ປະທານສະພາແຫ່ງຊາດ ເນັ້ນອຳນາດການປົກຄອງ ເມືອງນາຊາຍທອງ ເອົາໃຈໃສ່ 10 ບັນຫາສຳຄັນ

ໃນວັນທີ 3 ມີນາ 2023 ຜ່ານມາ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ ພ້ອມດ້ວຍ ສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ນຳໂດຍ ທ່ານ ໄຊສົມ ພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ມີບັນດາ ຄະນະພັກ ອົງການປົກຄອງ ຂະ ແໜງການ ພະນັກງານຫຼັກ​ແຫຼ່ງຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງເມືອງ ເຂົ້າຮ່ວມເປັນຈໍານວນຫຼາຍ.

ໃນໂອກາດດັ່ງ​ກ່າວ ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນ ຄະນະພັກ ອຳນາດການປົກຄອງ ເມືອງນາຊາຍທອງ ເອົາໃຈໃສ່ 10 ບັນຫາສຳຄັນຄື:

  1. ເພີ່ມທະວີການນຳພາຮອບດ້ານ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ ເອົາໃຈໃສ່ ປົກປັກຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ເປັນພື້ນຖານ ໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ ເຊິ່ງເປັນການປະກອບສ່ວນສຳຄັນໃຫ້ ນະຄອນ ຫຼວງວຽງຈັນ.
  2. ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ປະຊາຊົນເຮັດການຜະລິດກະສິກຳ, ການລ້ຽງສັດ ເປັນສິນຄ້າ ມີມາດຕະ ຖານ ມີຄຸນນະພາບ ເພື່ອສະໜອງໃຫ້ແກ່ບັນດາໂຮງແຮມ ຮ້ານອາຫານ ຕະຫຼາດຕ່າງໆ ໃນນະຄອນ ຫຼວງວຽງຈັນ ເຊິ່ງ ເປັນບ່ອນຮອງຮັບຜົນຜະລິດຂອງປະຊາຊົນ ເອົາໃຈໃສ່ສ້າງ ແລະ ຂະຫຍາຍຮູບແບບເສດຖະ ກິດລວມໝູ່ຂອງປະຊາ ຊົນ ໃຫ້ກາຍເປັນຖານເສດຖະກິດອັນໝັ້ນຄົງ ແລະ ໜັກແໜ້ນ ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍການປະຕິບັດນະໂຍບາຍ ແລະ ກົນໄກທີ່ຈໍາເປັນໃນການເຂົ້າເຖິງແຫຼ່ງທຶນ ຕະຫລາດ ແລະ ນະໂຍບາຍອື່ນໆ ເຮັດ ໃຫ້ວິສາຫະກິດດັ່ງກ່າວມີຄວາມເຂັ້ມແຂງ.
  3. ເອົາໃຈໃສ່ການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ສາມາດຕອບສະ ໜອງ ແກ່ການສ້າງສາພັດທະນາພາຍໃນເມືອງ ເປັນຕົ້ນການສ້າງນັກວິຊາການດ້ານການປູກຝັງ-ລ້ຽງ ສັດ ເພື່ອເຮັດ ໃຫ້ການຜະລິດກະສິກໍາ ພາຍໃນເມືອງຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງ ສຶກສາອົບຮົມໃຫ້ປະຊາຊົນຮັກສາ ມູນເຊື້ອຄວາມສາມັກຄີປອງດອງ ນໍ້າໃຈຮັກຊາດ ແລະ ເສຍສະຫລະເພື່ອຜົນປະໂຫຍດສ່ວນ ລວມ ສ້າງສະຕິເຄົາລົບ ກົດໝາຍ ການປະ ຕິບັດພັນທະຂອງປະຊາຊົນ ເພີ່ມທະວີການເຝິກອົບຮົມສີມືແຮງງານ ໃຫ້ມີຄຸນນະພາບ ປະຊາຊົນ ມີວຽກເຮັດງານທຳ ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ໝັ້ນຄົງດີຂຶ້ນ.
  4. ວຽກງານດ້ານສາທາລະນະສຸກ ສືບ​ຕໍ່ເພີ່ມທະວີຄວາມເອົາໃຈໃສ່ ໃຫ້ພໍ່ແມ່ປະຊາຊົນສາມາດເຂົ້າເຖິງການປິ່ນ ປົວຢ່າງ ກວ້າງຂວາງ ສະດວກ ແລະ ມີປະສິດທິພາບ ເອົາໃຈໃສ່ປັບປຸງໂຮງໝໍເມືອງ ສຸກສາລາ ດ້ວຍການປະກອບອຸປະກອນ ເຄື່ອງມືດ້ານການແພດ ທີ່ສາມາດຍົກສູງປະສິດທິພາບໃນການປິ່ນປົວໃຫ້ສູງຂຶ້ນ ເພີ່ມຄວາມສາມາດໃນການເຝົ້າລະ ວັງຕິດຕາມ ບົ່ງມະຕິ ຊອກຄົ້ນຫາ ແລະ ໂຕ້ຕອບກໍລະນີພະຍາດລະບາດໃຫ້ໄດ້ໄວ.
  5. ປັບປຸງຄຸນນະພາບການສຶກສາໃຫ້ສູງຂຶ້ນ, ເອົາໃຈໃສ່ການສ້າງ ແລະ ສ້ອມແປງໂຮງຮຽນ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ລູກຫລານໄດ້ເຂົ້າຮຽນ ປະກອບປຶ້ມແບບຮຽນ ອຸປະກອນການຮຽນ ພ້ອມທັງສ້າງເງື່ອນໄຂການເຂົ້າເຖິງການ ສຶກສາ ແລະ ຂະຫຍາຍຕາໜ່າງການສຶກສາໃຫ້ມີຄຸນນະພາບນັບມື້ສູງຂຶ້ນ ແລະ ທົ່ວເຖິງຢູ່ເຂດຫ່າງໄກສອກຫຼີກ.
  6. ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ ສະກັດກັ້ນການນຳໃຊ້ສິດ ອຳນາດໃນທາງທີ່ບໍ່ຖືກກົດໝາຍຂອງພະນັກ ງານລັດ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ມີສ່ວນຮ່ວມເຂົ້າໃນວຽກງານບໍລິຫານລັດ ສາມາດເຂົ້າ ເຖິງຂະບວນການຍຸຕິທຳ ເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ການນຳພາຂອງພັກ-ລັດໃຫ້ສູງຂຶ້ນ.
  7. ເພີ່ມທະວີການຊີ້ນຳ-ນຳພາຂອງອົງຄະນະພັກເມືອງ ຕໍ່ການເຄື່ອນໄຫວວຽກງານຂອງ ສະມາຊິກສະພາປະຊາຊົນນະ ຄອນຫລວງວຽງຈັນ ທີ່ປະຈຳຢູ່ເມືອງນາຊາຍທອງ ໃຫ້ສາມາດເຄື່ອນໄຫວປະຕິບັດໜ້າທີ່ເປັນຕົວແທນຂອງປະຊາຊົນ ຕາມກົດໝາຍກຳນົດ ຄົ້ນຄວ້າປະກອບບຸກຄະລາກອນຊ່ວຍວຽກ ລວມທັງສະຖານ ທີ່ເຮັດວຽກ ແລະ ອຸປະກອນຮັບໃຊ້ ການເຄື່ອນໄຫວວຽກງານ ໃຫ້ມີຄວາມເໝາະສົມ ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ວຽກງານ ເຂົ້າສູ່ລະບົບ ແລະ ມີ ປະສິດທິຜົນນັບມື້ສູງຂຶ້ນ.
  8. ເພີ່ມທະວີການນຳພາຊີ້ນຳ ພະນັກງານ ທະຫານ ຕຳຫຼວດ ກໍຄື ປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດວາລະແຫ່ງຊາດ ຢ່າງຕັ້ງໜ້າ ແລະ ຖືເປັນພັນທະຂອງພົນລະເມືອງທຸກຄົນ ເປັນຕົ້ນ ການປະຕິບັດນະໂຍບາຍປະຢັດມັດທະ ຢັດງົບປະ ມານຂອງລັດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ກໍເປັນວຽກງານທີ່ສຳຄັນ ເປັນປາກົດການຫຍໍ້ທໍ້ຂອງ ສັງຄົມ ສະເໜີໃຫ້ເອົາໃຈໃສ່ສະກັດກັ້ນບັນຫາຢາເສບຕິດ ບໍ່ໃຫ້ເກີດຂຶ້ນ.
  9.  ຄະນະພັກ ອົງການປົກຄອງເມືອງ ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ວຽກງານການກໍ່ສ້າງຮາກຖານການ ເມືອງ ລົງໃກ້ຊິດ ຕິດແທດກັບພໍ່ແມ່ປະຊາຊົນ ຢ່າງແທດເຖິງ.
  10.  ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ເຊິ່ງອົງຄະນະພັກ ເມືອງນາຊາຍທອງ ຈະ ໄດ້ນໍາພາບັນດາຮາກຖານພັກຈັດຕັ້ງປະຕິບັດ ເພື່ອສຸມໃສ່ບັນດາວຽກງານຕ່າງໆ ເປັນຕົ້ນ ການສ້າງຂະບວນການ ເພື່ອ ຍູ້ແຮງຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI, ມະຕິ, ຄຳສັ່ງ ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ໃຫ້ບັນລຸຕາມຄາດໝາຍທີ່ວາງອອກ.
error: Content is protected !!