113 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງວັນແມ່ຍິງສາກົນ

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 6 ມີນາ ນີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນປະຫວັດຕົ້ນກໍາເນີດຄວາມເປັນມາ ມູນເຊື້ອການເຕີບໃຫຍ່ຂະຫຍາຍ ຕົວ ຄວາມສຳຄັນ ຂອງວັນແມ່ຍິງສາກົນ ໃນໄລຍະຜ່ານມາໂດຍຫຍໍ້ວ່າ: ຍາມໃດພັກ-ລັດເຮົາກໍຖື ສຳຄັນແມ່ຍິງລາວທີ່ມີໃນຄອບ ຄົວ ກໍຄືຢູ່ໃນ ສັງຄົມ ໂດຍສະເພາະຜູ້ທີ່ເຮັດວຽກງານ ພະນັກງານ ປັດຈຸບັນ ພົນລະເມືອງລາວ ແມ່ນກວມເອົາແມ່ຍິງ 50% ມີພະນັກງານ ທີ່ເປັນເພດຍິງກວມເອົາເກືອບ 47% ທຸກຜົນສຳເລັດ ຜົນງານຕ່າງໆ ທີ່ ສປປ ລາວ ຍາດມາໄດ້ກໍແມ່ນການປະກອບສ່ວນຂອງ ແມ່ຍິງພວກເຮົາໃນ 50% ວັນດັ່ງກ່າວຍັງເປັນວັນປະຕິບັດພັນທະຕໍ່ສາກົນເຊິ່ງເກີດຂຶ້ນໃນຍຸກສະໄໝຂອງລະບອບສັກດີນາ ກ້າວເຂົ້າສູ່ລະບອບນາຍທຶນໃນທ້າຍສະຕະວັດທີ 18 ຫາ 19 ເຊິ່ງໃນໄລຍະນັ້ນແມ່ນເລີ່ມມີລູກຈ້າງ ແລະ ນາຍຈ້າງ ຈະເຮັດ ໃຫ້ບໍ່ມີຄວາມຍຸຕິທຳຕໍ່ຜູ້ທີ່ເປັນລູກຈ້າງໂດຍສະເພາະຕໍ່ແມ່ຍິງ ແລະ ເດັກ ນ້ອຍເຂົາເຈົ້າຍັງຖືກກົດຂີ່-ຂົ່ມເຫັງ ບໍ່ໄດ້ຮັບທາງ ດ້ານສະຫວັດດີການສັງຄົມ ເວລາເຮັດວຽກເຈັບເປັນກໍບໍ່ໄດ້ຮັບການເອົາໃຈ ໃສ່ ຍິ່ງໄປກວ່ານັ້ນ ແມ່ຍິງຈຳນວນໜຶ່ງເວລາໄປ ເຮັດວຽກນັ້ນ ຍັງໄດ້ຖືກກະທຳສຳເລົາຕ່າງໆ ໂດຍບໍ່ໄດ້ຄິດເຖິງກຽດສັກສີຂອງແມ່ຍິງ ເຫດການທຳອິດແມ່ນໄດ້ເກີດຢູ່ ປະ ເທດສະຫະລັດອາເມຣິກາ ຢູ່ໃນໂຮງງານແຫ່ງໜຶ່ງຂອງນິວຢອກ ແລະ ມີຂະບວນແມ່ຍິງລຸກຂຶ້ນປະທ້ວງທວງເອົາສິດດັ່ງ ກ່າວເລີ່ມແຕ່ປີ 1899 ເປັນຕົ້ນມາ ຈາກນັ້ນຂະບວນກະແສດັ່ງກ່າວບໍ່ໄດ້ລາບລື່ນໄປທຸກໆປີ ເຊິ່ງໄດ້ມີການປາບປາມຂອງ ພວກນາຍທຶນຕ່າງໆ ເຮັດໃຫ້ແມ່ຍິງຈຳນວນໜຶ່ງຖືກອອກການ ຈຳ ນວນໜຶ່ງກໍຖືກປາບປາມເສຍຊີວິດແຕ່ບໍ່ສາມາດຢັບ ຢັ້ງຂະບວນແມ່ຍິງໃນທົ່ວໂລກໄດ້.

ມາຮອດປີ 1909 ຂະບວນດັ່ງກ່າວໄດ້ແຜ່ລາມໄປທົ່ວໂລກ ບັນດາປະເທດໃນໂລກໂດຍສະເພາະປະເທດທຶນນິຍົມໄດ້ພ້ອມ ກັນຖືເອົາຂະບວນດັ່ງກ່າວທວງເອົາສິດມາໃຫ້ແມ່ຍິງຈຶ່ງໄດ້ມີການໂຮມໂຕກັນ ໄດ້ມີການເດີນຂະບວນປະທ້ວງພ້ອມພຽງກັນ ຢູ່ໃນທົ່ວໂລກ ເຊິ່ງວັນນັ້ນກໍແມ່ນວັນທີ 8 ເດືອນມີນາ ນັ້ນເອງ ຈາກຂະບວນດັ່ງກ່າວເຮັດໃຫ້ພວກນາຍທຶນຈຳນວນໜຶ່ງຍອມ ຮັບເອົາຂໍ້ສະເໜີຂອງແມ່ຍິງເປັນຕົ້ນການເຮັດວຽກເກີນ 12 ຊົ່ວໂມງ ແລະ ແມ່ຍິງໄດ້ທວງເອົາການເຮັດວຽກ 8 ຊົ່ວໂມງ ແລະ ມີສະຫວັດດີການຕໍ່ແມ່ຍິງເວລາຖືພາ ຫຼື ລູກເຈັບເປັນໄດ້ຮັບການປິ່ນປົວ ມີສະຫວັດດີການສັງຄົມ ເຫດການວັນທີ 8 ມີນາ ບໍ່ພຽງແຕ່ເປັນເຫດການໜຶ່ງທີ່ເຮັດໃຫ້ແມ່ຍິງໄດ້ຮັບຄວາມຍຸຕິທຳ ແຕ່ຍັງເຮັດໃຫ້ຊາວຜູ້ອອກແຮງງານ ຊາວກຳມະກອນຢູ່ ທົ່ວໂລກໄດ້ຮັບຄວາມຍຸຕິທຳ ໃນຂະບວນການແມ່ຍິງ ສະນັ້ນ ຈຶ່ງມີກອງປະຊຸມຜູ້ທີ່ຮັບຜິດຊອບວຽກງານແມ່ຍິງໃນທົ່ວໂລກຂຶ້ນເພື່ອປຶກສາຫາລືກັນຈຶ່ງຕົກລົງເອົາ ວັນທີ 8 ມີນາ ປີ 1910 ເປັນວັນແມ່ຍິງສາກົນ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວຕື່ມວ່າ: ສຳລັບຄຳຂວັນສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີໃນປີນີ້ ພາຍໃຕ້ຄຳຂັວນ: “ ການນໍາໃຊ້ດີຈີຕອນ ສຳລັບທຸກຄົນ ການໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີເພື່ອຄວາມສະເໝີພາບ ຍິງ-ຊາຍ” ແມ່ຍິງລາວ ກໍຄື ສະຫະພັນແມ່ຍິງລາວມີພາລະບົດບາດສຳຄັນດັ່ງລຸ່ມນີ້:

  1. ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ.
  2. ປຸກລະດົມຂົນຂວາຍແມ່ຍິງລາວບັນດາເຜົ່າໃຫ້ປະຕິບັດຕາມແນວທາງນະໂບບາຍຂອງພັກ-ລັດວາງອອກໃນແຕ່ລະໄລຍະໃຫ້ບັນລຸ.
  3. ເພື່ອສ້າງເສດຖະກິດຄອບຄົວ ສົ່ງເສີມການພັດທະນາປະກອບສ່ວນໃນການລຶບລ້າງຄວາມທຸກຍາກຂອງ ສປປ ລາວ ສ້າງວຽກເຮັດງານທຳ ແລະ ລາຍໄດ້ຕ່າງໆ.
  4. ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ຫຼື ບົດບາດຍິງ-ຊາຍ.
  5. ເຮັດໜ້າທີ່ໃນການປຸກລະດົມສ້າງສະຖາບັນຄອບຄົວໃຫ້ມີຄວາມອົບອຸ່ນ.

ພ້ອມນັ້ນ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ເຕັມໄປດ້ວຍ ຄວາມໝາຍຄວາມໝາຍຄວາມສໍາຄັນ ສສຍລ ຈະໄດ້ຈັດບັນດາກິດຈະກໍາ ປະກອບມີ 3 ກິດຈະກຳຄື:

1. ວັນທີ 8 ມີນາ 2023 ເວລາ 6:00 ໂມງເຊົ້າ ເປັນຕົ້ນໄປ ທີ່ເດີ່ນພະທາດຫຼວງວຽງຈັນ ຈະມີກິດຈະກຳ ການຍ່າງເພື່ອສຸຂະ ພາບຄອບຄົວ ຄັ້ງທີ 3 ພາຍໃຕ້ຫົວຂໍ້: ເພື່ອສົ່ງເສີມແມ່ຍິງ-ເດັກຍິງ ໃນການເຂົ້າເຖິງທີ່ສາທາລະນະທີ່ປອດໄພ ພາຍໃນ ງານຈະມີການແຂ່ງຂັນກີລາພື້ນບ້ານສາມັກຄີ ຊີງຂັນ ປະທານ ສສຍລ.

2. ວັນທີ 9 ມີນາ 2023 ທີ່ ສູນອົບຮົມແມ່ຍິງລາວ ຈະມີກິດຈະກຳ ກວດສຸຂະພາບ ແລະ ກວດຕາ (ໂດຍບໍ່ເສຍຄ່າ).

3. ວັນທີ 10 ມີນາ 2023 ທີ່ ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC) ຈະມີກອງປະຊຸມສຳມະນາ ໃນຫົວຂໍ້ທີ່ຕິດພັນ ມີການເດີນແບບ ຊຸດຊົນເຜົ່າ ແລະ ຊຸດປະຈຳຊາດ ຮ່ວມກັບບັນດາສະຖານທູດ ອົງການເຄືອຂ່າຍສະຫະປະຊາຊາດ ອົງການ ຈັດຕັ້ງສາກົນ ອົງການຈັດຕັ້ງສັງຄົມ ແລະ ບັນດາຄູ່ຮ່ວມມືຕ່າງໆ; ງານວາງສະແດງຜົນງານ ແລະ ສິນຄ້າຕ່າງໆ.

ໃນໂອກາດດັ່ງກ່າວ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຍັງໄດ້ອວຍພອນໄຊອັນປະເສີດໃຫ້ການນຳພັກ-ລັດ ບັນດາການນໍາ ປ້າອາວຸດໂສບໍານານ ແມ່ຍິງທຸກໆຄົນ ທຸກພາກສ່ວນໃນທົ່ວປະເທດຈົ່ງມີສຸຂະພາບແຂງແຮງ ທີ່ສໍາຄັນຂໍໃຫ້ສະຖາບັນ ຄອບຄົວມີຄວາມສຸກ ມີຄວາມຈະເລີນກ້າວໜ້າ ແລະ ພ້ອມກັນພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລຕະຫຼອດໄປ.

ຂໍ້ມູນຈາກ ໜັງສືພິມປະຊາຊົນ

error: Content is protected !!