ຂົວມິດຕະພາບລາວ-ໄທແຫ່ງທີ 1 ເລັ່ງຕິດຕັ້ງຕູ້ຈ້ຳແຈ້ງເອກະສານເພີ່ມໃຫ້ສຳເລັດກ່ອນປີໃໝ່ລາວ

    ປັດຈຸບັນການເຂົ້າ-ອອກ ຂອງຜູ້ໂດຍສານຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ມີປະມານ 6-7 ພັນກ່ວາຄົນຕໍ່ວັນ ແລະ ມີພາຫະນະເຂົ້າ-ອອກປະມານ 1000 ກ່ວາຄົນຕໍ່ວັນ ທ່ານ ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ຫົວໜ້າດ່ານຕໍາຫຼວດກວດກາຄົນ ເຂົ້າອອກເມືອງ ສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ໃຫ້ສໍາພາດໃນວັນທີ 1 ມີນາ 2023 ວ່າ: ສໍາລັບຂອດການບໍລິການຜູ້ໂດຍສານ ເຂົ້າ-ອອກ ຢູ່ໃນດ່ານໂດຍພື້ນຖານແລ້ວແມ່ນປະຕິບັດຕາມກົດໜາຍວ່າດ້ວຍການ ເຂົ້າ-ອອກເມືອງ ແລະ ລະບຽບການຕ່າງໆຂອງຂະແໜງການກ່ຽວຂ້ອງວາງອອກ ເຊິ່ງປັດຈຸບັນການເຂົ້າ-ອອກຂອງຜູ້ໂດຍສານ ແລະ ພາຫະນະແມ່ນກັບສູ່ສະພາບປົກກະຕິແລ້ວ ແລະ ການບໍລິການອຳນວຍຄວາມສະດວກແມ່ນມີຄວາມຄ່ອງຕົວຫຼາຍກ່ວາເກົ່າ ແລະ ຫຼຸດຜ່ອນການອັ່ງອໍ ແອອັດຂອງຄົນເຂົ້າອອກຫຼາຍພໍສົມຄວນຖ້າທຽບໃສ່ເມື່ອກ່ອນ  ການເຂົ້າ-ອອກຂອງຜູ້ໂດຍສານສະເລ່ຍມື້ໜື່ງມີປະມານ 6-7 ພັນກ່ວາຄົນ ສ່ວນພາຫະນະເຂົ້າ-ອອກແມ່ນມີປະມານ 1000 ກ່ວາຄົນຕໍ່ວັນ ໂດຍສະເພາະວັນພັກລັດຖະການ ຫຼື ເທສະການຕ່າງໆ.

    ໃນໄລຍະ 1 ປີ ຜ່ານມາໄດ້ປັບປຸງພື້ນຖານໂຄງລ່າງຂອງດ່ານຕາມມະຕິຕົກລົງຂອງອົງການປົກຄອງນວ ຄັ້ງທີ 34 ແລະ ແຜນການປັບປຸງພື້ນຖານໂຄງລ່າງດ່ານຕາມແຜນແມ່ບົດການປັບປຸງດ່ານໃນແຕ່ລະໄລຍະ ມາຮອດປັດຈຸບັນໄດ້ເຮັດສໍາເລັດບາງໜ້າວຽກໂດຍພື້ນຖານເຊັ່ນ ໄດ້ເລີກຮື້ບັນດາຫ້າງຮ້ານຢູ່ພາຍໃນຕຶກອາຄານໄດ້ 95% ຕິດຕັ້ງຕູ້ຈ້ຳແຈ້ງເອກະສານຂອງຂະແໜງການປິ່ນອ້ອມຢູ່ພາຍໃນດ່ານສຳເລັດປະມານ 85% ລວມມີທັງໝົດ ຖ້າສຳເລັດການຕິດຕັ້ງຈະມີຕູ້ໃຫ້ບໍລິການຈໍ້າແຈ້ງເອກະສານທັງໝົດ 24 ຕູ້ ເພີ່ມຂຶ້ນ 12 ຕູ້ ຈະສາມາດອຳນວຍຄວາມສະດວກໃຫ້ແກ່ຜູ້ເຂົ້າອອກຫຼາຍພໍສົມຄວນ ການຕິດຕັ້ງຕູ້ດັ່ງກ່າວຄາດວ່າຈະໃຫ້ສຳເລັດກ່ອນບຸນປີໃໝ່ລາວ ພ້ອມກັນນັ້ນກໍໄດ້ປັບປຸງຈັດສັນສະຖານທີ່ຈອດລົດພາຍໃນດ່ານຄືນໃໜ່ທັງໝົດ ປັບປຸງທັດສະນີຍະພາບຂອງດ່ານໃຫ້ສອດຄ່ອງກັບ 6 ສ ຂອງ ນວ ວາງອອກໂດຍສະເພາະ ສ ສີຂຽວ ປັດຈຸບັນພວມເລັ່ງໃສ່ການແຕ້ມເສັ້ນຈາລາຈອນ ເພື່ອກໍານົດທິດທາງການ ເຂົ້າ-ອອກຂອງພາຫະນະໃຫ້ມີຄວາມຄ່ອງຕົວ.

    ນອກຈາກນີ້ ໄດ້ກະກຽມຕ້ອນຮັບນັກທ່ອງທ່ຽວທີ່ຈະເພີ່ມຂຶ້ນໃນຕໍ່ໜ້າ ເຊິ່ງທາງຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໄດ້ມີແຜນລະອຽດແລ້ວໂດຍມອບໃຫ້ຂະແໜງການກ່ຽວຂ້ອງເປັນຜູ້ອໍານວຍຄວາມສະດວກໃນການຕ້ອນຮັບນັກທ່ອງທຽວ ໂດຍໄດ້ກຽມຄວາມພ້ອມດ້ານສະຖານທີ່ ບຸກຄະລາກອນ ພາຫະນະຕ່າງໆລວມທັງຂອດບໍລິການອື່ນໆ ຄາດວ່າຈະມີນັກທ່ອງທ່ຽວ ເຂົ້າ-ອອກ ຜ່ານດ່ານເພີ່ມຂຶ້ນປະມານ 8 ພັນ ຫາ 10 ພັນຄົນຕໍ່ວັນ.

error: Content is protected !!