ສະເຫຼີມສະຫຼອງວັນໄປສະນີ-ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 58 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 58 ປີ (13 ມີນາ 1965 ຫາ 13 ມີນາ 2023) ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີ ຄໍາເຫັນວ່າ: ໃນປີ 2023 ນີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດການສະເຫຼີມສະຫຼອງວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຂຶ້ນພາຍໃຕ້ຄໍາຂວັນ: “ປັບປຸງວຽກງານໄປສະນີໃຫ້ທັນສະໄໝ ພັດທະນາວຽກງານໂທລະ ຄົມມະນາຄົມ ເພື່ອການຫັນເປັນດີຈິຕອນໃນທົ່ວປະເທດ” ເຊິ່ງໄດ້ຈັດການສະເຫຼີມສະຫຼອງຢ່າງເປັນຂະບວນຟົດຟື້ນໃນທົ່ວ ປະເທດ.

ທ່ານກ່າວວ່າ: ໃນຊຸມປີຜ່ານມາ ວຽກງານໄປສະນີ ແລະ ວຽກງານໂທລະຄົມມະນາຄົມ ຂອງ ສປປ ລາວ ໄດ້ມີການເຄື່ອນ ໄຫວ ແລະ ພັດທະນາຂຶ້ນຢ່າງຕັ້ງໜ້າ ຊຶ່ງໃນປີ 2022 ພື້ນທີ່ໃຫ້ບໍລິການໂທລະຄົມມະນາ ຄົມ ລະບົບ 2G ໄດ້ກວມເອົາ 96% 3G ໄດ້ກວມເອົາ 83% 4G ໄດ້ກວມເອົາ 75% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ ຈຳນວນຜູ້ນໍາໃຊ້ໂທລະສັບຕັ້ງໂຕະ ມີສາຍ ແລະ ບໍ່ມີສາຍ ມີຫຼາຍກ່ວາ 1,9 ລ້ານ ກ່ວາເລກໝາຍ ໂທລະສັບມືຖື 14 ລ້ານກວ່າເລກໝາຍ ຜູ້ນໍາໃຊ້ອິນເຕີເນັດ (ລະບົບມີສາຍ ແລະ ບໍ່ມີສາຍ ) ຈໍານວນ 4,4 ລ້ານກວ່າບັນຊີ ອັດຕາການຊົມໃຊ້ອິນເຕີເນັດກວມເອົາ 63% ຂອງປະຊາກອນ ໃນທົ່ວປະເທດ.

ໃນປີ 2020-2022 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ເພື່ອຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍການອະນຸຍາດເລກໝາຍໂທລະສັບພິ ເສດ 163 164 165 166 ເພື່ອໃຫ້ປະ ຊາຊົນໂທເຂົ້າໂດຍບໍ່ໄດ້ເສຍຄ່າບໍລິການ ພ້ອມດຽວກັນນັ້ນ ກໍໄດ້ອອກນະໂຍບາຍພິເສດ ເພື່ອຫຼຸດຄ່າບໍລິ ການໂທລະຄົມມະ ນາຄົມ ແລະ ອິນເຕີເນັດ ແລະ ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດໂທລະຄົມມະນາຄົມ ສະໜອງການບໍລິການແກ່ພາກລັດ ໂດຍບໍ່ໄດ້ເກັບຄ່າບໍລິການ ໃຫ້ບໍລິການປະຊາຊົນ ນໍາໃຊ້ແອັບພ​ລີເຄເຊິນ “ລາວສູ້ສູ້” ລົງທະບຽນຈອງການສັກວັກຕ້ານໂຄ ວິດລ່ວງໜ້າ ເພື່ອຫຼີກເວັ້ນບໍ່ໃຫ້ໄປລຽນແຖວລໍຖ້າດົນນານ.

ປັດຈຸບັນນີ້ ມີຜູ້ບໍລິການໂທລະຄົມມະ ນາຄົມ ຈຳນວນ 5 ບໍລິສັດ ແລະ ຜູ້ບໍລິການອິນເຕີເນັດ ປະເພດ I ຈໍານວນ 10 ບໍລິສັດ ປະເພດ II ຈຳນວນ 3 ບໍລິສັດ ປະເພດ III ຈໍານວນ 13 ບໍລິສັດ ເຊິ່ງສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງຊາດໄດ້ ຈຳນວນ 715 ຕື້ກວ່າກີບ ໃນນີ້ຍັງບໍ່ໄດ້ລວມເງິນປັນຜົນຈາກບັນດາບໍລິສັດໂທລະຄົມມະນາຄົມຕ່າງໆ ລາຍຮັບຈາກການນຳໃຊ້ຊັບພະ ຍາກອນໂທລະຄົມມະນາຄົມ ຈຳນວນ 232 ຕື້ກວ່າກີບ ແລະ ການມອບພັນທະອາກອນຂອງບັນດາຫົວໜ່ວຍທຸລະກິດດ້ານ ໄປສະນີ ແລະ ໂທລະຄົມ ມະນາຄົມ ຈຳນວນ 482 ກວ່າຕື້ກີບ.

ສຳລັບຂະແໜງການໄປສະນີ ກໍໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງປະເທດ ໃຫ້ຈະເລີນເຕີບໂຕ ທັງເຮັດໜ້າທີ່ການເຊື່ອມໂຍງ ລະຫວ່າງ ຄົວເຮືອນ ຮ້ານຄ້າ ແລະ ບັນດາຫົວໜ່ວຍທຸ ລະກິດ ໃນການສື່ສານພົວພັນ ແລະ ຈໍລະຈອນແຈກຢາຍສິນຄ້າຢ່າງກວ້າງຂວາງ ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ການຄ້າ ການຊື້-ຂາຍ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ການບໍລິການໄປສະນີໄດ້ເປັນປັດໄຈສໍາຄັນທີ່ ຂາດບໍ່ໄດ້ ໃນການຈັດສົ່ງ ແລະ ແຈກຢາຍພັດສະດຸທາງໄປສະນີ ກໍຄືອາຫານ ເຄື່ອງອຸປະ ໂພກບໍລິໂພກ ຢາປິ່ນປົວພະຍາດ ແລະ ເຄື່ອງມືການແພດໃຫ້ແກ່ສັງຄົມ ໃນການຂັບເຄື່ອນຕະຫຼາດເສດຖະກິດດີຈິຕອນ ທີ່ມີຫຼາຍກິດຈະການທຸລະກິດ ຕ້ອງ ອາໄສການບໍລິການ ຂອງຂະແໜງໄປສະນີ ເປັນຕົ້ນແມ່ນ ການບໍລິການດ້ານໂລຊິດສະຕິກ ແລະ ການຄ້າເອເລັກໂຕຣນິກ (e-Commerce) ເພື່ອບໍລິການຮັບຝາກ ຈັດສົ່ງ ແຈກຢາຍສິນຄ້າ ຢູ່ພາຍໃນປະ ເທດ ແລະ ລະຫວ່າງປະເທດ.

ໃນປີ 2022 ມີຈຳນວນປ່ອງບໍລິການໄປສະນີ ໃນຂອບເຂດທົ່ວປະເທດ ຈຳນວນ 990 ແຫ່ງ ໃນນັ້ນ ມີບໍ ລິສັດທີ່ດໍາເນີນທຸລະ ກິດບໍລິການໄປສະນີ ຈໍານວນ 43 ບໍລິສັດ ໃຫ້ບໍລິການພາຍໃນ ແລະ ລະຫວ່າງປະ ເທດ 9 ບໍລິສັດ ແລະ ໃຫ້ບໍລິການພາຍໃນ ແຂວງ 34 ບໍລິສັດ ເມື່ອທຽບໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນ 11 ແຫ່ງ ການບໍລິການດ້ານໄປສະນີ ສາມາດເຊື່ອມໂຍງກັບພາກ ພື້ນ ແລະ ສາກົນ ເຊິ່ງສາມາດມອບພັນທະອາກອນເຂົ້າງົບປະມານແຫ່ງຊາດ ຈຳນວນ 12 ຕື້ກວ່າກີບ.

ເພື່ອຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ 5 ປີ (2021-2025) ຂະແໜງການໄປສະນີ ແລະ ໂທລະ ຄົມມະນາຄົມ ໄດ້ສຸມໃສ່ບັນດາໜ້າວຽກ ຄື: ຂະແໜງການໄປສະນີ: ໄດ້ກຳນົດ 6 ເປົ້າໝາຍ 18 ແຜນວຽກຈຸດສຸມ 25 ແຜນ ງານ ແລະ 16 ໂຄງການທີ່ຕິດພັນກັບການຫັນເປັນດີຈິຕອນ ແລະ ຂະແໜງການໂທລະຄົມມະນາຄົມ: ຈະຂະຫຍາຍ ເຄືອ ຂ່າຍໂທລະຄົມມະນາຄົມ ເພື່ອເປັນໂຄງລ່າງພື້ນຖານໃນການຫັນເປັນດີຈິຕອນ ຂອງ ສປປ ລາວ ໂດຍຮັບປະກັນໃຫ້ສັນ ຍານໂທລະສັບ 3G, 4G ແລະ 5G ກວມເອົາໄດ້ 100%, 90% ແລະ 50% ຂອງຈໍານວນບ້ານໃນທົ່ວປະເທດ ໃນປີ 2025.

error: Content is protected !!