68 ປີມີໄຊ ຊາວໜຸ່ມລາວຮ່ວມໃຈ ຕະລຸມບອນບໍລິຈາກເລືອດ

    ນີ້ແມ່ນຄຳຂວັນ ກິດຈະກຳຮັບບໍລິຈາກເລືອດ ຂອງຊາວໜຸ່ມ ປປລາວ ເຊິ່ງໄດ້ມີຖະແຫຼງຂ່າວ ໃນວັນທີ 13 ມີນາ 2023 ທີ່ສະຖາບັນເລືອດແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຂ່າວກ່ຽວກັບ ຂະບວນການບໍລິຈາກເລືອດຊ່ວຍເຫຼືອສັງຄົມ ພາຍໃຕ້ຄໍາຂວັນ “ 68 ປີມີໄຊ ຊາວໜຸ່ມລາວຮ່ວມໃຈ ຕະລຸມ ບອນບໍລິຈາກເລືອດ ” ໂດຍມີທ່ານ ສີສຸພັນ ພົມມະນີວົງ ຮອງເລຂາຊາວໜຸ່ມກະຊວງສຶກສາທິການ ແລະ ກີລາ ເລຂາຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນ ເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແຂກຖືກເຊີນ ແລະ ສື່ມວນຊົນ ເຂົ້າຮ່ວມ.

    ທ່ານ ມອນໄຊ ລາວມົວຊົ່ງ ກ່າວວ່າ: ເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ພ້ອມນີ້ ຍັງເປັນການແກ້ໄຂບັນຫາການຂາດເລືອດ ແລະ ຕອບສະໜອງເລືອດໃຫ້ພຽງພໍ ເພື່ອນໍາໃຊ້ເຂົ້າໃນການປິ່ນປົ່ວຄົນເຈັບທີ່ນອນຢູ່ຕາມໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ກິດຈະກຳຄັ້ງນີ້ ຈະຈັດຂຶ້ນໃນວັນທີ 17 ມີນາ 2023 ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນ ຫຼວງວຽງຈັນ ເລີ່ມແຕ່ເວລາ 8:00 ໂມງ ເປັນຕົ້ນໄປ.

    ກິດຈະກຳໃນຄັ້ງນີ້ປະກອບມີ: ການເຜີຍແຜ່ໃຫ້ຄຳປຶກສາຄວາມຮູ້ດ້ານສຸຂະພາບຈະເລີນພັນ ກິດຈະກໍາ ການປະຖົມພະຍາບານຊ່ວຍເຫຼືອຄົນເຈັບຂັ້ນພື້ນຖານ ຈາກກູ້ໄພອາສາສະໝັກອົງການກາແດງແຫ່ງຊາດລາວ ສະແດງສິລະປະ-ວັນນະຄະດີ ຖາມ-ຕອບ ຄວາມຮູ້ທົ່ວໄປກ່ຽວກັບເລືອດ ຢາເສບຕິດ ແລະ ມູນເຊື້ອຊາວໜຸ່ມ ອອກແຈ້ງການປຸກລະດົມການບໍລິຈາກເລືອດ ໃນທົ່ວປະເທດ ໂດຍຈະມີຜູ້ເຂົ້າຮ່ວມຈາກ ຄຊປປລ 17 ກະຊວງ ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາວິທະຍາໄລ ຊາວໜຸ່ມ-ໄວໜຸ່ມ ຈາກອົງການຈັດທາງສັງຄົມ ບຸກຄົນ ແລະ ອາສາສະໝັກທົ່ວໄປ ຕັ້ງເປົ້າຈະໄດ້ເລືອດ 1.000 ຖົງ.

error: Content is protected !!