ທ່ານຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມລະດັບສູງ ອົງການສະຫະປະຊາຊາດວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5

ໃນວັນເສົາ ທີ 4 ກຸມພາ 2023 ທີ່ ຫໍປະຊຸມແຫ່ງຊາດກາຕາ ນະຄອນຫຼວງໂດຮາ ປະເທດກາຕາ ທ່ານ ສະເຫຼີມໄຊ ກົມມະ ສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງ ປະຊຸມສຸດຍອດຜູ້ນຳບັນດາປະເທດດ້ອຍພັດທະນາ ໂດຍມີ ທ່ານ ລາຊາລັສ ແມ້ກຄາທີ ຊັກແວລາ (H.E. Mr. Lazarus McCarthy Chakwera) ປະທານາທິບໍດີ ແຫ່ງ ສາທາລະນະລັດມາລາວີ (Republic of Malawi) ໃນນາມປະທານກຸ່ມປະ ເທດດ້ອຍພັດທະນາ ໄດ້ເປັນປະທານກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງມີ ທ່ານ ແຊກ ໂມຮາເມັດ ບິນ ອັບ ດຸນລາມັນ ອານທານີ (H.E. Sheikh Mohammed bin Abdulrahman Al-Thani) ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີຕ່າງປະເທດ ແຫ່ງລັດກາຕາ ແລະ ທ່ານ ແອນໂຕນິໂອ ກູເຕເລສ (Antonio Guterres) ເລຂາທິການໃຫ່ຍອົງການ ສປຊ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສໃນພາກເປິດກອງປະຊຸມດັ່ງກ່າວ.

ຫຼັງຈາກນັ້ນ ບັນດາຫົວໜ້າຄະນະຜູ້ແທນລະດັບປະມຸກລັດ ຫົວໜ້າລັດຖະບານ ຮອງນາຍົກລັດຖະມົນຕີ ແລະ ລັດຖະ ມົນ ຕີ ຂອງບັນດາປະເທດດ້ອຍພັດທະນາ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ເພື່ອແລກປ່ຽນທັດສະນະ ແລະ ວິໄສທັດກ່ຽວກັບການ ແກ້ໄຂບັນດາສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ການພັດທະນາ ແລະ ຄວາມພະຍາຍາມໃນການຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກໍຄື ການສະແດງຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດແຜນດຳເນີນ ໂດຮາ ສຳ ລັບປະເທດດ້ອຍ ພັດທະນາ (Doha Programme of Action-DPoA) ສົກປີ 2022 – 2031.

ໃນບົດປາໄສຂອງ ທ່ານ ເລຂາທິການໃຫຍ່ ອົງການ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ແລະ ຄວາມພະຍາ ຍາມຂອງບັນດາປະເທດດ້ອຍພັດທະນາ ໃນການພັດທະນາປະເທດໃນໄລຍະທີ່ຜ່ານມາ ແຕ່ກໍເຫັນວ່າບັນດາປະ ເທດເຫຼົ່ານີ້ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຕ່າງໆຢ່າງໜັກໜ່ວງໃນປັດຈຸບັນຫຼາຍກວ່າປະເທດອື່ນໆ ໂດຍສະເພາະໂຄງສ້າງເສດຖະກິດ ມະຫາພາກຂອງໂລກ ການນໍາໃຊ້ ແລະ ເຂົ້າເຖິງຊັບພະຍາກອນທໍາມະຊາດທີ່ບໍ່ເທົ່າທຽມກັນ ຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19 ຜົນກະທົບຈາກບັນຫາພາກພື້ນ ບັນຫາໜີ້ສິນຈໍານວນມະຫາສານ ຄວາມແຕກໂຕນກັນທາງດ້ານດິ ຈິຕອນ ແລະ ອື່ນໆ ສະນັ້ນ ຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດທີ່ອົງການຈັດຕັ້ງສາກົນ ກໍຄືວົງຄະນະຍາດສາກົນຈະຕ້ອງ ໄດ້ມີການປະຕິຮູບ ແລະ ເພີ່ມທະວີການຊ່ວຍເຫຼືອປະເທດດ້ອຍພັດທະນາ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ໄດ້ຢ່າງຍືນຍົງ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອປະເທດເຫຼົ່ານັ້ນພາຍຫຼັງທີ່ຫຼຸດພົ້ນແລ້ວ ໂດຍທ່ານ ໄດ້ເນັ້ນຢ້ຳ ວ່າ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄວນຖືເປັນລາງວັນ ແຕ່ບໍ່ແມ່ນການລົງໂທດ.

ໃນໂອກາດດຽວກັນນັ້ນ ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມ ເຊິ່ງມີເນື້ອໃນຮຽກຮ້ອງໃຫ້ວົງຄະນະຍາດ ສາກົນ ສືບຕໍ່ປະຕິບັດຄຳໝາຍໝັ້ນທາງດ້ານການເມືອງ ແລະ ຊອກຫາວິທີທາງແກ້ໄຂຄວາມຕ້ອງການອັນຮີບດ່ວນແລະ ບັນຫາທ້າທາຍຕ່າງໆ ຢ່າງມີລັກສະນະຫັນປ່ຽນໃໝ່ ສາມາດປະຕິບັດໄດ້ຢ່າງມີປະສິດທິພາບ ເປັນຮູບປະທໍາ ແລະ ມີຄວາມ ຍືນຍົງ ແນໃສ່ເຮັດໃຫ້ບັນດາປະເທດດ້ອຍພັດທະນາ ສາມາດກ້າວໄປພ້ອມກັນກັບປະເທດອື່ນໆ ພ້ອມກັນນັ້ນ ທ່ານ ຍັງໄດ້ ຢ້ຳ ຄືນຄຳໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ຈັດຕັ້ງແຜນປະຕິບັດງານໂດຮາ ສໍາລັບປະເທດດ້ອຍພັດທະນາ ລວມທັງ ຂອບການຮ່ວມມືຕ່າງໆຂອງ ອົງການ ສປຊ ກໍຄື ການເຂົ້າຮ່ວມຢ່າງຕັ້ງໜ້າໃນປະຊາຄົມອາຊຽນ ຂອບການຮ່ວມມື ແລະ ຂໍ້ລິ ເລິ່ມລະດັບພາກພື້ນອື່ນໆ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາຂອງປະເທດ.

ໃນມື້ດຽວກັນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ນາງ ພາມເມລາ ໂຄກ ແຮມມິວຕັນ (Pame la Coke-Hamilton) ຜູ້ອໍານວຍການບໍລິຫານງານສູນການຄ້າສາກົນ (Executive Director of International Trade Center) ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືດ້ານການຄ້າ ການສົ່ງເສີມການລົງທຶນ ການສ້າງຂີດຄວາມສາມາດ ຂອງຂະແໜງການການຄ້າ ແລະ ພາກເອກະຊົນ ຂອງ ສປປ ລາວ ເພື່ອກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາຂອງ ສປປ ລາວ.

ສຳລັບການເຄື່ອນໄຫວໃນວັນອາທິດ ທີ 5 ມີນາ ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມຄະນະຜູ້ແທນ ໄດ້ເຂົ້າຮ່ວມພິທີເປີດ ກອງປະຊຸມລະດັບສູງ ອົງການສະຫະປະຊາຊາດ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ຢ່າງເປັນທາງການ ໂດຍພາຍໃຕ້ ການເປັນປະທານຂອງ ທ່ານ ເຊກ ທາມິມ ບິນ ຮາແມດ ອານທານີ (Sheikh Tamim bin Hamad al Thani) ກະສັດ ແຫ່ງກາຕາ ເຊິ່ງໄດ້ກ່າວເປີດກອງປະຊຸມ ໂດຍໄດ້ຮຽກຮ້ອງວົງຄະນາຍາດສາກົນຮັບຮອງເອົາມາດຕະການຮອບ ດ້ານເພື່ອໃຫ້ ປະເທດດ້ວຍພັດທະນາສາມາດຫຼຸດພົ້ນອອກຈາກສະຖານະພາບຢ່າງຍືນຍົງ ພ້ອມທັງໄດ້ປະກາດການປະ ກອບສ່ວນທຶນຈຳ ນວນ 60 ລ້ານໂດລາ ສຳລັບການຈັດຕັ້ງປະຕິບັດແຜນດຳເນີນງານໂດຮາ.

ນອກຈາກນັ້ນ ຍັງມີການກ່າວປາໄສຂອງທ່ານນາງ ຣາບາບ ຟາຕິມາ (Rabab Fatima), ຮອງເລຂາທິການໃຫຍ່ ສປຊ ຜູ້ຕາງ ໜ້າຂັ້ນສູງຮັບຜິດຊອບວຽກງານຂອງກຸ່ມປະເທດດ້ອຍພັດທະນາ ກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີີຊາຍແດນຕິດກັບທະ ເລ ແລະ ກຸ່ມປະເທດເກາະດອນນ້ອຍກໍາລັງພັດທະນາ, ທ່ານເລຂາທິການໃຫຍ່ອົງການ ສປຊ ທ່ານ ນາງ ລາເຊັສຊາຣ ສະໂຕ ວາ (Lachezar Stoeva), ປະທານສະພາເສດຖະກິດ ແລະ ສັງຄົມ ສປຊ ທ່ານ ລາຊາລັສ ແມ້ກຄາທີ ຊັກແວລາ ປະທານນະ ທິບໍດີ ແຫ່ງ ສາທາລະນະລັດມາລາວີ ໃນນາມເປັນປະທານກຸ່ມປະເທດດ້ອຍພັດທະນາ ທ່ານ ນາງ ເຊກ ຮາຊິນາ (H.E. Sheikh Hasina) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ບັງກະລາເທດ  ແລະ  ທ່ານ ແມບລຸດ ຄາວຸດສ ໂຊກລູ (Mevlut Cavusoglu), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີເຍ ໃນນາມເປັນເຈົ້າ ພາບຈັດກອງປະຊຸມ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 4 ຫຼັງຈາກນັ້ນ ກໍໄດ້ມີການຈັດພິທີລະນຶກວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງກຸ່ມປະເທດດ້ອຍພັດທະນາອີກດ້ວຍ.

ໃນພາກທ່ຽງ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຮ່ວມກັບນາຍົກລັດຖະມົນຕີ ບັງກະລາເທດ ແລະ ຮອງນາຍົກ ລັດຖະມົນ ຕີ ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ໂທລະຄົມມະນາຄົມ ເນປານ ຂຶ້ນກ່າວປາໄສໃນ ກອງປະຊຸມປິ່ນອ້ອມລະດັບ ສູງ ພາຍໃຕ້ຫົວຂໍ້ ການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງໂລ່ງລ່ຽນ ແລະ ຍືນຍົງ ຂອງສາມປະ ເທດ ທີ່ຖຶືກສະເໜີໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.

ໃນນັ້ນທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນການວາງເປົ້າໝາຍການພັດທະນາໄລຍະຍາວ ເພື່ອນຳພາປະເທດ ຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ນັບແຕ່ຊຸມປີ 2000 ເປັນຕົ້ນມາ ຈົນສາມາດບັນລຸເງື່ອນໄຂການ ປະເມີນຂອງອົງການ ສປຊ 2 ຄັ້ງຕິດຕໍ່ກັນ ໃນປີ 2018 ແລະ 2021 ຊຶ່ງສົ່ງຜົນໃຫ້ອົງການ ສປຊ ສະເຫນີໃຫ້ ສປປ ລາວ (ລວມທັງປະເທດເນປານ ແລະ ບັງກະລາເທດ) ອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ພ້ອມທັງເນັ້ນ ເຖິງຄວາມຈຳເປັນທີ່ທັງສາມປະເທດ ຕ້ອງສືບຕໍ່ໄດ້ຮັບການຮ່ວມມື ແລະ ສະຫນັບສະຫນູນຈາກວົງຄະນາຍາດສາກົນ ເພື່ອຮັບມືກັບວິກິດການຕ່າງໆ ແລະ ເລັ່ງລັດຟື້ນຟູຈາກຜົນກະທົບອັນຫນັກຫນ່ວງ ແລະ ບໍ່ເຄີຍມີມາກ່ອນຈາກການລະ ບາດຂອງພະຍາດໂຄວິດ-19 ແນໃສ່ສ້າງຄວາມເຂັ້ມແຂງໃນທຸກດ້ານເພື່ອກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖາ ນະພາບດັ່ງກ່າວຢ່າງໂລ່ງລ່ຽນ ແລະ ຍືນຍົງ. ກອງປະຊຸມນີ້ຍັງໄດ້ຖະແຫຼງການຮ່ວມ (Joint Statement) ກ່ຽວກັບຄໍາໝາຍ ໝັ້ນ ແລະ ຂໍ້ຮຽກຮ້ອງຕໍ່ກັບວົງຄະນາຍາດສາກົນ ໃນຂະບວນການຂ້າມຜ່ານ ແລະ ຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ.

ສຳລັບຕອນບ່າຍ ຄະນະຜູ້ແທນລາວ ໄດ້ໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ເພື່ອຮັບຟັງການປາໄສຂອງບັນດາຜູ້ ນໍາປະເທດຕ່າງໆ, ເຊິ່ງໂດຍລວມແມ່ນການສະແດງທັດສະນະກ່ຽວກັບການແກ້ໄຂບັນຫາຂອງປະເທດດ້ອຍພັດທະນາ ທີ່ພວມປະເຊີນຢູ່ໃນປະຈຸບັນ ເຊັ່ນ: ການຟື້ນຟູເສດຖະກິດຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບວິກິດການດ້ານເສດຖະກິດ, ພະລັງງານ ແລະ ອາຫານ ແລະ ຜົນກະທົບຈາກຂໍ້ຂັດແຍ່ງຢູ່ປະເທດອູກຣິນ ໃນປະຈຸບັນ.

ໃນມື້ດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍກັບການນຳຂອງບາງປະເທດ ແລະ ບາງອົງການເຊັ່ນ: ທ່ານ ອີແວນ ກີວ ປິນໂຕ (Yvan Gil Pinto) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ເວເນຊູເອລາ (Venezuela) ທ່ານ ແມບລຸດ ຄາວຸດສໂຊກລູ, ລັດຖະມົນຕີກະຊວງການຕ່າງປະເທດ ຕວັກກີເຍ ທ່ານ ໂຮນເຈີ ເຄີດໂຮມ ນີວເຊັນ (Holger Kirkholm Nielsen), ຜູ້ແທນພິເສດຂອງ ດານມາກ (Denmark) ທ່ານ ແອນດຼີວ ມິດເຊວ (Andrew Mitchell) ລັດຖະ ມົນຕີຊີ້ນໍາຂົງເຂດການພັດທະນາ ແລະ ອາຟຣິກກາ ແຫ່ງ ຣາຊາອະນາຈັກອັງກິດ ທ່ານ ນາງ ອາມິດາ ຊາຊິອາ ອາລິສຈາ ບານາ (Armida Salsiah Alisjahbana), ຮອງເລຂາທິການໃຫ່ຍອົງການ ສປຊ ທັງເປັນຜູ້ອຳນວຍການບໍລິຫານງານຄະນະ ກຳມະການເສດຖະກິດ-ສັງຄົມ ຂອງ ອົງການ ສປຊ ປະຈໍາພາກພື້ນອາຊີ-ປາຊິຟິກ (ESCAP) ແລະ ທ່ານ ນາງ ມາມິ ມິຊຶໂທລິ (Mami Mizutori)  ຜູ້ຕາງໜ້າພິເສດຂອງເລຂາທິການໃຫ່ຍ ຜູ້ອຳນວຍການໃຫ່ຍອົງການ ສປຊ ເພື່ອການຫຼຸດຜ່ອນຄວາມ ສ່ຽງຈາກໄພພິບັດ (UNDRR).

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີຕ່າງປະເທດມີກຳນົດຈະຂຶ້ນກ່າວປາໄສໃນກອງປະຊຸມພາກອະພິປາຍທົ່ວໄປ ໃນວັນທີ 06 ກຸມພາ 2023 ໃນໄລຍະເຂົ້າຮ່ວມກອງປະຊຸມຄັ້ງນີ້ ຄະນະຜູ້ແທນລາວຍັງຈະໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນກອງປະຊຸມໂຕະມົນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ກອງປະຊຸມລັດຖະສະພາສາກົນຂອງບັນດາປະ ເທດດ້ອຍພັດທະນາ ກອງປະຊຸມລະດັບລັດຖະມົນຕີ ສຳລັບການຮ່ວມມືໃຕ້-ໃຕ້ ກອງປະຊຸມພາກເອກະຊົນ ຊາວໜຸ່ມ ອົງ ການຈັດຕັ້ງສັງຄົມ ຕື່ມອີກ.

error: Content is protected !!