ລົງນາມສັນຍາວິສະວະກອນທີ່ປຶກສາ ແລະ ສັນຍາມອບເໝົາຈັດພູມລໍາເນົາຂອງປະຊາຊົນທີ່ໄດ້ຮັບຜົນກະທົບຂອງໂຄງການເຂື່ອນໄຟຟ້ານໍ້າເນີນ 1

    ພິທີລົງນາມສັນຍາວິສະວະກອນທີ່ປຶກສາ ແລະ ສັນຍາສິ່ງແວດລ້ອມ ແລະ ສັງຄົມ ການທົດແທນຄ່າເສຍຫາຍ ການຈັດສັນພູມລໍາເນົາ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຂອງໂຄງການເຂື່ອນໄຟຟ້ານໍ້າເນີນ 1 ລະຫວ່າງບໍລິສັດ ຄອງຊັບພັດທະນາເຂື່ອນໄຟຟ້ານໍ້າເນີນ 1 ແລະ ນໍ້າເນີນ 3 ຈໍາກັດ ກັບ ບໍລິສັດ ແອລເຈ ໄຮໂດຣ (ທີ່ປຶກສາວິສະວະກອນ) ແລະ ບໍລິສັດ ຄອງຊັບພັດທະນາເຂື່ອນໄຟຟ້ານໍ້າເນີນ 1 ແລະ ນໍ້າເນີນ 3 ຈໍາກັດ ກັບ ບໍລິສັດ STC ກໍ່ສ້າງຂົວທາງ ແລະ ສົ່ງເສີມກະສິກໍາ ຈໍາກັດ (ທີ່ປຶກສາດ້ານສິ່ງແວດລ້ອມ ແລະ ສັງຄົມ) ຈັດຂຶ້ນວັນທີ 1 ມີນາ 2023 ຢຸ່ທະນາຄານ ເອັສທີ ຈໍາກັດ ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານ ສູນທອນ ຊາບັນດິດ ຜູ້ອໍານວຍການ ບໍລິສັດຄອງຊັບ ພັດທະນາເຂື່ອນໄຟຟ້ານໍ້າເນີນ1 ແລະ ນໍ້າເນີນ3 ຈໍາກັດ ທ່ານ ດວງອຸໄທ ວົງພະຈັນ ຜູ້ອໍານວຍການ ບໍລິສັດ ແອລເຈ ໄຮໂດຣ ຈໍາກັດ ແລະ ທ່ານນາງ ເກວະດີ ໄຊສົງຄາມ ອຳນວຍການບໍລິສັດ STC ກໍ່ສ້າງຂົວທາງ ແລະ ສົ່ງເສີມກະສິກໍາ ຈໍາກັດ ມີກົມທຸລະກິດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

      ໂຄງການພັດທະນາເຂື່ອນໄຟຟ້າຕາມສາຍນໍ້າເນີນໄດ້ເລີ່ມມາແຕ່ປີ 2009 ເປັນຕົ້ນມາ ເຊິ່ງການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກຂອງໂຄງການໄລຍະຜ່ານມາດໍາເນີນໂດຍ ບໍລິສັດ ທີ່ປຶກສາ ອິນໂດຈີນ ຈໍາກັດ ເຊິ່ງເປັນບໍລິສັດທີ່ປຶກສາໂຄງການ ຜົນຂອງການສຶກສາໂຄງການປະກອບມີ ໂຄງການນໍ້າເນີນ1 ແລະ ນໍ້າເນີນ 3 ສໍາເລັດໃນປີ 2014 ໂດຍຜູ້ພັດທະນາໂຄງການໄດ້ລາຍງານຜົນການສຶກສາໃຫ້ກົມນະໂຍບາຍ ແລະ ແຜນພະລັງງານຈາກນັ້ນກົມດັ່ງກ່າວໄດ້ອອກໜັງສືຢັ້ງຢືນຜົນຂອງການສຶກສາໃຫ້ກັບ 2 ໂຄງການ ແລະ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຢັ້ງຢືນການສຶກສາຜົນກະທົບທາງດ້ານສິ່ງແວດລ້ອມສັງຄົມໃນປີ 2015 ຈາກນັ້ນໂຄງການນໍ້າເນີນ1 ແລະ ນໍ້າເນີນ 3 ໄດ້ເຊັນສັນຍາພັດທະນາໂຄງການໃນເດືອນກໍລະກົດ ປີ 2018 ປັດຈຸບັນສັນຍາຊື້-ຂາຍໄຟຟ້າໄດ້ຖືກຕົກລົງເຫັນດີຈາກລັດຖະບານ ສສ.ຫວຽດນາມ.

     ເຂື່ອນໄຟຟ້ານໍ້າເນີນ 1 ຕັ້ງຢູ່ປະມານ 4 ກິໂລແມັດ ຂຶ້ນໄປຕອນເທິງຂອງສາຍນໍ້າເນີນຈາກບ້ານ ພຽງຮຸ່ງ ເມືອງ ໜອງແຮດ ແຂວງ ຊຽງຂວາງ ເປັນເຂື່ອນມີອ່າງກັກເກັບນ້ຳ ເນື້ອທີ່ອ່າງໂຕງປະມານ 3.764,4 ກິໂລຕາແມັດ ປະລິມານນໍ້າໄຫຼເຂົ້າອ່າງສະເລ່ຍປະມານ 2.415,91 ລ້ານແມັດກ້ອນຕໍ່ປີ ປະເພດເຂື່ອນເປັນແບບເບຕົງອັດແໜ້ນທີ່ມີຄວາມສູງ 133 ແມັດ ແລະ ໂຕເຂື່ອນ ມີຄວາມຍາວ 520 ແມັດ ສາມາດກັກເກັບນໍ້າໄດ້ 748,24 ລ້ານແມັດກ້ອນ ມີການຄວບຄຸມດ້ວຍປະຕູລະບາຍປິດ-ເປີດ 5 ປະຕູ ມີຄວາມສູງ 12,5 ແມັດ ແລະ ກວ້າງ 12,5 ແມັດ ມີກໍາລັງຕິດຕັ້ງ 2X62 ຫຼື ເທົ່າກັບ 124  MW ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ 580,65 GWhຕໍ່ປີ ແລະ ແຜນການຈັດຕັ້ງປະຕິບັດໂຄງການຈະເລີ່ມການຮ່າງສັນຍາຮັບເໝົາກໍ່ສ້າງໃນໄວໆນີ້.

error: Content is protected !!