ແມ່ຍິງ ສນຊ ສືບຕໍ່ສຸມໃສ່ຂໍ້ແຂ່ງ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜັ້ນ

    ກອງປະຊຸມສາມັນ ຄັ້ງທີ 3 ສະໄໝທີ XIV ຂອງສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ (ສນຊ) ຈັດຂຶ້ນຢູ່ທີ່ສູນເຝິກອົບຮົມ ສນຊ ໃນວັນທີ 15 ມິນາ 2023 ໂດຍການເປັນປະທານ ຂອງທ່ານ ນາງ ແພງພັນ ບຸບຜາພອນ ກຳມະການພັກ ປະທານສະຫະພັນແມ່ຍິງ ສນຊ ມີ ທ່ານ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານ ສນຊ ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ກຳມະການປະຈຳພັກ ຮອງປະທານ ສນຊ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ມີບັນດາສະຫາຍເລຂາໜ່ວຍພັກກົມ ຫ້ອງການ ແລະ ສູນເຝິກອົບຮົມຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກແມ່ຍິງ ຂອງ ສນຊ ເຂົ້າຮ່ວມ.

    ກອງປະຊຸມໄດ້ຮັບຟັງການລາຍງານຜົນງານໃນການເຄື່ອນໄຫວວຽກງານຮອບດ້ານ ຂອງສະຫະພັນແມ່ຍິງ ສນຊ ໃນໄລຍະເຄິ່ງສະໄໝຜ່ານມາ ແລະ ທິດທາງແຜນການເຄິ່ງສະໄໝໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ສະຫະພັນແມ່ຍິງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສໍາຄັນເຊິ່ງໄດ້ນໍາພາ ແລະ ຊຸກຍູ້ ໃຫ້ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມເຊື່ອມຊຶມເອກະສານສໍາຄັນຕ່າງໆ ຂອງຊາດ ຂອງພັກ ຂອງຄະນະພັກ ເຮັດໃຫ້ສະມາຊິກແມ່ຍິງ ສາມາດຮັບຮູ້ເຂົ້າໃຈ ໄດ້ເອົາໃຈໃສ່ປຸກລະດົມ ຊຸກຍູ້ໃຫ້ສະມາຊິກຜູ້ທີ່ມີເງື່ອນໄຂສ້າງລາຍຮັບ ໂດຍສະເພາະແມ່ນການປູກຝັງ ລ້ຽງສັດ ຕຳຫູກ ຄ້າຂາຍຍ່ອຍ ເຮັດອາຫານ ແລະ ດໍາເນີນທຸລະກິດທີ່ຖືກຕ້ອງຕາມກົດໝາຍ ເພື່ອແກ້ໄຂເສດຖະກິດຄອບຄົວ ໃຫ້ໄດ້ຮັບການພັດທະນາດີຂຶ້ນ ໄດ້ເອົາໃຈໃສ່ຕໍ່ວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂະບວນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜັ້ນ ແລະ ຂະບວນການແຂ່ງຂັນອົງການຈັດຕັ້ງມະຫານຊົນອື່ນໆ ພ້ອມກັນນັ້ນ ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ.

error: Content is protected !!