ເລັ່ງສືບ​ຕໍ່​ສົມ​ທົບ​ກັບ​ທ້ອ​ງ​ຖິ່ນ ກຳ​ນົດ​ໂຄງ​ປະ​ກອບ​ລາ​ຄາ​ສິ​ນ​ຄ້າ

ຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນສູນກາງ ໄດ້ສໍາເລັດການກໍານົດລາຍການສິນຄ້າຄວບຄຸມລາ ຄາ ແລະ ຄ່າບໍລິການ (ບັນຊີ ກ) ເພີ່ມອີກ 1 ຂະແໜງການ ພ້ອມ​ສົມ​ທົບ​ກັບ​ທ້ອ​ງ​ຖິ່ນ ກະຕຸກຊຸກຍູ້ ຄະນະຊີ້ນຳວຽກງານຄຸ້ມ ຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນທ້ອງຖິ່ນ ໃຫ້ເອົາໃຈໃສ່ປະສານສົມທົບກັບຂະແໜງການກ່ຽວຂ້ອງ ໃນການກໍານົດ ໂຄງປະກອບລາຄາສິນຄ້າ ຕາມບັນຊີ ກ ແລະ ຂ.

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ລາຍງານການຈັດຕັ້ງປະຕິບັດຂອງຄະນະ ຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ຕໍ່ກອງ ປະຊຸມຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຄັ້ງທີ 4 ຕາມຂໍ້ຕົກລົ 126/ນຍ ຄັ້ງທີ 1 ໃຫ້ຮູ້ວ່າ: ຜ່ານ ການຈັດຕັ້ງປະຕິບັດຕົວຈິງວຽກງານດັ່ງກ່າວທ່ານນາຍົກ ລັດຖະມົນຕີໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາວຽກ ງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 126/ນຍ ປ່ຽນແທນ ຂໍ້ຕົກລົງ ເລກທີ 71/ນຍ ໄດ້ປັບປຸງຂໍ້ຕົກລົງ ວ່າການແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາຊ່ວຍວຽກຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 1215/ອຄ) ຂັ້ນສູນກາງ ໄດ້ສໍາເລັດການກໍານົດລາຍການສິນຄ້າຄວບຄຸມລາຄາ ແລະ ຄ່າບໍລິການ (ບັນຊີ ກ) ເພີ່ມອີກ 1 ຂະ ແໜງການ ຄື: ຂະແໜງສຶກສາທິການ ແລະ ກີລາ ເຮັດໃຫ້ ປັດຈຸບັນ ລວມມີ 6 ຂະແໜງການ ທີ່ໄດ້ກໍານົດລາຍການສິນຄ້າ ຄວບຄຸມລາຄາ ແລະ ຄ່າບໍລິການ ລວມລາຍການສິນຄ້າ ແລະ ບໍລິການ ໄດ້ທັງໝົດ 213 ລາຍການ ຄື: ຂະແໜງອຸດສາຫະກຳ ແລະ ການຄ້າ 23 ລາຍການສິນຄ້າກະສິກຳ ແລະ ປ່າໄມ້ 10 ລາຍການ ສິນຄ້າໂຍທາທິການ ແລະ ຂົນສົ່ງ 5 ລາຍການ ບໍລິ ການ ເຕັກໂນໂລຊີ ແລະ ການສື່ສານ 5 ລາຍການບໍລິການ ພະລັງງານ ແລະ ບໍ່ແຮ່ 1 ລາຍການບໍລິການ ແລະ ຂະແໜງສຶກສາ ທິການ ແລະ ກີລາ 169 ລາຍການສິນຄ້າ.

ເພື່ອສືບຕໍ່ ແລະ ປັບປຸງແກ້ໄຂ ບັນຫາການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງ 126/ນຍ ກຳນົດ ມາດຕະການ ແລະ ທິດທາງ ໃນຕໍ່ໜ້າຄື: ກະຕຸກຊຸກຍູ້ ຄະນະຊີ້ນຳວຽກ ງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນທ້ອງຖິ່ນ ໃຫ້ເອົາໃຈໃສ່ປະສານສົມທົບກັບຂະແໜງການກ່ຽວຂ້ອງ ໃນການ ກໍານົດໂຄງປະກອບລາຄາລາຄາສິນຄ້າ ຕາມບັນຊີ (ກ) ແລະ ສິນຄ້າທີ່ຕ້ອງຕິດຕາມການເໜັງຕີງຂອງລາຄາ ຕາມບັນຊີ (ຂ) ທີ່ຂັ້ນສູນກາງມອບໃຫ້ຂັ້ນທ້ອງຖິ່ນຮັບຜິດຊອບໃຫ້ຮູ້ໄດ້ສາເຫດການຂຶ້ນລາຄາ ເພື່ອມີມາດຕະການແກ້ໄຂໃຫ້ທັນກັບສະ ພາບການ ປະສານສົມທົບເຊິ່ງກັນ ແລະ ກັນ ລະຫວ່າງ ຂະແໜງການພາຍໃນ ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຂັ້ນສູນກາງ-ຂັ້ນທ້ອງຖິ່ນ).

ກອງປະຊຸມດັ່ງ​ກ່າວ​ຈັດຂຶ້ນວັນທີ 7 ມີນາ 2023 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງບັນດາກະ ຊວງອ້ອມຂ້າງເຂົ້າຮ່ວມ.

error: Content is protected !!