ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້​ຮັບພາຫະນະ-ອຸປະກອນ ເພື່ອປະ​ຕິ​ບັດ​ງານ​ຢູ່ 4 ແຂວງ

ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້​ຮັບພາຫະນະ ແລະ ອຸປະກອນ ຈາກ​ລັດຖະບານສະຫະລັດອາເມຣິກາ ເພື່ອນໍາໃຊ້ເຂົ້າ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ 4 ແຂວງເປົ້າໝາຍ ຄື  ແຂວງຄໍາມ່ວນ ສະຫວັນນະເຂດ ສາລະວັນ ແລະ ແຂວງອັດ ຕະປື  ໃນນີ້ລວມມີ ລົດໂຕໂຢຕາແລນກຸຍເຊີ 31 ຄັນລົດຈັກຮອນດາເວບ 125 ຊີຊີ 7 ຄັນ ເຕັ້ນສະໜາມ 52 ດາງ ແລະ ອຸປະ ກອນໄອທີອື່ນໆ ລວມມູນຄ່າ 1,3 ລ້ານໂດລາສະຫະລັດ ຫຼື ເກືອບ 22 ຕື້​ກີບ.  

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ໄດ້ຈັດຂຶ້ນວັນທີ 6 ມີນາ 2023 ທີ່ສູນເຝີກອົບຮົມວຽກງານເກັບກູ້ລະເບີດແຫ່ງຊາດ ໂດຍມີ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ປີເຕີ ເຮມອນ ເອກອັກ ຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປີເຕີ ເຮມອນ ກ່າວວ່າ: ລັດຖະບານສະຫະລັດອາຣິເມກາ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ມີການຮ່ວມມືຢ່າງໃກ້ ຊິດໃນການພັດທະນາຫຼາຍດ້ານມາເປັນເວລາຍາວນານ ໂດຍສະເພາະການສະໜັບສະໜູນວຽກງານຂອງຂະແໜງການແກ້ ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເຊິ່ງລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ ຫຼາຍກວ່າ 300 ລ້ານໂດລາ ນັບແຕ່ປີ 1995 ເປັນຕົ້ນມາ ຈົນເຖິງປັດຈຸບັນ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫຼືອເພີ່ມຕື່ມໃນຊຸມປີ ຕໍ່ໜ້າ”

ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກຂອງ ໂຄງການ ເກັບກູ້ລະເບີດແຫ່ງຊາດ ໂດຍສະເພາະຈະຊ່ວຍເຫຼືອໃຫ້ແກ່ຜູ້ທີ່ປະຕິບັດໜ້າທີ່ຢູ່ພາກສະໜາມຕົວຈິງໃນທ້ອງຖິ່ນ ໄດ້ມີສະ ພາບທີ່ຢູ່ອາໃສ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ ມີພາຫະນະ-ອຸປະກອນທີ່ທັນສະໄໝ ເພື່ອຍົກສູງຄຸນນະ ພາບຂອງການປະຕິບັດງານໃຫ້ດີຂຶ້ນກວ່າເກົ່າ.

error: Content is protected !!