ແລ່ນວຽງຈັນ ຮາຟ ມາຣາທອນນາໆຊາດ ຈະຈັດຂຶ້ນວັນທີ 26 ມີນາ

ວິສາຫະກິດສ່ວນບຸກຄົນ ອີເວັ້ນຟໍກູດ ຮ່ວມກັບ ສະຫະພັນກີລາແລ່ນ-ລານແຫ່ງຊາດລາວ ໂດຍພາຍໃຕ້ການຊີ້ນໍາຂອງກະ ຊວງສຶກສາທິການ ແລະ ກີລາ ຈະຈັດງານແຂ່ງຂັນແລ່ນວຽງຈັນ ຮາຟ ມາຣາທອນນາໆຊາດ ຄັ້ງທີ 6 ຂຶ້ນວັນທີ 26 ມີນາ 2023 ໂດຍເສັ້ນທາງແລ່ນ ເປັນເສັ້ນທາງທີ່ມີຄວາມເປັນເອກະລັກ ແລ່ນຜ່ານຈຸດທ່ອງທ່ຽວສຳຄັນຕ່າງໆຂອງນະຄອນຫຼວງ ວຽງຈັນ ເຊິ່ງເໝາະສຳລັບນັກແລ່ນທຸກເພດໄວ ທັງພາຍໃນ ແລະ ຕ່າງປະເທດ ໄລຍະທາງ 21 ກິໂລແມັດ 10 ກິໂລແມັດ ແລະ 5 ກິ ໂລແມັດ ເລີ່ມແລ່ນເວລາ 4:30 ໂມງ ຢູ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ.

ພິທີຖະແຫຼງຂ່າວງານດັ່ງກ່າວ ຈັດຂຶ້ນວັນທີ 15 ມີນາ 2023 ຢູ່ຄະນະກໍາມະການກີລາໂອແລມປິກແຫ່ງຊາດລາວ (ຄອລ) ໂດຍມີ ທ່ານ ສົມພູ ພົງສາ ຮອງປະທານ ຄອລ ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນກີລາແລ່ນ-ລານແຫ່ງຊາດ ທ່ານນາງ ວັນເພັງ ສຸດທິຈັກ ຜູ້ອໍານວຍການວິສາຫະກິດສ່ວນບຸກຄົນ ອີເວັ້ນຟໍກູດ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ ຄູ ເຝິກ ນັກກີລາ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໂອກາດນີ້ ທ່ານ ສິດທິໄຊ ສັກປະເສີດ ກ່າວວ່າ: ຈຸດປະສົງການຈັດງານຄັ້ງນີ້ ເພື່ອການສົ່ງເສີມການມີສຸຂະພາບທີ່ດີ ເພື່ອສົ່ງ ເສີມການທ່ອງທ່ຽວລາວໃຫ້ມີຄວາມຄຶກຄື້ນ ແລະ ສ້າງໃຫ້ນະຄອນຫຼວງວຽງຈັນ ມີການຈັດງານກີລາມວນຊົນໃນລະດັບ ສາກົນ ໂດຍການແຂ່ງຂັນຄັ້ງນີິ້ ແມ່ນການຮ່ວມມືລະຫວ່າງ Events for good ສະຫະພັນແລ່ນ-ລານແຫ່ງຊາດລາວ ພາຍ ໃຕ້ການຊີ້ນຳຈາກກະຊວງສຶກສາທິການ ແລະ ກີລາ ໂດຍໄດ້ຮັບການສະໜັບສະໝູນຫຼັກຈາກນ້ຳດື່ມກາຫົວເສືອ ບໍລິສັດໂຕໂຢ ຕ້າລາວ ແລະ ພາກສ່ວນອື່ນໆ ນອກນີ້ ຍັງມີອາສາສະໝັກທີ່ສະໝັກເຂົ້າມາຊ່ວຍໃນງານຫຼາຍກວ່າ 400 ຄົນ ຈຶ່ງຂໍເຊີນຊວນ ທຸກ ທ່ານ ເຂົ້າມາຮ່ວມສ້າງປະຫວັດສາດການແລ່ນທີ່ມີຜູ້ເຂົ້າຮ່ວມຫຼາຍທີ່ສຸດຂອງກິດຈະກຳຕົ້ນປີ 2023 ນຳກັນ.

ສຳລັບການລົງທະບຽນ ສາມາດລົງທະບຽນອອນລາຍໄດ້ທີ່: https://runlaos.com/ ຫຼື ຈະລົງທະບຽບແບບເຊິ່ງໜ້າຢູ່ຫ້ອງ ການ Events for good (ບ້ານທາດຂາວ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ) ວັນຈັນ-ສຸກ ແລະ ຢູ່ Toyota Square ສູນການຄ້າພາກຊັນ ວັນເສົາ-ອາທິດ ເລີ່ມແຕ່ເວລາ 10:30-17:00 ໂມງ ໂດຍຜູ້ເຂົ້າຮ່ວມງານແລ່ນຄັ້ງນີ້ ຈະໄດ້ຮັບເສື້ອທີ່ ອອກແບບພິເສດ 1 ຜືນ ຕາມໄລຍະທາງການແຂ່ງຂັນທີ່ສະໝັກ ແລະ ຜູ້ເຂົ້າຮ່ວມຂອງປະເພດ 21 ກິໂລແມັດ ແລະ 10 ກິໂລ ແມັດ ຍັງຈະໄດ້ຮັບຫຼຽນ ຫຼັງຈາກເຂົ້າເສັ້ນໄຊຕາມເວລາທີ່ກຳນົດໄວ້ ອີກດ້ວຍ. ຂໍ້ມູນເພີ່ມຕື່ມສາມາດເຂົ້າເບິ່ງໄດ້ທີ່: ເວບໄຊ: https://www.runlaos.com/ ເຟສບຸກ: Facebook: https://www.facebook.com/vientianehalfmarathon ອີເມວ: info@efglaos.com ເບີໂທຕິດຕໍ່: 020 91 901 222 ປິດຮັບການສະໝັກຮອດວັນທີ 20 ມີນາ 2023.                                

error: Content is protected !!