ຄັດເລືອກນັກກີລາ U-19 ຮ່ວມຊີງແຊັມອາຊີ 2020

ຂໍ້​ມູນ​ຈາກ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ແຈ້ງ​ໃຫ້​ຊາບ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ສຕລ ກຽມ​ຄັດ​ເລືອກ​ນັກ­ກີ­ລາ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ (U-19) ຢູ່​ແຂວງ​ຈຳ­ປາ​ສັກ ຮອບ​ທີ 2 ຈຶ່ງ​ຂໍ​ແຈ້ງ​ໃຫ້​ນັກ­ກີ­ລາ U-19 ທີ່​ຖືກ​ຄັດ​ເລືອກ 35 ຄົນ ໃນ​ວັນ​ທີ 18-19 ມັງ­ກອນ 2020 ຮັບ​ຊາບ ແລະ ເຂົ້າ​ຮ່ວມ​ຄັດ​ເລືອກ​ຮອບ​ທີ 2 ເຊິ່ງ​ຈະ​ມີ​ຂຶ້ນ​ວັນ​ທີ 27 ມິ­ຖຸ­ນາ 2020 ເວ­ລາ 15:00-17:00 ໂມງ ວັນ​ທີ 28 ມິ­ຖຸ­ນາ 2020 ເວ­ລາ 9:00-11:30 ໂມງ ຢູ່​ສະ­ໜາມ​ກີ­ລາ​ແຂວງ​ຈຳ­ປາ​ສັກ ໂດຍ​ທ່ານ ຊູນ​ດຣາມ ມູ​ທຣີ ຫົວ­ໜ້າ​ຄູ​ເຝິກ​ທີມ​ຊາດ​ລາວ​ຊຸດ​ໃຫຍ່ ພ້ອມ​ດ້ວຍ​ຜູ້​ຊ່ວຍ​ຄູ​ເຝິກ​ຊາວ​ສິງ­ກະ­ໂປ ຈະ​ເປັນ​ຜູ້​ຄັດ​ເລືອກ.

ສຳ­ລັບ​ຜູ້​ທີ່​ຜ່ານ​ການ​ຄັດ​ເລືອກ​ຮອບ​ນີ້ ຈະ​ໄດ້​ເກັບ​ຕົວ​ເຝິກ­ຊ້ອມ​ຢູ່ ສຕລ ເພື່ອ​ກຽມ​ຄວາມ​ພ້ອມ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ເຕະ­ບານ​ເຍົາ­ວະ​ຊົນ​ຊາຍ U-19 ຊີງ​ແຊັມ​ອາ­ຊີ ປະ­ຈຳ​ປີ 2020 ທີ່​ປະ­ເທດ​ອຸດ​ສະ​ເບ​ກິດ​ສະ­ຖານ ເປັນ​ເຈົ້າ­ພາບ ວັນ​ທີ 14-31 ຕຸ­ລາ 2020 ໃນ​ນີ້​ກຸ່ມ A ມີ ອຸດ​ສະ​ເບ​ກິດ​ສະ­ຖານ ອິນ​ໂດ​ເນ​ເຊຍ ອີ​ຣານ ກຸ່ມ B ມີ ສ ເກົາ­ຫຼີ ຍີ່­ປຸ່ນ ອີ​ຣັກ ບາ​ເຣນ ກຸ່ມ C ມີ ຊາ​ອຸ​ດິ​ອາ​ຣາ​ບີ ອົດ​ສະ​ຕຣາ​ລີ ຫວຽດ­ນາມ ລາວ ກຸ່ມ D ມີ ກາ​ຕາ ທາ​ຈິ­ກິ​ສະ­ຖານ ມາ​ເລ​ເຊຍ ເຢ​ເມນ ເຊິ່ງ​ທີມ​ທີ່​ໄດ້​ອັນ​ດັບ 1-4 ຈະ​ໄດ້​ສິດ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ເຕະ­ບານ​ຊາຍ ຮຸ່ນ​ອາ­ຍຸ​ບໍ່​ເກີນ 20 ປີ (U-20) ຊີງ​ແຊັມ​ໂລກ ປະ­ຈຳ​ປີ 2021 ຢູ່​ປະ­ເທດ​ອິນ​ໂດ​ເນ​ເຊຍ.

ທີມ​ຊາດ​ລາວ U-19 ຜ່ານ​ເຂົ້າ​ຮອບ​ສຸດ​ທ້າຍ ການ​ແຂ່ງ­ຂັນ​ເຕະ­ບານ​ຊາຍ ຊີງ​ແຊັມ​ອາ­ຊີ 2020 ໃນ​ຖາ­ນະ​ອັນ​ດັບ 2 ທີ່​ມີ​ຄະ­ແນນ​ດີ​ທີ່​ສຸດ (ຮອງ​ແຊັມ​ກຸ່ມ H) ຈາກ​ການ​ລົງ​ສະ­ໜາມ 3 ນັດ ຊະ­ນະ 2 ນັດ ສະ­ເໝີ 1 ນັດ ມີ 7 ຄະ­ແນນ ໂດຍ​ນັດ​ທີ 1 ວັນ​ທີ 6 ພະ­ຈິກ 2019 ສະ­ເໝີ ອົດ​ສະ​ຕຣາ​ລີ 2-2 ປະ­ຕູ ນັດ​ທີ 2 ວັນ​ທີ 8 ພະ­ຈິກ 2019 ຊະ­ນະ ໄຕ້​ຫວັນ 2-1 ປະ­ຕູ ນັດ​ທີ 3 ວັນ​ທີ 10 ພະ­ຈິກ 2019 ຊະ­ນະ ມາ​ເກົາ 6-0 ປະ­ຕູ.

error: Content is protected !!