ການປ່ຽນແປງດິນຟ້າອາກາດ ບໍ່ພຽງແຕ່ເປັນໄພຂົ່ມຂູ່ຢູ່ເຂດແມ່ນ້ຳຂອງຕອນລຸ່ມເທົ່ານັ້ນ ປັດຈຸບັນ ມັນໄດ້ສ້າງຜົນກະທົບ ຕໍ່ການດໍາລົງຊີວິດຂອງປະຊາຊົນຫຼາຍລ້ານຄົນ ທີ່ນໍາໃຊ້ຊັບພະຍາກອນທໍາມະຊາດຂອງແມ່ນໍ້າຂອງ ໃນເຂດແມ່ນ້ຳຂອງ ຕອນລຸ່ມ ລວມມີ ກຳປູເຈຍ ລາວ ໄທ ແລະ ຫວຽດນາມ ເປັນເຂດໜຶ່ງໃນບັນດາພາກພື້ນທີ່ມີຄວາມສ່ຽງສູງຕໍ່ການປ່ຽນແປງຂອງດິນຟ້າອາກາດ ເຊິ່ງສົ່ງຜົນກະທົບຕໍ່ເສດຖະ ກິດ ລະບົບນິເວດ ຄວາມຍືນຍົງ ແລະ ຄວາມສາມັກຄີທາງສັງຄົມຂອງບັນ ດາປະເທດດັ່ງກ່າວ.
ໃນທົ່ວເຂດແມ່ນໍ້າຂອງຕອນລຸ່ມ ສາມາດເຫັນຜົນກະທົບຂອງການປ່ຽນແປງດິນຟ້າອາກາດໄດ້ຢ່າງຊັດເຈນ ເຊັ່ນ: ອຸນຫະ ພູມເພີ່ມຂຶ້ນ ແລະ ການປ່ຽນແປງຂອງປະລິມານນໍ້າຝົນ ອັດຕານໍ້າໄຫຼ ນໍ້າຖ້ວມ ແລະ ໄພແຫ້ງແລ້ງ ທີ່ສ້າງຄວາມເສຍຫາຍຕໍ່ ທີ່ພັກອາໄສພື້ນຖານໂຄງລ່າງ ພືດພັນການກະເສດ ແລະ ການປະມົງ ດັ່ງນັ້ນຊຸມຊົນທີ່ມີຄວາມສ່ຽງ ແມ່ນປະເຊີນກັບການ ຂາດແຄນອາ ຫານ ແລະ ມາດຕະຖານຊີ ວິດການເປັນຢູ່ທີ່ຫຼຸດລົງ ນອກນີ້ລະດັບນໍ້າທະເລທີ່ຄາດວ່າຈະເພີ່ມຂຶ້ນ ຈະເພີ່ມ ຄວາມເຄັມ ແລະ ໄພນໍ້າຖ້ວມໃນເຂດທົ່ງພຽງແມ່ນໍ້າຂອງ ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ພືດພັນຕ່າາໆໃນພື້ນທີ່ທີ່ມີຜົນຜະ ລິດດ້ານກະສິກໍາຫຼາຍທີ່ສຸດຂອງອ່າງແມ່ນໍ້າຂອງ.

ອີງຕາມການຄົ້ນຄວ້າຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ໄດ້ຄາດຄະເນວ່າການປ່ຽນແປງທີ່ອາດເກີດຂຶ້ນ ໃນໄລຍະ 20-50 ປີຂ້າງໜ້າ ອຸນຫະພູມຈະເພີ່ມຂຶ້ນໃນທົ່ວອ່າງ ແລະ ຕາມລະດູການ ຮອດປີ 2060 ລະດັບອູນຫະພູມໃນອ່າງຮັບນ້ຳ ຈະເພີ່ມຂຶ້ນໂດຍສະເລ່ຍຕໍ່ປີອາດຢູ່ລະຫວ່າງ 0.4˚C-3.3˚C ອີງຕາມການປ່ອຍອາຍພິດເຮືອນແກ້ວທົ່ວໂລກ ການປ່ຽນແປງຂອງປະລິມານນ້ຳຝົນໂດຍສະເລ່ຍໃນປີ 2060 ພາຍໃຕ້ມະໂນພາບດິນຟ້າອາກາດແຫ້ງແລ້ງ (Dry Climate Scenario) ຄາດວ່າຈະຫຼຸດລົງ 16% ແລະ ພາຍໃຕ້ມະໂນພາບດິນຟ້າອາກາດປຽກຊຸ່ມ (Wet Climate Scenario) ຈະເພີ່ມຂຶ້ນ 17%.
ສໍາລັບຜົນຜະລິດດ້ານກະສິກໍາ ມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບສູງ ການປ່ຽນແປງວິທີການ ແລະ ການປັບປຸງເຕັກໂນໂລຊີ ການກະເສດ ແລະ ຊົນລະປະທານ ຈະໄດ້ຖືກກໍານົດເພື່ອຊົດເຊີຍຜົນກະ ທົບເຫຼົ່ານີ້ ການຜະລິດເຂື່ອນໄຟຟ້າພະລັງນໍ້າຈະມີ ຄວາມສ່ຽງ ຍ້ອນໄພແຫ້ງແລ້ງເພີ່ມຂຶ້ນ ການເດີນເຮືອອາດຈະໄດ້ຮັບຜົນກະທົບຈາກກະແສນ້ຳໃນລະດູແລ້ງທີ່ຫຼຸດລົງ ເຊິ່ງຈະເຮັດໃຫ້ບາງສ່ວນຂອງແມ່ນ້ຳຂອງຕອນເທິງ ບໍ່ສາມາດສັນຈອນທາງເຮືອໄດ້ໃນບາງໄລຍະເວລາຂອງປີ ຖະໜົນຫົນທາງ ແລະ ພື້ນຖານໂຄງລ່າງ ການສະໜອງນ້ຳ ມີຄວາມສ່ຽງຈາກປະລິມານຝົນຕົກທີ່ຮຸນແຮງຂຶ້ນ ນ້ຳຖ້ວມເພີ່ມຂຶ້ນ ແລະ ດິນເຊາະ ເຈື່ອນ ໃນຂະນະທີ່ບັນດາປະເທດໃນທາງໃຕ້ຂອງອ່າງແມ່ນໍ້າຂອງ ຈະຕ້ອງໃຊ້ຈ່າຍຢ່າງຫຼວງຫຼາຍເພື່ອປົກປ້ອງພື້ນຖານໂຄງ ລ່າງແຄມຝັ່ງຈາກລະດັບນ້ຳທະເລທີ່ເພີ່ມຂຶ້ນ ແລະ ພະຍຸຄື້ນທະເລພັດເຂົ້າຝັ່ງພືດ ແລະ ສັດຫຼາຍຊະນິດ ມີຄວາມສ່ຽງສູງຕໍ່ ການປ່ຽນແປງຂອງ ດິນຟ້າອາກາດ ໃນນີ້ມີປາຈໍານວນຫຼວງ ຫຼາຍ ໂດຍສະເພາະມີຄວາມສ່ຽງ ເນື່ອງຈາກຄວາມອ່ອນໄຫວ ຕໍ່ກັບອຸທົກກະສາດ ພາຍໃຕ້ມະໂນພາບປານກາງເຖິງປີ 2060 ການສູນເສຍຈາກການເຊາະເຈື່ອນຂອງດິນ ຄາດວ່າຈະເພີ່ມ ຂຶ້ນ 16,9%.
ຜົນກະທົບຂອງການປ່ຽນແປງດັ່ງກ່າວ ມີແນວໂນ້ມທີ່ຈະຮ້າຍແຮງ ໂດຍສະເພາະຊຸມຊົນທ້ອງຖິ່ນທີ່ການເອື່ອຍອີງຊັບພະຍາ ກອນ ທໍາມະຊາດ ເຖິງຢ່າງໃດກໍຕາມ ຜົນກະທົບຈະບໍ່ເກີດຂຶ້ນເທົ່າທຽມກັນ ເນື່ອງຈາກປະຊາຊົນ ແລະ ຊຸມຊົນບາງກຸ່ມ ກໍ ຈະໄດ້ຮັບຜົນກະທົບຫຼາຍກວ່າຄົນອື່ນ ຫຼື ປະສົບກັບການປ່ຽນແປງໄວ ຫຼື ໃນລະດັບທີ່ສູງກວ່າ ຜົນກະທົບແມ່ນບໍ່ຈໍາກັດໂດຍ ຂອບເຂດຊາຍແດນຂອງຊາດໃດຊາດໜຶ່ງ ຜົນກະທົບເຂດຕອນເທິງຂອງແມ່ນໍ້າ ສາມາດສົ່ງຜົນສະທ້ອນເຖິງເຂດຕອນລຸ່ມ ຂອງແມ່ນໍ້າ ແລະ ໃນທາງກົງກັນຂ້າມ ແລະ ທາງເລືອກການປັບຕົວທີ່ມີການຈັດຕັ້ງປະຕິບັດ ໂດຍປະເທດໜຶ່ງອາດຈະສົ່ງຜົນ ສະທ້ອນຂ້າມຜ່ານຊາຍແດນໂດຍກົງ ຫຼື ໜັກໜ່ວງຕໍ່ປະເທດອື່ນ.

ບັນດາຜູ້ມີອໍານາດໃນການຕັດສິນໃຈ ແລະ ນັກຍຸດທະສາດຢູ່ບັນດາປະເທດເຂດແມ່ນ້ຳຂອງຕອນລຸ່ມ ໄດ້ຮັບຮູ້ເຖິງຜົນສະ ທ້ອນຂອງການປ່ຽນແປງຂອງດິນຟ້າອາກາດ ແລະ ກໍາລັງສັງລວມບັນຫາດັ່ງກ່າວ ເຂົ້າໃນແຜນແຫ່ງຊາດ ເຖິງຢ່າງໃດກໍຕາມ ຫຼາຍກິດຈະກຳໄດ້ສຸມໃສ່ການຕອບໂຕ້ໄພທຳມະຊາດຫຼາຍກວ່າການປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍແນໃສ່ໃນລະດັບຊາດເປັນຫຼັກ ຈາກຄວາມພະຍາ ຍາມໃນເລື່ອງດັ່ງກ່າວ ຄມສ ໄດ້ສະຫນັບສະໜູນບັນດາປະເທດສະມາຊິກ ຂອງຕົນຢ່າງຈິງຈັງ ດ້ວຍຄໍາແນະນໍາດ້ານວິຊາການ ການຄົ້ນຄວ້າ ແລະ ເວທີປຶກສາຫາລືເພື່ອຊຸກຍູ້ການແລກປ່ຽນຄວາມຮູ້ ແລະ ສົ່ງ ເສີມຄວາມເຂົ້າໃຈກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃນສະພາບການຂ້າມຜ່ານຊາຍແດນ.
ຄມສ ສະໜັບສະໜູນບັນດາປະເທດ ໂດຍຜ່ານຍຸດທະສາດທົ່ວອ່າງແມ່ນ້ຳຂອງ ເຊັ່ນ: ແຜນປະຕິ ບັດງານ ແລະ ແຜນຍຸດທະ ສາດການປັບຕົວກັບການປ່ຽນແປງດິນຟ້າອາກາດ (Mekong Climate Change Adaptation Strategy and Action Plan) ໂດຍກຳນົດບູລິມະສິດຍຸດທະສາດ ແລະ ການ ຈັດຕັ້ງປະຕິບັດໃນລະດັບອ່າງແມ່ນໍ້າ ເພື່ອແກ້ໄຂຄວາມສ່ຽງຕໍ່ການປ່ຽນ ແປງດິນຟ້າອາກາດ ແລະ ເສີມສ້າງຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນບໍລິເວນອ່າງ ແນວ ທາງດ້ານວິ ຊາການ ໄດ້ຊອກຫາວິທີການຊ່ວຍເຫຼືອບັນດາປະເທດສະມາຊິກ ຄມສ ເພື່ອໃຫ້ສາມາດຮັບປະກັນການປັບຕົວຕໍ່ ກັບການປ່ຽນແປງດິນຟ້າອາກາດ ເຊິ່ງມີຄວາມສອດຄ່ອງກັບຍຸດທະສາດ ແລະ ແຜນການຢ່າງມີປະສິດທິຜົນໃນລະດັບຕ່າງໆ ສ່ວນລະບົບການຕິດຕາມ ແລະ ລາຍງານດ້ານການປ່ຽນແປງດິນຟ້າອາກາດກໍໄດ້ຮັບການດໍາເນີນການ ການສຶກສາ ແລະ ການປະເມີນທີ່ກໍານົດຜົນກະທົບຂອງການປ່ຽນແປງດິນຟ້າອາ ກາດຕໍ່ນ້ໍາ ແລະ ຊັບພະຍາກອນທີ່ກ່ຽວຂ້ອງ ສາມາດສະໜັບ ສະຫນູນການວາງແຜນ ແລະ ການຕັດສິນໃຈ ການພັດທະນາຄວາມສາມາດ ຈະສາມາດຊ່ວຍປະເທດສະມາຊິກໃນການປະ ຕິບັດຍຸດທະສາດແຫ່ງຊາດ ກ່ຽວກັບການປ່ຽນແປງດິນຟ້າອາກາດຂອງເຂົາເຈົ້າ.
ສະບາໄພ