ປະກາດປັບປຸງຄະນະບໍລິຫານງານ ສະຫະພັນເທຄວັນໂດແຫ່ງຊາດ

ພິ­ທີ​ປະ­ກາດ​ປັບ­ປຸງ​ຄະ­ນະ​ບໍ­ລິ­ຫານ​ງານ ສະ­ຫະ­ພັນ​ກີ­ລາ​ເທ​ຄວັນ​ໂດ​ແຫ່ງ​ຊາດ​ລາວ ຈັດ​ຂຶ້ນ​ວັນ​ທີ 23 ມິ­ຖຸ­ນາ 2020 ຢູ່​ຮ້ານ​ອາ­ຫານ​ລອງ​ລູມ ໂດຍ​ມີ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ປະ­ທານ​ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປີກ​ແຫ່ງ​ຊາດ​ລາວ (ຄອລ) ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ທານ​ສະ­ຫະ­ພັນ​ເທ​ຄວັນ​ໂດ​ແຫ່ງ​ຊາດ ທ່ານ ສົມ​ພູ ພົງ­ສາ ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີ​ກະ­ຊວງ ສສກ ຮອງ​ປະ­ທານ ຄອລ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ມາ​ຍັງ​ປະ­ທານ ພ້ອມ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ເທ​ຄວັນ​ໂດ​ແຫ່ງ​ຊາດ ເຊິ່ງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽງ​ການ 2 ປີ ຜ່ານ​ມາ​ສາ­ມາດ​ຍາດ​ໄດ້​ຜົນ­ສຳ­ເລັດ ແລະ ຜົນ­ງານ​ດີ­ເດັ່ນ​ຢ່າງ​ຫຼວງ­ຫຼາຍ ໂດຍ​ສະ­ເພາະ ໃນ​ມະ​ຫະ​ກຳ​ກີ­ລາ​ຊີ­ເກມ ຄັ້ງ​ທີ 30 ຢູ່​ປະ­ເທດ​ຟິ​ລິບ​ປິນ ສາ­ມາດ​ຍາດ​ໄດ້​ຫຼຽນ​ເງິນ ແລະ ຫຼຽນ​ທອງ ໃຫ້​ທັບ​ນັກ­ກີ­ລາ​ລາວ ພ້ອມ​ນີ້ ທ່ານ​ຍັງ​ເຊື່ອ​ໝັ້ນ​ວ່າ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ຊຸດ​ໃໝ່ ຈະ​ເປັນ​ກຳ­ລັງ​ແຮງ​ຊ່ວຍ​ສົ່ງ­ເສີມ​ການ​ພັດ­ທະ­ນາ​ວົງ​ການ​ເທ​ຄວັນ​ໂດ​ລາວ ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມ­ແຂງ ສາ­ມາດ​ເຊື່ອມ​ໂຍ່ງ​ກັບ​ປະ­ເທດ​ອາ​ຊຽນ ອາ­ຊີ ແລະ ສາ­ກົນ ເພື່ອ​ຍາດ​ແຍ່ງ​ເອົາ​ການ​ຊ່ວຍ­ເຫຼືອ ແລກ­ປ່ຽນ​ບົດ­ຮຽນ ແລະ ປະ­ສົບ​ການ​ຢ່າງ​ມີ​ຜົນ­ສຳ­ເລັດ ໃຫ້​ປະ­ເທດ​ຊາດ ຫວັງ​ວ່າ​ສະ­ຫະ­ພັນ​ເທ​ຄວັນ​ໂດ​ລາວ ຈະ​ເປັນ­ຄວາມ​ຫວັງ​ໃຫ້​ກະ­ຊວງ ສສກ ກໍ​ຄື ລັດ­ຖະ­ບານ ທີ່​ຈະ​ນຳ​ເອົາ​ຫຼຽນ​ຄຳ​ຈາກ​ສາ­ກົນ ມາ­ສູ່​ປະ­ເທດ​ຊາດ.

ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ເທ​ຄວັນ​ໂດ​ແຫ່ງ​ຊາດ​ລາວ ຊຸດ​ປັບ­ປຸງ​ໃໝ່​ຄັ້ງ​ນີ້ ມີ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ເປັນ​ປະ­ທານ ທ່ານ ອຸ​ໄດ ສຸ­ວັນ​ມະ​ລີ ທ່ານ ທະ­ນຸ​ສັກ ຍົມ​ມະ​ຈັກ ທ່ານ ສີ​ວັນ­ນະ​ກອນ ມະ​ລີ​ວັນ ເປັນ​ຮອງ​ປະ­ທານ ທ່ານ ຈັນ­ທະ​ວົງ ປັນ­ຍາ​ສິ­ລິ ເປັນ​ເລ­ຂາ­ທິ­ການ ນອກ​ນີ້​ຍັງ​ມີ 10 ທ່ານ ເປັນ​ຄະ­ນະ​ບໍ­ລິ­ຫານ​ງານ.

error: Content is protected !!