ສະຖາບັນການເງິນຊັບທະວີ ຮ່ວມກັບ ວິທະຍາໄລເຕັກນິກປາກປ່າສັກ ເຊັນສັນຍາຮ່ວມມື ທາງດ້ານວິຊາການ

    ພິທີເຊັນສັນຍາວ່າດ້ວຍການຮ່ວມມື ທາງດ້ານວິຊາການ ແລະ ພັດທະນາຊັບພະຍາກອນມະນຸດແບບຍືນຍົງ ລະຫວ່າງ ສະຖາບັນການເງິນ ຊັບທະວີ (ຊທວ) ແລະ ວິທະຍາໄລເຕັກນິກປາກປ່າສັກ (ວຕປສ)  ຈັດຂຶ້ນວັນທີ 13 ມີນາ 2023 ຢູ່ທີ່ສະຖາບັນການເງິນຊັບທະວີ ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານ ນາງ ລາສີ ມີສາວົງ ຜູ້ອໍານວຍການ ສະຖາບັນການເງິນ ຊັບທະວີ  (ຊທວ) ແລະ ທ່ານ ສາຍສະໜອນ ງາມສີ ຜູ້ອໍານວຍການ ວິທະຍາໄລເຕັກນິກປາກປ່າສັກ ມີຄູ-ອາຈານ ພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ການເຊັນສັນຍາຮ່ວມມືໃນຄັ້ງນີ້ ແມ່ນການຕົກລົງບົນພື້ນຖານຄູ່ສັນຍາສອງຝ່າຍ ເອກະພາບຮູບແບບການບໍລິການຮ່ວມກັນ ໃນການຮ່ວມມືທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ແບບຍຶນຍົງ ລະຫວາງ “ ຊທວ ” ແລະ (ວຕປສ) ມີພັນທະໃນການຮ່ວມມືທາງດ້ານວິຊາການ ແລະ ການພັດທະນາຊັບພະຍາ ກອນມະນຸດ ແບບ ຍຶນຍົງ ບົນພື້ນຖານ “ຊທວ” ສະໜອງຂໍ້ມູນຂ່າວສານ ທີ່ “ວຕປສ” ຕ້ອງການປັບປຸງຫຼັກສູດການຮຽນ-ການສອນ ໃຫ້ນັກສຶກສາແຕ່ລະໄລຍະ ແລະ (ວຕປສ) ເຫັນດີ ແລກປ່ຽນບົດຮຽນ ເຝິກອົບຮົມທາງດ້ານວິຊາການ ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ “ ຊທວ ” ແຕ່ລະໄລຍະ.

       ສັນຍາສະບັບນີ້ ມີອາຍຸການ 2 ປີ ເລີ່ມແຕ່ວັນທີ 13 ມີນາ 2023 ຫາ ວັນທີ 13 ມີນາ 2025 ຈະມີການທົບທວນສັນຍາຮ່ວມກັນ ພາຍຫຼັງຄົບ ອາຍຸການ 1 ປີ ສຳລັບຂອບເຂດໃນການຮ່ວມມື ດ້ານວິຊາການບາງຂະແໜງ ເປັນຕົ້ນ: ສະຖາບັນ (ຊທວ) ຈະສະໜອງຂໍ້ມູນ ແລະ ການປະຕິບັດວຽກງານຕົວຈິງໃຫ້ ວິທະຍາໄລເຕັກນິກປາກປູ່າສັກ ບາງສາຂາວິຊາ ເປັນຕົ້ນ ການຄຸ້ມຄອງຫ້ອງການ ແລະ ບໍລິຫານຊັບພະຍາກອນມະນຸດ ເລຂານຸການ ການເງິນ ການບັນຊີ ການຕະຫຼາດ ຄອມພິວເຕີທຸລະກິດ ປຸງແຕ່ງ ບໍລິການ ກົນຈັກ ແລະ ອືຶ່ນໆ ເຊິ່ງຈະເປັນຂໍ້ມູນໃນການປັບປຸງຫຼັກສູດການຮຽນ ແລະ ການສອນ ໃຫ້ບັນດາຄູ-ອາຈານ ໃນບັນດາພາກວິຊາທີ່ກ່ຽວຂ້ອງ ສະໜອງອາຈານຮັບເຊີນຂຶ້ນຫ້ອງສອນບາງໂອກາດ ເພືຶ່ອຖອດຖອນບົດຮຽນການເຄືຶ່ອນໄຫວທຸລະກິດ ໃຫ້ນັກຮຽນ ແລະ ສຶກສາປີສຸດທ້າຍ ພ້ອມສະເໜີຮັບນັກສຶກສາປີສຸດທ້າຍລົງເຝິກງານ ແລະ ຮັບເປັນພະນັກງານຂອງສະຖາບັນອີກດ້ວຍ.

error: Content is protected !!