ຮສສ ແລະ CBM Global ຮ່ວມ​ກັນ​ສ້າງ​ຄວາ​ມອາດສາມາດ ໃຫ້ຄົນພິການ-ຜູ້ທີ່ມີຄວາມບົກຜ່ອງທາງສາຍຕາ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ໂຄງການ CBM Global ໄດ້​ພ້ອມ​ກັນ​ລົງ​ນາມໃນບົດບັນທຶກ ຄວາມ ເຂົ້າໃຈໂຄງການສ້າງຄວາມ​ອາດສາມາດໃຫ້ແກ່ຄົນພິການຕາ ແລະ ຜູ້ທີ່ມີຄວາມບົກຜ່ອງທາງສາຍຕາ ແນ​ໃສ່ພັດ ທະນາຂະແໜງແຮງານ ແລະ ສະຫວັດດີການສັງຄົມ ໃນວຽກງານສົ່ງເສີມສິດທິຂອງແມ່ຍິງ ແລະ ຜູ້ຊາຍທີ່ມີຄວາມບົກຜ່ອງ ທາງສາຍຕາ ແລະ ພິການຕາ ຢູ່ ນະຄອນຫຼວງວຽງຈັນ (ນວ).   

ພິທີລົງນາມບົດບັນທຶກດັ່ງ​ກ່າວຈັດຂຶ້ນວັນທີ 7 ມີນາ 2023 ຢູ່ໂຮງແຮມນີວໂຣດ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ແສງ ອາລຸນ ຫຼວງລາດ ຮັກສາການຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ ພິການ ແລະ ຜູ້ອາຍຸສູງ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ແລະ ທ່ານ ນວນຕາ ລາດຊະວົງໄຊ ຜູ້ອຳນວຍ ການໂຄງການ CBM Global ມີທ່ານ ກອງແກ້ວ ຕຸນາລົມ ຜູ້ ອຳນວຍການສະມາຄົມຄົນພິການຕາລາວ ພ້ອມດ້ວຍຄະນະຊີ້ນຳໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການລົງນາມຄັ້ງນີ້ແມ່ນເພື່ອປະກອບສ່ວນສຳຄັນເຂົ້າໃນການຈັ້ດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສະເພາະການພັດທະນາຂະແໜງແຮງານ ແລະ ສະຫວັດດີການສັງຄົມ ໃນວຽກງານສົ່ງເສີມສິດທິຂອງແມ່ຍິງ ແລະ ຜູ້ ຊາຍທີ່ມີຄວາມບົກຜ່ອງທາງສາຍຕາ ແລະ ພິການຕາ ຢູ່ ນະຄອນ ຫຼວງວຽງຈັນ ເຊິ່ງໄດ້ຮັບແຫ່ງທຶນຈາກໂຄງການ CBM Global ມູນຄ່າ 75.795 ໂດລາສະຫະລັດ ເພື່ອສຸມໃສ່ຈັດຕັ້ງປະຕິບັດໂຄງການແຕ່ນີ້ຮອດປີ 2024  ໃນນີ້ ກິດຈະກຳຫຼັກແມ່ນ ໂຄງການຈະໃຫ້ທຶນແກ່ຄົນພິການຕາ ແລະ ຜູ້ທີ່ບົກຜ່ອງທາງສາຍຕາ ເພື່ອເຂົ້າຮ່ວມການເຝີກອົບຮົມກ່ຽວກັບກົດ ໝາຍວ່າ ດ້ວຍຄົນພິ ການ ສົນທິສັນຍາສາກົນວ່າດ້ວຍຄົນພິການ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ພ້ອມທັງສະໜອງອຸ ປະກອນເຄື່ອງມືໃຫ້ກຸ່ມຄົນດັ່ງກ່າວເຊັ່ນ: ເຄື່ອງຂຽນອັກສອນນູນ ແລະ ໄມ້ຄ້ອນເທົ້າຂາວ ໃນການເຂົ້າຮ່ວມກອງປະຊຸມ ສຳມະນາ ແລະ ພິທີສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ວັນໄມ້ຄ້ອນເທົ້າຂາວ ແລະ ພິທີການອື່ນໆ ພ້ອມນັ້ນຍັງສ້າງ ໃຫ້ກຸ່ມຄົນດັ່ງກ່າວ ມີຄວາມສາມາດໃນການບໍລິຫານໂຄງການ ໂດຍມີກະ ຊວງແຮງານ ແລະ ສະຫວັດດີການສັງຄົມ ເປັນຜູ້ ຄຸ້ມຄອງ ແລະ ຊີ້ນຳມະຫາພາກ ພະແນກ ຮສສ ນວ ແລະ ຂະແໜງການກ່ຽວຂ້ອງຂັ້ນເມືອງຂອງ ນວ ຮ່ວມກັບອົງການ CBM ເປັນຜູ້ຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.

error: Content is protected !!