ທັບນັກກີລາບານເຕະຄົນພິການທີມຊາດລາວ ຊຸດກຽມເຂົ້າຮ່ວມ ໄທແລນ ໂອນເພັນ

ການນຳກະຊວງສຶກສາທິການ ແລະ ກີລາ (ສສກ) ໂອ້ລົມຄະນະນຳ ຄູເຝິກ ແລະ ນັກກີລາບານເຕະຄົນພິການທີມຊາດລາວ ຈຳນວນ 19 ທ່ານ ໃນນີ້ ເປັນນັກກີລາ 10 ຄົນ ຊຸດກຽມເຂົ້າຮ່ວມແຂ່ງຂັນບານເຕະ ໄທແລນ ໂອເພັນ 2023 ທີ່ນະຄອນຫຼວງ ບາງ ກອກ ປະເທດໄທ ເພື່ອເປັນການທົດສອບຄວາມສາມາດ ແລະ ກະກຽມຄວາມພ້ອມເຂົ້າຮ່ວມ ງານມະຫະກຳກີລາຄົນ ພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນ ພາຣາເກມ ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໃນກາງປີນີ້.

ພິທີໂອ້ລົມດັ່ງກ່າວ ຈັດຂຶ້ນວັນທີ 10 ມີນາ 2023 ທີ່ຫ້ອງປະຊຸມສະໜາມກີລາຫຍ້າທຽມເຟີຣາຣີ ນະຄອນ ຫຼວງວຽງຈັນ (ນວ) ໂດຍມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກີລາມວນຊົນ ພະລະ ແລະ ສິລະປະ ສຶກສາ ກະຊວງສຶກສາທິການ ແລະ ກີລາ ມີທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ວ່າທີ່ ປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ ປະທານສະຫະພັນບານເຕະຄົນພິການ ນວ ພ້ອມດ້ວຍຄະນະສະຫະ ພັນ ຄູເຝິກ ນັກກີລາ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງສຳເລັດການເຂົ້າຮ່ວມແຂ່ງຂັນບານເຕະຄົນພິການ ໃນງານມະ ຫະກຳກີລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ” ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ວັນທີ 12-18 ພຶດ ສະພາ 2023 ທາງສະຫະພັນບານເຕະຄົນພິການແຫ່ງຊາດລາວ ກໍໄດ້ຄັດເລືອກເອົານັກກີລາທີ່ມີຄວາມສາມາດ ແລະ ພອນ ສະຫວັນດີເດັ່ນ ເຂົ້າມາເກັບຕົວເຝິກຊ້ອມ ເພື່ອເປັນນັກກີລາທີມຊາດລາວ ກຽມເຂົ້າຮ່ວມການແຂ່ງຂັນບານເຕະຄົນພິການ ຕາ ທີ່ນະຄອນຫຼວງບາງກອກ ໃນວັນທີ 13-19 ມີນາ 2023 ເຊິ່ງການເຝິກຊ້ອມນັ້ນແມ່ນໄດ້ເລີ່ມແຕ່ວັນທີ 24 ກຸມພາ ເປັນ ຕົ້ນມາ ທີ່ສະໜາມຫຍ້າທຽມເຟີຣາຣີ ໂດຍເນັ້ນເຕັກນິກການຫຼິ້ນບານ ການສ້າງກ້າມຊີ້ນ ພະລະກຳລັງ ການຄອງບານ ການ ປ້ອງກັນ ແລະ ການຍິງປະຕູ ເປັນຫຼັກ ມາຮອດປັດຈຸບັນເຫັນວ່ານັກກີລາພວກເຮົາມີຄວາມພ້ອມແລ້ວຮອບດ້ານ ແລະ ເຊື່ອ ໝັ້ນວ່ານັກກີລາພວກເຮົາຈະສ້າງຜົນງານອອກມາໄດ້ດີແນ່ນອນ.

ໂອກາດນີ້ ທ່ານ ວິລະວັນ ບຸນສຸກໄທ ໄດ້ສະແດງຄວາມຍ້ອງຊົມເຊີຍຕໍ່ຄະນະນຳ ຄູເຝິກ ແລະ ນັກກີລາ ທີ່ໄດ້ເສຍສະຫຼະທຶນ ຮອນ ເຫື່ອແຮງ ແລະ ສະຕິປັນຍາ ເອົາໃຈໃສ່ໃນການເຝິກຊ້ອມຢ່າງຫ້າວຫັນ ແລະ ຕັ້ງໜ້າ ຈົນເຮັດໃຫ້ມີຄວາມພ້ອມຢ່າງ ຮອບດ້ານ ພ້ອມດຽວກັນນີ້ ທ່ານຍັງເນັ້ນໜັກໃຫ້ນັກກີລາທຸກຄົນໃຫ້ມີຈັນຍາບັນຄວາມເປັນນັກກີລາ ມີລະບຽບວິໄນ ມີນ້ຳ ໃຈຮັກຊາດ ຮັກບ້ານເກີດເມືອງນອນ ປະຕິບັດໂມງເວລາຢ່າງເຂັ້ມງວດ ຮູ້ໄດ້ ຮູ້ເສຍ ແລະ ຮູ້ໃຫ້ອະໄພເຊິ່ງກັນແລະກັນ ທີ່ສຳ ຄັນການເຂົ້າຮ່ວມຄັ້ງນີ້ ບໍ່ໃຫ້ຖືວ່າເຂົ້າຮ່ວມເພື່ອເອົາພຽງປະສົບການເທົ່ານັ້ນ ທຸກຄົນຕ້ອງພ້ອມກັນສູ້ເພື່ອຍາດເອົາໄຊຊະ ນະມາສູ່ປະເທດຊາດ ສ້າງຊື່ສຽງໃຫ້ວົງການກີລາຄົນພິການລາວ ໃຫ້ພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ.

ຢ່າງໃດກໍຕາມ ທ່ານນາງ ພິຈິກາ ປະດາວົງ ຮອງປະທານສະຫະພັນກີລາບານເຕະຄົນພິການແຫ່ງຊາດລາວ ທັງເປັນຫົວ ໜ້າຄູເຝິກ ຍັງໄດ້ປະກາດອັດສີດຄະນະນຳ ຄູເຝິກ ແລະ ນັກກີລາບານເຕະຄົນພິການທີມຊາດລາວ ຊຸດນີ້ ຈຳນວນ 40 ລ້ານກີບ ອີກດ້ວຍ.

ສຳລັບການແຂ່ງຂັນເຕະບານຄົນພິການຕາ ລາຍການ ໄທແລນ ໂອເພັນ 2023 ມີທັງໝົດ 4 ຊາດເຂົ້າຮ່ວມ ປະກອບມີ: ທີມຊາດໄທ ເຈົ້າພາບ ທີມຊາດລາວ ທີມຊາດຄາຊັກສະຖານ ແລະ ທີມຊາດອິນເດຍ.

error: Content is protected !!