ສ້າງຄວາມເຂັ້ມແຂງວຽກງານຂ່າວສານໃຫ້ຕົວແທນຊາວໜຸ່ມ

    ຮາກຖານຊາວໜຸ່ມ ພະແນກສຶກສາທິການ ແລະ ກີລາແຂວງ (ສກຂ) ຊຽງຂວາງ ຈັດເຝິກອົບຮົມການສ້າງຄວາມເຂັ້ມແຂງດ້ານວຽກງານຂ່າວສານ ໃຫ້ແກ່ຕົວແທນຊາວໜຸ່ມ 7 ໜ່ວຍ ອ້ອມຂ້າງທີ່ຂຶ້ນກັບ ລະຫວ່າງວັນທີ 13-17 ມີນາ 2023 ທີ່ຫ້ອງປະຊຸມໃຫຍ່ພະແນກດັ່ງກ່າວ ເປັນປະທານຂອງສະຫາຍ ບຸນເລື່ອນ ວັນນາຮັກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ສກຂ ສະຫາຍ ຄານສີສະຫວັນ ພົງພັກດີ ເລຂາຮາກຖານຊາວໜຸ່ມ ພະແນກ ສກຂ ມີຄະນະຮັບຜິດຊອບຊຸດເຝິກອົບຮົມ ຄູເຝິກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ສະຫາຍ ຄານສີສະຫວັນ ພົງພັກດີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຈຸດປະສົງເປົ້າໝາຍຂອງການຈັດເຝິກອົບຮົມ ແມ່ນເພື່ອເສີມສ້າງຄວາມເຂັ້ມແຂງທາງດ້ານທັກສະການຂຽນຂ່າວ ຂຽນບົດ ການຈັດລາຍການວິທະຍຸ ແລະ ການຕັດຕໍ່ລາຍການວິທະຍຸ (ສຽງ) ການສົ່ງຄຼິບສຽງທາງອີເມວ ຫຼື ຊ່ອງທາງໂຊຊຽວມີເດຍຕ່າງໆ ໃຫ້ກັບຕົວແທນຊາວໜຸ່ມ 7 ໜ່ວຍ ອ້ອມຂ້າງທີ່ຂຶ້ນກັບຮາກຖານຊາວໜຸ່ມພະແນກ ພາຍຫຼັງເຝິກອົບຮົມແລ້ວ ຈະໄດ້ພັດປ່ຽນກັນໄປຈັດລາຍການວິທະຍຸຕົວຈິງຢູ່ສະຖານີວິທະຍຸກະຈາຍສຽງແຂວງຊຽງຂວາງ ໃນລາຍການ ສົ່ງເສີມການສຶກສາ ເຊິ່ງອອກອາກາດທຸກໆວັນສຸກຂອງແຕ່ລະອາທິດ ພາກເຊົ້າເວລາ 10:00 ໂມງ ຫາ 10:15 ໂມງ ພາກຄໍ່າ ເວລາ 20:00 ໂມງ ຫາ 20:15 ໂມງ ການເຝິກອົບຮົມຈະເນັ້ນໜັກພາກທິດສະດີ 30% ແລະ ລົງເລິກພາກປະຕິບັດຕົວຈິງ 70% ເພື່ອໃຫ້ສໍາມະນາກອນມີຄວາມເຂົ້າໃຈ ແລະ ສາມາດປະຕິບັດຕົວຈິງໄດ້.

error: Content is protected !!