ລາວ-ຈີນທົບທວນຄືນການພົວພັນຮ່ວມມືສອງຝ່າຍ

ວັນທີ 11 ມີນາ 2023 ທີ່ກະຊວງການຕ່າງປະເທດ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກກັບ ສະຫາຍ ໜົງ ຫຼົງ ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 11-12 ມີນາ 2023.

ໃນໂອກາດນີ້ ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນ ສປ ຈີນ ໃນຄັ້ງນີ້ ຖືໄດ້ວ່າເປັນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໂດຍສະເພາະ ສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ພ້ອມທັງເປັນການເສີມຂະຫຍາຍການເປັນຄູ່ຮ່ວມຊະຕາກໍາ ລະຫວ່າງ ລາວ-ຈີນ ຈີນ-ລາວ ໃຫ້ຫັນເຂົ້າສູ່ລວງເລິກ ແລະ ສະໜິດແໜ້ນຂຶ້ນຕື່ມ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ການໄຂກອງປະຊຸມສອງສະພາຂອງພັກກອມມູນິດຈີນ ກໍຄື ສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ສະພາທີ່ປຶກສາຈົ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນ ການພົວພັນຮ່ວມມືຂອງສອງປະເທດ ໂດຍສະເພາະຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃນໄລຍະຜ່ານມາ ລວມເຖິງປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ເຊິ່ງໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບການພັດທະນາເປັນກ້າວໆ ເວົ້າສະເພາະ ກໍຄືການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ເຊິ່ງໄດ້ມີກົນໄກການປະສານງານນໍາກັນຢ່າງໃກ້ສິດ ແລະ ທັນການ ມີການພົບປະແລກປ່ຽນກັນຢ່າງເປັນປົກກະຕິ ທັງແບບເຊິ່ງໜ້າ ແລະ ທາງໄກ ອັນໄດ້ສະແດງເຖິງຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ການພົວພັນຮ່ວມມືໃນດ້ານຕ່າງໆຂອງສອງປະເທດແມ່ນມີຜົນສໍາເລັດຢ່າງໜ້າເພິ່ງພໍໃຈ ແລະ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ສອງຝ່າຍເຫັນດີເປັນເອກະພາບໃນການສືບຕໍ່ຮັດແໜ້ນການພົວພັນ ລວມເຖິງການແລກປ່ຽນຮ່ວມມືໃນດ້ານຕ່າງໆ ພິເສດ ເສັ້ນທາງລົດໄຟ ລາວ-ຈີນ ເປັນການປະສານເຊື່ອມໂຍງເຊື່ອມຈອດທີ່ສໍາຄັນ ລະຫວ່າງ ລາວ-ຈີນ ໂດຍສະເພາະ ການພົວພັນຮ່ວມມືດ້ານເສດຖະກິດ ການຄ້າ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລວມທັງນັກທ່ອງທ່ຽວຕ່າງປະເທດ ເຊິ່ງສອງຝ່າຍຈະຈັດພິທີເປີດຖ້ຽວລົດໄຟ ລາວ-ຈີນ (ວຽງຈັນ-ຄຸນໝິງ) ໃນເດືອນເມສາ ນີ້ ພ້ອມນັ້ນ ກໍຈະເລີ່ມເປິດເສັ້ນທາງບິນ ລາວ-ຈີນ (ຄືນໃໝ່) ໃນໄວໆນີ້.

ສອງຝ່າຍ ຍັງປຶກສາຫາລືກັນ ກ່ຽວກັບ ການແລກປ່ຽນຢ້ຽມຢາມຂອງການນຳຂັ້ນສູງ ແລະ ຂັ້ນຕ່າງໆນຳກັນ ສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມຂອງສອງປະເທດ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດ ລວມເຖິງການສືບຕໍ່ຊຸກຍູ້ວຽກງານກໍ່ສ້າງບຸກຄະລາກອນຂອງກະຊວງການຕ່າງປະເທດລາວ ເປັນຕົ້ນ ການສ້າງພະນັກງານແປພາສາ ລາວ-ຈີນ. ນອກນີ້ ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ວຽກງານດ້ານຄວາມປອດໄພຕາມເສັ້ນທາງລົດໄຟ ລາວ-ຈີນ ວຽກງານໃນຂອບອາຊຽນ-ສປ ຈີນ ວຽກງານໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ອື່ນໆ.

ພ້ອມດຽວກັນນີ້ ສະຫາຍ ໜົງ ຫຼົງ ກໍໄດ້ແຈ້ງໃຫ້ຝ່າຍລາວຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວຄັ້ງນີ້ ເພື່ອປຶກສາຫາລືກັບຝ່າຍລາວໃນການສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ລາວ-ຈີນ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍໝາກຜົນຂອງການຢ້ຽມຢາມ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ​ ປະທານປະເທດ ສປປ ລາວ ທີ່ ສປ ຈີນ ໃນທ້າຍປີແລ້ວນີ້ໃຫ້ມີຜົນສໍາເລັດ ແລະ ບາດກ້າວໃໝ່ ພາຍຫຼັງທີ່ສອງປະເທດໄດ້ເປີດປະເທດແລ້ວ ພ້ອມນີ້ ຝ່າຍຈີນ ຈະເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 3 ເຊີນເຂົ້າຮ່ວມງານ EXPO ຄັ້ງທີ 20 ແລະ EXPO ສິນຄ້ານໍາເຂົ້າ ຈະຊຸກຍູ້ນັກທ່ອງທ່ຽວຈີນມາລາວ ຖື ລາວ ເປັນປະເທດຊຸດທໍາອິດ ທີ່ສົ່ງເສີມໃຫ້ນັກທ່ອງທ່ຽວຈີນເປັນກຸ່ມ ມາທ່ອງທ່ຽວລາວ ໃຫ້ຫຼາຍຂື້ນ ເພື່ອຟື້ນຟູເສດຖະກິດພາຍໃນຂອງ ສປປ ລາວ ຈະເພີ້ມການນຳເຂົ້າຜົນຜະລິດກະສິກຳ ທີ່ມີທ່າແຮງຈາກລາວໄປ ຈີນ ຍີນດີແບ່ງປັນຕະຫຼາດຈີນ ກັບຝ່າຍລາວ ເພີ່ມການນຳເຂົ້າຊີ້ນງົວຂອງລາວ ແລະ ອື່ນໆ ພ້ອມຍັງສະໜັບສະໜູນການເປີດສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ເມືອງສຸງຊິ້ງ (ຈຸ່ງກິ່ງ).

ໃນໂອກາດດຽວກັນນີ້ ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອ ແກ່ ສປປ ລາວ ຕະຫຼອດມາ ເປັນຕົ້ນ ດ້ານການແພດ, ການສຶກສາ ແລະ ອື່ນໆ ພ້ອມທັງໄດ້ແຈ້ງໃຫ້ຝ່າຍຈີນຊາບ ກ່ຽວກັບ ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ຍັງໄດ້ສະເໜີຝ່າຍຈີນ ສືບຕໍ່ພິຈາລະນາອະນຸດມັດໃຫ້ນັກສຶກສາລາວ ສາມາດກັບໄປຮຽນຢູ່ຈີນຄືນຕາມປົກກະຕິ.

ໃນວັນດຽວກັນນີ້ ສະຫາຍ ໜົງ ຫຼັງ ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

error: Content is protected !!