ການຄຸ້ມຄອງທີ່ດິນຂອງຊາວກະສິກອນໃນເຂດພາກພື້ນ ແມ່ນໍ້າຂອງ ຕ້ອງໄດ້ຮັບການປັບປຸງ

ກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ຮ່ວ​ມ​ກັບ ອົງການສະວິດ ເພື່ອການພັດທະນາ ແລະ ການຮ່ວມມື ໃນພາກພື້ນແມ່ນ້ຳຂອງ ຈັດກອງປະຊຸມລະດັບພາກພື້ນ ເພື່ອແລກປ່ຽນບັນຫາສໍາຄັນກ່ຽວກັບທີ່ດິນ ແລະ ໂຄງການບໍລິ ຫານລັດກ່ຽວກັບທີ່ດິນ ປະຈຳພາກພື້ນແມ່ນໍ້າຂອງ (MRLG).

ກອງປະຊຸມດັ່ງ​ກ່າວ ຈັດຂຶ້ນລະຫວ່າງວັນທີ 28 ກຸມພາ ຫາ 2 ມີນາ 2023 ທີ່ແຂວງຫຼວງພະບາງ ຮ່ວມເປັນປະທານຂອງ ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ທ່ານ ນາງ Aurelie Righetti ຮອງຫົວໜ້າອົງການສະວິດ ເພື່ອການພັດທະນາ ແລະ ການຮ່ວມມື ໃນພາກພື້ນແມ່ນ້ຳຂອງ ມີທ່ານ ດຣ.ໄມກາ ອີງເກີ ຫົວ ໜ້າທີມໂຄງ ການ MRLG ພ້ອມໜ່ວຍງານພາກລັດ ອົງການຈັດຕັ້ງທາງສັງຄົມ ແລະ ຊ່ຽວຊານໃນການຄຸ້ມຄອງ ແລະ ບໍລິ ຫານທີ່ດິນ ພ້ອມທັງຜູ້ຈັດຕັ້ງປະຕິບັດວຽກງານທີ່ດິນ ໃນປະເທດຂົງເຂດແມ່ນ້ຳຂອງເຂົ້າຮ່ວມ.

ທ່ານ ດຣ.ໄມກາ ອີງເກີ ກ່າວວ່າ: ນັບແຕ່ປີ 2014 ໂຄງການ MRLG ໄດ້ເຮັດວຽກຮ່ວມມືກັບລັດ ຖະບານ ອົງການຈັດຕັ້ງ ທາງ ສັງຄົມ ພາກສ່ວນເອກະຊົນ ແລະ ສະຖາບັນການສຶກສາໃນສປປ ລາວ ກຳ ປູເຈຍ ຫວຽດນາມ ແລະ ມຽນມາ ໃນລະດັບອາ ຊຽນ ເພື່ອສົ່ງເສີມນະໂຍບາຍ ແລະ ການຈັດຕັ້ງປະຕິບັດວຽກງານຮັບຮູ້ສິດໃນການນຳໃຊ້ທີ່ດິນ ແລະ ການລົງທຶນທາງດ້ານ ກະສິກຳ ທີ່ມີຄວາມຮັບຜິດຊອບໃນລະ ດັບພາກພື້ນ ການຄຸ້ມຄອງທີ່ດິນຍັງຄົງພົບບັນຫາທີ່ສໍາຄັນກ່ຽວຂ້ອງ ກັບການພັດທະ ນາໃນເຂດພາກພື້ນແມ່ນໍ້າຂອງ ເນື່ອງຈາກທິດທາງການຂະຫຍາຍຕົວຂອງຕົວເມືອງ ແລະ ການລົງທຶນຂະໜາດໃຫຍ່ນັບ ແຕ່ປີ 1990 ເປັນ ຕົ້ນມາ ໄດ້ປະກົດເຫັນມີຫຼາຍກໍລະນີທີ່ກ່ຽວຂ້ອງກັບການຄອບຄອງທີ່ດິນຂອງຊາວກະສິກອນຂະໜາດ ນ້ອຍ ແລະ ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນເຊັ່ນ: ບັນຫາການສຳປະທານທີ່ດິນຂະໜາດໃຫຍ່ ບາງໂຄງການ ໄດ້ສ້າງຜົນປະໂຫຍດກວ່າທີ່ຄາດໄວ້ ແຕ່ກັບເພີ່ມຄ່າໃຊ້ຈ່າຍທາງດ້ານສັງຄົມ ແລະ ສິ່ງແວດ ລ້ອມ ທີ່ຄົນທຸກຍາກໃນຂອບ ເຂດຊົນນະບົດເປັນສ່ວນໃຫຍ່ທີ່ຕ້ອງໄດ້ແບກຮັບໄວ້ ຊາວກະສິກອນຂະໜາດນ້ອຍ ແມ່ນນັກລົງທຶນລາຍໃຫຍ່ທີ່ສຸດໃນພາກ ພື້ນ ແມ່ນໍ້າຂອງ ຄວາມຕ້ອງການ ແລະ ຜົນປະໂຫຍດຂອງພວກເຂົາຄວນຢູ່ແຖວໜ້າຂອງບູລິມະສິດແຫ່ງຊາດ.

ໃນກອງປະຊຸມຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ທ່ານ ນາງ ສີສົມບູນ ອຸນາວົງ ແລະ ທ່ານ ນາງ Aurelie Righetti ຕາງໜ້າໃຫ້ລັດຖະບານສະວິດເຊີແລນ ໄດ້ເຊັນສັນຍາສືບຕໍ່ໂຄງການ MRLG ໄລຍະທີ 3 ເພື່ອຈັດຕັ້ງປະຕິບັດ ຮອດປີ 2025 ໂດຍການສະໜັບສະໜູນທຶນຮ່ວມລະຫວ່າງ ອົງການ SDC ອົງການຮ່ວມມືເຢຍລະມັນ ແລະ ອົງການລຸກ ຊຳບວກເພື່ອການພັດທະນາ ນັບຕັ້ງແຕ່ປີ 2014 ໂຄງການໄດ້ສະໜັບສະໜູນທຶນຫຼາຍກວ່າ 40 ລ້ານໂດລາສະຫະລັດ ເພື່ອ ນຳໃຊ້ໃນການປະຕິຮູບນະໂຍບາຍຕ່າງໆ ຂອງບັນດາປະເທດໃນຂອບເຂດພາກພື້ນແມ່ນ້ຳຂອງ.

ຂ່າວ ຊີລິການດາ

error: Content is protected !!