຕາການເສຍຊີວິດສູງ.
ທັງນີ້ ຂໍ້ມູນຈາກສະຖາບັນມະເຮັງລະບຸວ່າ ປັດໄຈສ່ຽງສຳຄັນຕໍ່ການເກີດມະເຮັງຕັບ ໄດ້ແກ່ໂຣກຕັບແຂງຈາກທຸກໆສາເຫດ ທັງຈາກການດື່ມເຫຼົ້າ ທັງໄວຣັສຕັບອັກເສບທັງຊະນິດບີ ແລະ ຊີ ໂດຍສະເພາະ ຊະນິດ ບີ ທີ່ພົບວ່າມີຫຼາຍຄົນຈະເສຍຊີວິດດ້ວຍພະຍາດຕັບແຂງ ຫຼື ມະເຮັງຕັບກ່ອນອາຍຸ 50 ປີ.
ຢ່າງໃດກໍຕາມ ຫາກກວດຄັດແຍກຫາພະຍາດມະເຮັງເປັນປະຈຳທຸກປີ ຈະຊ່ວຍໃຫ້ແພດສາມາດໃຫ້ການປິ່ນປົວໄດ້ຢ່າງທັນເວລາ ຊຶ່ງຈະຫຼຸດຄວາມສ່ຽງໃນການເສຍຊີວິດຂອງພະຍາດມະເຮັງຕັບລົງໄດ້.
ໃຜແດ່ທີ່ຄວນເຂົ້າຮັບການກວດຄັດແຍກຫາໂຣກມະເຮັງຕັບ ?
1. ຄົນເຈັບພະຍາດຕັບແຂງທັງເພດຍິງ ແລະ ຊາຍ ເນື່ອງຈາກ 80% ຂອງມະເຮັງຕັບ ມັກເກີດໃນຄົນເຈັບທີ່ເປັນພະຍາດຕັບແຂງ ໄດ້ແກ່ພະຍາດຕັບແຂງຈາກເຫຼົ້າ ໄວຣັສຕັບອັກເສບບີ ແລະ ຊີ ສານພິດອະຟລາທ໊ອກຊິນ ພາວະທາດເຫຼັກສະສົມທີ່ຕັບ ພະຍາດທາງພັນທຸກຳ ແລະ ເມຕາບໍລິກຕ່າງໆ.
2. ຄົນເຈັບພະຍາດຕັບອັກເສບຊຳເຮື້ອ ທີ່ເກີດຈາກໄວຣັສຕັບອັກເສບບີ ຫຼື ຜູ້ທີ່ຕິດເຊື້ອໄວຣັສຕັບອັກເສບ ບີ ຕັ້ງແຕ່ເກີດທຳອິດ ຫຼື ໄວເດັກ ເຖິງແມ່ນຍັງບໍ່ມີພະຍາດຕັບແຂງ ແຕ່ມີຄວາມສ່ຽງຕໍ່ມະເຮັງຕັບສູງໃນເພດຊາຍ ທີ່ມີອາຍຸຫຼາຍກວ່າ 45 ປີ ແລະ ຜູ້ຍິງທີ່ມີອາຍຸຫຼາຍກວ່າ 50 ປີ ແລະ ມີປະຫວັດມະເຮັງຕັບໃນຄອບຄົວ.
3. ຄົນເຈັບພະຍາດໄວຣັສຕັບອັກເສບຊີຊຳເຮື້ອ ທີ່ມີປະລິມານພັງຜືດໃນຕັບຫຼາຍໃນລະດັບ 3 ແລະ 4 ຄວນໄດ້ຮັບການກວດຄັດແຍກພະຍາດມະເຮັງຕັບ.
ອາການເຕືອນທີ່ບໍ່ຄວນເບິ່ງຂ້າມ
ສ່ວນໃຫຍ່ແລ້ວ ອາການຕ່າງໆທີ່ເກີດຂຶ້ນ ມັກມີລັກສະນະຄ້າຍຄືກັບໂຣກອື່ນໆທົ່ວໄປ ຈຶງເຮັດໃຫ້ຫຼາຍຄົນເບິ່ງຂ້າມ ເຊິ່ງກວ່າຈະປາກົດອາການຊັດເຈນ ແລະ ເຂົ້າຮັບການວິໄຈຈາກແພດ ກໍລຸກລາມ ຢູ່ໃນໄລຍະທ້າຍຂອງພະຍາດແລ້ວ ແລະ ນີ້ຄືສັນຍານເຕືອນທີ່ອາດບົ່ງຊີ້ວ່າ ພະຍາດມະເຮັງຕັບ ກຳລັງຄຸກຄາມຢູ່ໂດຍບໍ່ຮູ້ຕົວ.
1. ເບື່ອອາຫານຢ່າງເຫັນໄດ້ຈະແຈ້ງ ຮູ້ສຶກແໜ້ນທ້ອງ ທ້ອງອືດ ທ້ອງຍຶ່ງເປັນປະຈຳ ການຍ່ອຍອາຫານບໍ່ດີ ບາງຄັ້ງປາກົດອາການປຸ້ນທ້ອງ ປວດຮາກນຳດ້ວຍ.
2. ປວດ ຫຼື ແໜ້ນທ້ອງບໍລິເວນລຸ່ມກະດູກຂ້າງເບື້ອງຂວາ ຫຼືທ້ອງສ່ວນເທິງເບື້ອງຂວາ ເຊິ່ງເປັນຕຳແໜ່ງຂອງຕັບ ໂດຍມີອາການປວດຢ່າງຕໍ່ເນື່ອງ ຫຼືເປັນຄັ້ງຄາວ ແຕ່ຖ້າເນື້ອງອກຂອງມະເຮັງຕັບມີການລຸກລາມ ອາການເຈັບກໍຈະຮຸນແຮງຂຶ້ນ ແລະ ອາດຄຳເຫັນກ້ອນແຂງບໍລິເວນລຸ່ມກະດູກຂ້າງຂວາ.
3. ອ່ອນເພຍ ມີໄຂ້ຕ່ຳເປັນປະຈຳ ນ້ຳໜັກຫຼຸດໂດຍບໍ່ຮູ້ສາເຫດ ແລະ ມີອາການບວມນ້ຳ ເຮັດໃຫ້ຂາບວມທັງສອງເບື້ອງ.
4. ມີອາການຕາເຫຼືອງ ຕົວເຫຼືອງ ເພາະເມື່ອຕັບອ່ອນແອ ຈຶ່ງບໍ່ສາມາດກຳຈັດສານສີເຫຼືອງ (ບິລິຣູບິນ) ໃນກະແສເລືອດໄດ້ຢ່າງມີປະສິດທິພາບ ຈຶ່ງເຮັດໃຫ້ເກີດພາວະເຫຼືອງຜິດປົກກະຕິ.
5. ທ້ອງມານ ຫຼື ທ້ອງໃຫຍ່ ເຊິ່ງເກີດຈາກຕັບເຮັດວຽກຜິດປົກກະຕິ ເຮັດໃຫ້ມີຂອງແຫຼວສະສົມຢູ່ໃນຊ່ອງວ່າງລະຫວ່າງເຍື່ອຫຸ້ມຊ່ອງທ້ອງ ກັບອະໄວຍະວະພາຍໃນຊ່ອງທ້ອງ ທ້ອງຈຶ່ງເຫັນໃຫຍ່ຂຶ້ນ ແລະ ສົ່ງຜົນໃຫ້ຄັນຕາມຜິວໜັງດ້ວຍ ເນື່ອງຈາກສານສີເຫຼືອງ ແລະ ນ້ຳບີ ເຮັດໃຫ້ເກີດການຄັນເຄືອງຕໍ່ຜິວໜັງ.
ດັ່ງນັ້ນ ຫາກຮູ້ເທົ່າທັນອາການຂອງພະຍາດເຫຼົ່ານີ້ ແລະ ຮີບໄປຫາແພດແຕ່ຕົ້ນໆ ກໍຈະຫຼຸດການສູນເສຍລົງໄດ້ ແຕ່ສິ່ງທີ່ສຳຄັນທີ່ສຸດ ຄືການດູແລສຸຂະພາບໃຫ້ແຂງແຮງ ຮັບປະທານອາຫານທີ່ມີປະໂຫຍດ ອອກກຳລັງກາຍ ແລະພັກຜ່ອນໃຫ້ພຽງພໍ ເຊິ່ງຈະຊ່ວຍປ້ອງກັນພະຍາດໄພໄຂ້ເຈັບຕ່າງໆໃຫ້ໄກຕົວໄດ້.
ຊາວບ້ານ-ນຳສະເໜີ