ສ້າງຄວາມເຂັ້ມແຂງການບໍລິຫານຄຸ້ມຄອງລັດສຳລັບຜູ້ບໍລິຫານລະດັບສູງ

    ກະຊວງພາຍໃນຈັດຊຸດເຝິກອົບຮົມການບໍລິຫານຄຸ້ມຄອງລັດສຳລັບຜູ້ບໍລິຫານລະດັບສູງ ໃຫ້ແກ່ສະ ມາຊິກກຳມະບານຂອງກະຊວງພາຍໃນ ລະຫວ່າງວັນທີ 13-17 ມີນາ 2023 ທີ່ກະຊວງດັ່ງກ່າວ ມີທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍວິທະຍາກອນ ສຳມະນາກອນ ແລະ ຂະ ແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນິສິດ ແກ້ວປັນຍາ ກ່າວວ່າ ກະຊວງພາຍໃນໃນຖານະເປັນເສນາທິການໃຫ້ແກ່ລັດຖະບານ ກ່ຽວກັບວຽກງານການບໍລິຫານຄຸ້ມຄອງລັດ ໄດ້ມີຄວາມພະຍາຍາມສູງສົມທົບກັບບັນດາກະຊວງ-ອົງການ ໃນການເຮັດໜ້າທີ່ຄຸ້ມຄອງມະຫາພາກໂດຍຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳຫຼາຍສະບັບເພື່ອສະເໜີຂັ້ນເທິງພິຈາລະນາຮັບຮອງ ແລະ ປະກາດໃຊ້ ໂດຍສະເພາະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ກົດ ໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະເພາະກົດໝາຍວ່າດ້ວຍການປົກຄອງປະຈຸບັນກຳລັງຮ່າງ ແລະ ກໍາລັງຈະເອົາຜ່ານກອງປະຊຸມສະພາແຫ່ງຊາດຊຸດທີ IX  ນອກຈາກກົດໝາຍແລ້ວຍັງມີນິຕິກໍາລຸ່ມກົດໝາຍອີກຫຼາຍສະບັບ ເຊິ່ງບັນດານິຕິກຳເຫຼົ່ານັ້ນລ້ວນແຕ່ເປັນບ່ອນອິງທີ່ສໍາຄັນໃນການພັດທະນາຂີດຄວາມສາມາດດ້ານການບໍລິຫານຄຸ້ມຄອງລັດໃຫ້ແກ່ສະມາຊິກກຳມະບານກໍຄືພະນັກງານ-ລັດຖະກອນຂອງ ສປປ ລາວ ໂດຍສະເພາະຜູ້ບໍລິຫານສາມລະດັບຄື ຜູ້ບໍລິຫານລະດັບສູງ ລະດັບກາງ ແລະ ລະດັບຕົ້ນ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃນວຽກງານການບໍລິຫານຄຸ້ມຄອງລັດຢູ່ໃນຂະແໜງການຕ່າງໆຂັ້ນສູນກາງ ແລະ ທ້ອງຖິ່ນ.

    ໃນໄລຍະຜ່ານມາການກໍ່ສ້າງ-ບຳລຸງຍົກລະດັບພະນັກງານ ສ້າງບາດກ້າວບຸກທະລຸດ້ານການບຳລຸງກໍ່ສ້າງສະມາຊິກກຳມະບານ ແລະ ພະນັກງານທຸກຂັ້ນໂດຍເນັ້ນໃສ່ 3 ດ້ານໄປພ້ອມໆກັນເຊັ່ນ: ດ້ານປະລິມານ ໃຫ້ພຽງພໍໂດຍພື້ນຖານ ດ້ານຄຸນນະພາບໃຫ້ດີຂຶ້ນ ສ້າງລະບອບລະບຽບການຕ່າງໆກ່ຽວກັບພະນັກງານເປັນຕົ້ນລະບອບການເລືອກເຟັ້ນ ໂດຍສຸມໃສ່ 5 ດ້ານໄປພ້ອມກັນ (ການຕີລາຄາ ການສ້າງແຜນກຳນົດລວມ ການຈັດວາງສັບຊ້ອນ ການບຳລຸງສ້າງການສືບທອດປ່ຽນແທນ ແລະ ການປະຕິບັດນະໂຍບາຍ).

    ຊຸດເຝິກອົບຮົມຄັ້ງນີ້ຈະໄດ້ຮຽນຮູ້ 9 ບົດ ທີ່ປິ່ນອ້ອມການບໍລິຫານຄຸ້ມຄອງລັດຄື: ການບໍລິຫານລັດໃນລະບົບການເມືອງ ສປປ ລາວ ທິດສະດີການນຳພາ-ຄຸ້ມຄອງ ທິດສະດີການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ ແລກປ່ຽນບົດຮຽນດ້ານພຶດຕິກຳຕົວຈິງຂອງການນຳພາ ແລະ ຄຸ້ມຄອງ ແລກປ່ຽນບົດຮຽນດ້ານພຶດຕິກຳຕົວຈິງຂອງການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ ການວາງແຜນຍຸດທະສາດ  ການຄຸ້ມຄອງພະນັກງານ-ລັດຖະກອນ ການຄຸ້ມຄອງ ແລະ ກວດກາງົບປະມານແຫ່ງລັດ ການກວດກາ ກວດສອບ ແລະ ການຕ້ານການສໍ້ລາດບັງຫຼວງ.   

error: Content is protected !!