ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງກາດຊາຍຟອງ ນະຄອນຫຼວງວຽງຈັນ ຮ່ວມກັບ ສະມາຄົມຜູ້ປະກອບການດ້ານ ການຂົນສົ່ງແຮ່ຫີນ-ຊາຍລົດບັນທຸກ 6 ລໍ້ນ້ອຍພາຍໃນເມືອງ ພ້ອມກັນສ້າງຂະບວນການເຮັດກິດຈະກໍາອານາໄມລ້າງເສັ້ນ ທາງເພື່ອສະເຫຼີມສະຫຼອງໃນວັນແມ່ຍິງສາກົນທີ່ມີວາລະຄົບຮອບ 113 ປີ ຄືວັນທີ 8 ມີນາ 1910-8 ມີນາ 2023.


ໂດຍກິດຈະກໍາດັ່ງກ່າວຈັດຂຶ້ນເມືອງບໍ່ດົນຜ່ານມາ ເຊິ່ງທອງສອງພາກສ່ວນໄດ້ ນໍາເອົາລົດບັນທຸກນໍ້າຂະໜາດ 1.200 ລິດ ເພື່ອມາສີດລ້າງຕາມເສັ້ນທາງນັບຕັ້ງແຕ່ຈຸດສາມແຍກຖະໜົນ 450 ປີ ເລີ່ມຕົ້ນຢູ່ຈຸດບ້ານທ່ານາແລ້ງລົງໄປຕາມເສັ້ນທາງຖະ ໜົນທ່າເດື່ອ R11 ຕອນໃຕ້ ແລະ ຈຸດສິ້ນສຸດຢູ່ເຂດບ້ານທ່າເດື່ອ ມີຄວາມຍາວໂດຍລວມປະມານ 5 ກິໂລແມັດ ແລະ ໄດ້ນໍາໃຊ້ ລົດຂົນນໍ້າຈໍານວນ 4 ທ້ຽວ ເພື່ອມາສີດລ້າງອານາໄມເສດຝຸ່ນດິນ ແລະ ຂີ່ເຫຍື່ອອື່ນໆທີ່ຕົກຄ້າງຢູ່ຕາມເສັ້ນທາງ ແລະ ຂອບທາງອອກໄປ ເພື່ອເຮັດໃຫ້ຖະໜົນຫົນທາງມີຄວາມສະອາດຈົບງາມ ພ້ອມນັ້ນກໍເພື່ອນວຍຄວມສະດວກໃນເວລາ ທີ່ຜູ້ຂັບຂີ່ສັນຈອນໄປມາ ຫຼີກລ້ຽງອຸບັດເຫດທີ່ອາດເກີດຂື້ນ ແລະ ທີ່ສໍາຄັນແມ່ນເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວນີ້ບໍ່ມີເສດຝຸ່ນ ດິນ ແລະ ສິ່ງເປື້ອນເປີະທີ່ຕົກຄ້າງຢູ່ຕາມເສັ້ນທາງ.