ລັດຖະບານ- Energy Absolute – E@ ຮ່ວມມືເພື່ອ ພັດທະນາ ແລະ ລົງທຶນດ້ານທຸລະກິດພະລັງງານ

ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍກະຊວງ ການເງິນ ແລະ ບໍລິສັດ ພະລັງງານບໍລິສຸດ ຈໍາກັດ ມະ ຫາຊົນ (Energy Absolute – E@) ລົງນາມໃນບົດບັນ ທຶກ ສັນຍາວ່າດ້ວຍການຮ່ວມມືເພື່ອການພັດທະນາ ແລະ ຮ່ວມລົງທຶນໃນດ້ານທຸລະກິດພະລັງງານ.

ການລົງນາມບົດບັນທຶກສັນຍາຄັ້ງນີ້ ເປັນການຮ່ວມ ມືໃນກົນໄກໃໝ່ ເພື່ອຈະສ້າງທ່າແຮງໃນການພັດ ທະນາ ແລະ ການຮ່ວມລົງທຶນ ໃນດ້ານທຸລະກິດພະ ລັງງານ ດ້ວຍການນໍາໃຊ້ຊັບສິນຂອງລັດໃນບັນດາ ໂຄງການພະລັງງານໄຟຟ້າທີ່ລັດຖະ ບານຕົກລົງ ເພື່ອສ້າງມູນຄ່າເພີ່ມ ແລະ ການຊ່ວຍລັດຖະບານໃນ ການພັດທະນາດ້ານພະລັງງານໄຟຟ້າອື່ນໆ ທີ່ທັງ ສອງຝ່າຍຈະຕົກລົງຮ່ວມກັນ ໂດຍປັດສະຈາກການ ທັບຊ້ອນ ແລະ ການລະເມີດຕໍ່ສັນຍາອື່ນທີ່ລັດຖະ ບານມີພັນທະກັບພາກສ່ວນທີ່ສາມ ພ້ອມນັ້ນ ການຮ່ວມມືດັ່ງກ່າວ ຍັງຈະຊ່ວຍໃຫ້ລັດຖະບານ ສາມາດລະດົມແຫຼ່ງທຶນ ໂດຍສະ ເພາະແຫຼ່ງທຶນທັງ ໄລຍະສັ້ນ ແລະ ໄລຍະຍາວ ເພື່ອຍົກລະດັບຖານະ ການເງິນຂອງປະເທດ ໃຫ້ມີຄວາມໝັ້ນທ່ຽງຂຶ້ນ ເປັນກ້າວໆ.

ພິທີລົງນາມໃນສັນຍາດັ່ງກ່າວຈັດຂຶ້ນວັນທີ 10 ມີນາ 2023 ທີ່ໂຮງແຮມລາວພລາຊາ ໂດຍການລົງນາມ ຂອງທ່ານ ພູທະນູເພັດ  ໄຊສົມບັດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ສົມໂພດ ອາຫຸໃນ ປະ ທານເຈົ້າໜ້າທີ່ບໍລິຫານ (CEO) ບໍລິສັດ ພະລັງງານ ບໍລິສຸດ ຈໍາກັດ ມະຫາຊົນ ເຂົ້າຮ່ວມເປັນສັກສີພິຍານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມ ດ້ວຍບັນດາລັດ ຖະມົນຕີ ຮອງລັດຖະມົນຕີ ກົມວິຊາ ການຈາກບັນດາກະຊວງ ລັດວິສາຫະກິດທີ່ກ່ຽວຂ້ອງ ແລະ ບັນດາແຂກຖືກເຊີນ.

error: Content is protected !!