ນຳໃຊ້ປະໂຫຍດຈາກຂີ້ເຫຍື້ອ ຜະລິດເປັນຝຸ່ນຊີວະພາບ

ປັດ­ຈຸ­ບັນ ບັນ­ຫາ​ຂີ້​ເຫຍື້ອ​ຖື​ເປັນ​ບັນ­ຫາ​ໜຶ່ງ ທີ່​ຖືກ​ນຳ​ມາ​ປຶກ­ສາ​ຫາ­ລື​ຮ່ວມ​ກັນ​ໃນ​ຫຼາຍ​ພາກ­ສ່ວນ ເພື່ອ​ຊອກ​ຫາ​ວິ­ທີ​ໃນ​ການ​ແກ້​ໄຂ​ບັນ­ຫາ​ນີ້ ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ໄດ້​ຊອກ​ຫາ​ວິ­ທີ​ແກ້​ໄຂ​ບັນ­ຫາ ແລະ ການ​ບໍ­ລິ­ຫານ​ຈັດ­ການ​ກັບ​ຂີ້​ເຫຍື້ອ​ປລາ​ສ​ຕິກ ເຊິ່ງ​ເປັນ​ຂີ້​ເຫຍື້ອ​ທີ່​ຍ່ອຍ​ສະ­ຫຼາຍ​ຍາກ ແຕ່​ຄວາມ​ຈິງ​ແລ້ວ​ປະ­ມານ 50% ຂອງ​ຂີ້​ເຫຍື້ອ​ແມ່ນ ເປັນ​ຂີ້​ເຫຍື້ອ​ທີ່​ຍ່ອຍ​ສະ­ຫຼາຍ​ໄດ້​ງ່າຍ ເປັນ​ຂີ້​ເຫຍື້ອ​ປະ­ເພດ​ອິນ​ຊີ ເຊັ່ນ: ເສດ​ອາ­ຫານ ເສດ​ຜັກ ໝາກ​ໄມ້ ທີ່​ສາ­ມາດ​ຍ່ອຍ​ສະ­ຫຼາຍ​ໄດ້​ເອງ ແຕ່​ກໍ​ຕ້ອງ​ໃຊ້​ເວ­ລາ ແລະ ຕ້ອງ​ມີ​ວິ­ທີ​ຈັດ­ການ​ທີ່​ເໝາະ​ສົມ ຖ້າ​ບໍ່​ເຊັ່ນ​ນັ້ນ ຈະ​ກາຍ­ເປັນ​ແຫຼ່ງ​ລວມ​ເຊື້ອ​ພະ­ຍາດ ສົ່ງ​ກິ່ນ​ເໝັນ​ເກີດ​ບັນ­ຫາ​ຕໍ່​ສັງ­ຄົມ ແລະ ສະ­ພາບ​ແວດ​ລ້ອມ.

ຊັບ­ພະ­ຍາ­ກອນ​ອັນ​ລ້ຳ​ຄ່າ​ນີ້ ຈະ​ຖືກ​ຖິ້ມ​ຢູ່​ບ່ອນ​ຖິ້ມ​ຂີ້​ເຫຍື້ອ ຖ້າ​ບໍ່​ມີ​ການ​ຫັນ­ປ່ຽນ​ໃນ​ການ​ຈັດ­ການ​ທີ່​ດີ ເຊີ່ງ​ທາງ​ອົງ­ການ GGGI-KOICA ປະ­ເທດ​ລາວ ຮ່ວມ​ກັບ​ອົງ­ການ​ຄຸ້ມ​ຄອງ ແລະ ບໍ­ລິ­ການ​ຕົວ​ເມືອງ​ວຽງ​ຈັນ ແລະ ຜູ້​ຈັດ­ການ​ຂີ້​ເຫຍື້ອ ຈະ​ທົດ​ລອງ​ເກັບ​ເອົາ​ສິ່ງ​ເສດ​ເຫຼືອ​ປະ­ເພດ​ຂີ້​ເຫຍື້ອ​ປຽກ ເສດ​ອາ­ຫານ ຫຼື ເສດ​ຜັກ ໂດຍ​ການ​ໄຈ້​ແຍກ​ອອກ​ຕ່າງ­ຫາກ​ຈາກ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ ພາຍ​ໃນ​ເມືອງ​ສີ​ໂຄດ​ຕະ­ບອງ ເຊິ່ງ​ໄດ້​ລິ​ເລີ່ມ​ມາ​ຕັ້ງ­ແຕ່​ເດືອນ​ກໍ­ລະ­ກົດ 2019 ເປັນ­ຕົ້ນ​ໄປ ໂດຍ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ກອງ​ທຶນ​ອົງ­ການ KOICA ເຊິ່ງ​ບັນ­ດາ​ຜູ້​ເກັບ​ມ້ຽນ​ຂີ້​ເຫຍື້ອ ແລະ ຜູ້​ຂາຍ​ຢູ່​ຕະ­ຫຼາດ ແມ່ນ​ບຸກ­ຄົນ​ສຳ­ຄັນ ທີ່​ຊ່ວຍ​ໃຫ້​ເກີດ​ຜົນ­ສຳ­ເລັດ​ດັ່ງ­ກ່າວ ເຊິ່ງ​ພວກ​ເຂົາ​ຈະ​ສາ­ມາດ​ແຍກ​ຂີ້​ເຫຍື້ອ​ເສດ​ເຫຼືອ ແລະ ການ​ຟື້ນ​ຟູ​ສິ່ງ​ເສດ​ເຫຼືອ​ໃຫ້​ຫຼາຍ​ທີ່​ສຸດ ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ຢູ່​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ.

ໃນ​ໄລ­ຍະ​ຜ່ານ​ມາ ອົງ­ການ GGGI-KOICA ປະ­ເທດ​ລາວ​ຮ່ວມ​ກັບ​ຫ້ອງ­ການ​ຄຸ້ມ​ຄອງ ແລະ ບໍ­ລິ­ການ​ຕົວ​ເມືອງ​ວຽງ​ຈັນ ແລະ ຜູ້​ເກັບ​ມ້ຽນ​ຂີ້​ເຫຍື້ອ ສາ­ມາດ​ເກັບ ແລະ ແຍກ​ຂີ້​ເຫຍື້ອ​ທີ່​ເປັນ​ເສດ​ອາ­ຫານ ຫຼື ເສດ​ຜັກ​ໄດ້​ຈາກ​ຕະ­ຫຼາດ​ທ້ອງ­ຖິ່ນ ຈຳ­ນວນ 1 ໂຕນ ແລະ ນຳ​ສົ່ງ​ໄປ​ໂຮງ­ງານ​ຜະ­ລິດ​ປຸຍ​ຊີ­ວະ​ພາບ ເພື່ອ​ເຮັດ​ຝຸ່ນ​ບົ່ມ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະ­ລິດ​ກະ­ສິ­ກຳ.

error: Content is protected !!