ທະນາຄານອິນໂດຈີນ ນຳສະເໜີ Brand Ambassador

ທະນາຄານອິນໂດຈີນ ນຳສະເໜີ Brand Ambassador ຫຼື ບຸກຄົນທີ່ເປັນ ເໝືອນ ຕົວແທນໃຫ້ກັບຜະລິດຕະພັນ ເພື່ອເຄື່ອນໄຫວ 2 ໂຄງການ “IB ສານຝັນປັນຮັກ ” ໂດຍ ທະນາຄານອິນໂດຈີນ ແລະ ໂຄງການ “ຜູ້ມີຄວາມ ຫວັງ ແບ່ງ ປັນນ້ຳໃຈ” ທີ່ຂັບເຄື່ອນໂດຍ ປ່າເຢັ້ງຊາ ລໍ່ ນາງາມຈັກກະວານ ລາວປີ 2022.

ການຮ່ວມມືກັນຄັ້ງນີ້ ແມ່ນມຸ່ງເນັ້ນໃສ່ການຊ່ວຍເຫຼືອສັງຄົມ ສົ່ງເສີມບັນ ດາກິດຈະກຳທີ່ສ້າງສັນ ແລະ ເປັນປະໂຫຍດ ຕໍ່ສັງຄົມ ເຊັ່ນ: ກິດຈະກຳເພື່ອ ສຸຂະພາບ ກິດຈະກຳສົ່ງເສີມຄຸນະພາບດ້ານການສຶກສາ ເວທີສົ່ງເສີມຄວາມ ຄິດສ້າງສັນ ຂອງໄວໜຸ່ມວຽກງານສິ່ງແວດລ້ອມ ແລະ ອີກຫຼາກຫຼາຍກິດຈະ ກຳ ພາຍໃຕ້ຊື່ໂຄງການ “ສານຝັນປັນຮັກ” ທີ່ເປັນປະ ໂຫຍດແກ່ສ່ວນລວມ ກໍຄືສັງຄົມລາວ.


ທ່ານນາງ ຈັນເພັງ ວົງສົມບັດ ຜູ້ອຳນວຍການໃຫຍ່ ທະນາຄານອິນໂດຈີນ ທ່ານໄດ້ກ່າວວ່າ: ທະນາຄານອິນໂດຈີນ ແລະ ປ່າເຢັ້ງຊາ ແມ່ນມີປະນິທານ ແລະ ຄວາມມຸ່ງໝັ້ນ ໄປໃນທາງດຽວກັນ ພວກເຮົາຈຶ່ງໄດ້ໂຄຈອນມາພົບ ກັນໃນເວລາອັນ ເໝາະສົມນີ້ ເພື່ອຮວມພະລັງ ໃນການຂັບເຄື່ອນຄວາມດີ ແລະ ນຳສະເໜີສິ່ງທີ່ເປັນປະໂຫຍດ ສຸ່ຊົມຊົນແລະ ສັງຄົມຂອງ ພວກເຮົາ ແລະ ພວກເຮົາຍັງໃຫ້ຄວາມສຳຄັນໃນການຊ່ວຍເຫຼືອສັງຄົມ ຍົກສູງຄຸນນະ ພາບຊີວິດ ຂອງຊຸມຊົນ ໂດຍສະເພາະ ຜູ້ສູງອາຍຸ ແລະ ຜູ້ດ້ອຍໂອກາດ ພ້ອມ ນັ້ນຍັງສົ່ງເສີມຜູ້ທີ່ມີພອນສະຫວັນ.

ປ່າເຢັ້ງຊາ ລໍ ກ່າວວ່າ ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ຂໍສະແດງຄວາມ ຂອບໃຈມາຍັງທ່ານຜູ້ອຳນວຍການທະນາຄານ ອິນ ໂດຈີນຕະຫຼອດຮອດຄະ ນະຜູ້ບໍລິຫານ ແລະ ພະນັກງານທີ່ມອບໂອກາດ ແລະ ໜ້າ ທີ່ອັນເປັນກຽດ ຢ່າງສູງໃຫ້ຂ້າພະ ເຈົ້າ ໄດ້ ເປັນ Brand Ambassador ຄົນທຳ ອິດຂອງທະນາ ຄານ ອິນໂດຈີນ ເຊິ່ງການຮັບໜ້າທີ່ເປັນ Brand Ambassador ຍັງສ້າງ ການຮັບຮູ້ ເຖິງການບໍລິການ ແລະ ຜະລິດຕະພັນທີ່ຫຼາກຫຼາຍ ຂອງທະນາ ຄານ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າເຖິງ ປະຊາຊົນຫຼາຍທີ່ສຸດ ດ້ວຍຂໍ້ສະ ເໜີ ຟຣີຄ່າທຳນຽມໆຕ່າງໆ ໃຫ້ຜົນຕອນແທນສູງ ແລະ ຍັງມີໂຄງການສົມ ມະຄຸນໃນແຕ່ ລະຜະລິດຕະພັນບໍ່ວ່າຈະເປັນ: ບັດສາກົນຕ່າງ ແອັບ IB Cool ບັນຊີເງິນຝາກ ແລະ ສິນເຊື່ອ ທີ່ຈະສະໜອງຄວາມຕ້ອງການ ທີ່ຫຼາກຫຼາຍ ຂອງ ລູກຄ້າທູກກຸ່ມ ທຸກຄົນຢ່າງແນ່ນອນ.

ພິທີນຳສະເໜີ Brand Ambassador ຂອງທະນາຄານອີນໂດຈີນ ຈັດຂຶ້ນໃນ ວັນທີ 8 ມີນາ 2023 ທີ່ສຳນັກງານໃຫຍ່ທະ ນາຄານດັ່ງກ່າວ ໂດຍການເຂົ້າ ຮ່ວມຂອງຄະນະບໍລີຫານຂອງທະນາຄານ ແລະ ພາກສ່ວນກ່ຽວຂ້ອງ.

error: Content is protected !!