ຈໍານວນຜູ້ໂດຍສານ ເພີ່ມຂຶ້ນເຖິງ 10 ພັນເທື່ອຄົນ ໃນ 1 ມື້ ສະຖິຕິສູງສຸດຂອງເສັ້ນທາງລົດໄຟລາວ-ຈີນ

ໃນວັນທີ 4 ມີນາ 2023 ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟລາວ-ຈີນ ໄດ້ ເພີ່ມຂຶ້ນສູ່ລະດັບສູງສຸດ ໃນມື້ດຽວມີຜູ້ໂດຍ ສານສູງສຸດເຖິງ 10.000 ເທື່ອຄົນ ເປັນສະຖິຕິການຂົນສົ່ງຜູ້ໂດຍສານສູງສຸດນັບແຕ່ເສັ້ນທາງລົດໄຟລາວ-ຈີນໄດ້ເປີດໃຫ້ ບໍລິການເປັນຕົ້ນມາ.

ບໍລິສັດທາງລົດໄຟລາວ-ຈີນລາຍງານໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ກຸມພາ ປີນີ້ ເສັ້ນທາງລົດໄຟລາວ-ຈີນ ໄດ້ ຂົນສົ່ງຜູ້ໂດຍສານທັງໝົດ 417.400 ເທື່ອຄົນ ເພີ່ມຂຶ້ນ 256,2% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຂົນ ສົ່ງສິນຄ້າ ໄດ້ 647.700 ໂຕນ ເພີ່ມຂຶ້ນ 320% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສະແດງໃຫ້ເຫັນທ່າອ່ຽງທີ່ດີໃນການຂົນສົ່ງຜູ້ ໂດຍສານ ແລະ ສິນຄ້າ.

ເພື່ອຮັບປະກັນໃຫ້ຜູ້ໂດຍສານໄດ້ເດີນ ທາງໄປມາໄດ້ຢ່າງສະດວກສະບາຍ ບໍລິສັດທາງລົດໄຟລາວ-ຈີນ ໄດ້ຕິດຕາມສັງເກດຮູບ ແບບການຊົມໃຊ້ລົດໄຟ ຂອງຜູ້ໂດຍສານ ແລະ ຈັດຕັ້ງຂະບວນລົດໄຟໃນການໃຫ້ບໍລິການຂົນສົ່ງ ເພື່ອຮອງຮັບປະລິມານຜູ້ ໂດຍສານໄດ້ຢ່າງຖືກຕ້ອງ ດຳເນີນການຢ່າງມີວິທະຍາສາດ ປັບປຸງແຜນການເດີນລົດ ແລະ ຂະຫຍາຍເວ ລາໃນການຊື້ປີ້ໃຫ້ດີ ຂຶ້ນ ໃນການຮັບຮອງຜູ້ໂດຍສານກໍນຳໃຊ້ລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ເພີ່ມຈຳນວນຕູ້ລົດໄຟທຳມະດາເປັນ 12 ຕູ້ ນອກນີ້ ເພີ່ມທະວີຄວາມສາມາດດ້ານພາສາຂອງພະນັກງານສະຖານີ ແລະ ເທິງລົດໄຟໃຫ້ສາມາດນຳໃຊ້ທັງພາສາ ຈີນ ອັງ ກິດ ໄທ ແລະ ອື່ນໆ ເພື່ອໃຫ້ສອດຄ່ອງກັບການບໍລິການຂອງຜູ້ໂດຍສານລະດັບສາກົນ ບໍ່ຢຸດທີ່ຈະພັດທະນາ ແລະ ຍົກສູງ ຄຸນນະພາບການບໍລິການຢູ່ເລື້ອຍໆ.

ພ້ອມດຽວກັນນັ້ນ ໜ່ວຍງານທີ່ກ່ຽວຂ້ອງທາງລົດໄຟກໍຈັດຕັ້ງພະນັກງານຮັບຜິດຊອບປະຈຳການເຂົ້າໄປກວດສອບ ຮັກ ສາ ຄວາມປອດໄພໃນການເຂົ້າ-ອອກສະຖານີ ແທ່ນຂຶ້ນລົງລົດໄຟ ແລະ ອື່ນໆ ຮັບປະກັນໃຫ້ການອອກເດີນທາງຂອງຜູ້ໂດຍສານ ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ.

ຂ່າວ-ພາບ ວິທະຍຸກະຈາຍສຽງແຫ່ງຊາດ

error: Content is protected !!