ສະເຫຼີມສະຫຼອງວັນອະນຸຮັກສັດປ່າ ແລະ ພືດປ່າໂລກ

    ພິທີສະເຫຼີມສະຫຼອງວັນອະນຸຮັກສັດປ່າ ແລະ ພືດປ່າໂລກ ຈັດຂຶ້ນວັນທີ 3 ມີນາ 2023 ທີ່ໂຮງແຮມແລນມາກ ເປັນປະທານຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ມີທ່ານ ຊິບເລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ລາວ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ ອົງການທຽບເທົ່າ ບັນດາຫົວໜ້າ ຮອງຫົວໜ້າກົມ ອົງການຈັດຕັ້ງສາກົນ ນັກທຸລະກິດ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ.

    ທ່ານ ທອງພັດ ວົງມະນີ ກ່າວໃນພິທີດັ່ງກ່າວວ່າ: ວັນທີ 3 ມີນາ ຂອງທຸກໆປີ ແມ່ນວັນອະນຸລັກສັດປ່າ ແລະ ພືດປ່າໂລກ ເຊິ່ງໃນທຸກໆປີບັນດາປະເທດພາຄີໄດ້ພ້ອມກັນຈັດກິດຈະກຳຕ່າງໆ ເພື່ອປູກຈິດສຳນຶກໃຫ້ແກ່ນ້ອງນ້ອຍເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ເຫັນໄດ້ຄວາມສຳຄັນຂອງວຽກງານປົກປັກຮັກສາ ແລະ ທະນຸລັກຊີວະນາໆພັນ ໂດຍສະເພາະຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ລະຫວ່າງຊາດໃຫ້ມີຄວາມຢືນຍົງ ພ້ອມນັ້ນວັນດັ່ງກ່າວຍັງໄດ້ຖືກກຳນົດໄວ້ໃນສົນທິສັນຍາວ່າດ້ວຍການຄ້າຂາຍສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ທີ່ໄດ້ລົງນາມໃນປີ 1973 ເຊິ່ງ ສປປ ລາວ ແມ່ນໜຶ່ງປະເພດທີ່ໄດ້ເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວໃນວັນທີ 30 ພຶດສະພາ 2004 ພິເສດສໍາລັບປີ 2023 ເປັນປີຄົບຮອບ 50 ປີ ຂອງການສ້າງຕັ້ງສົນທິສັນຍາສາກົນ CITES ເຊິ່ງໄດ້ໃສ່ຫົວຂໍ້ສໍາລັບປີນີ້ວ່າ: “ຄູ່ຮ່ວມງານເພື່ອການອະນຸລັກສັດປ່າ ແລະ ພືດປ່າ” ໝາຍຄວາມວ່າ: ວຽກງານອະນຸຮັກ ແລະ ປົກປັກຮັກສາມັນບໍ່ແມ່ນວຽກຂອງຂະແໜງການໃດຂະແໜງການໜຶ່ງເຮັດ ແຕ່ທຸກພາກສ່ວນ ຫຼື ທຸກໆຄົນ ຕ້ອງຮ່ວມກັນຄຸ້ມຄອງ ປົກປັກຮັກສາຊະນິດພັນດັ່ງກ່າວຈຶ່ງຈະມີຄວາມຍືນຍົງ.

    ເພື່ອຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ຄັ້ງທີ VI ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ 5 ປີ ຄັ້ງທີ 9 ແຕ່ປີ 2021-2025 ໃຫ້ເຫັນເປັນຮູບປະທຳ ເພື່ອຍົກລະດັບຄວາມປົກຫຸ້ມຂອງປ່າໄມ້ທີ່ມີ ໃນປັດຈຸບັນໃຫ້ໄດ້ 70% ແລະ ຄຸ້ມຄອງ ປົກປັກຮັກສາທີ່ດິນປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ນອກນັ້ນລັດຖະບານຍັງໄດ້ປະກາດໃຊ້ ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ກົດໝາຍວ່າດ້ວຍປ່າໄມ້ ແລະ ນິຕິກໍາລຸ່ມກົດໝາຍຕ່າງໆ ໂດຍສະເພາະວຽກງານຄຸ້ມຄອງປົກປັກຮັກສາ ຖິ່ນທີ່ຢູ່ຂອງສັດນໍ້າ ແລະ ສັດປ່າ ໃຫ້ມີຄວາມຍືນຍົງ.

    ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ສປປ ລາວ ບໍ່ໄດ້ມີການຈັດງານພິທີສະເຫຼີມສະຫຼອງວັນອະນຸລັກສັດປ່າ ແລະ ພືດປ່າໂລກ ເນື່ອງຈາກວ່າ ສະພາບເສດຖະກິດພົບຄວາມຫຍຸ້ງຍາກບວກກັບການແຜ່ລະບາດຂອງຂອງພະຍາດໂຄວິດ-19 ເຊິ່ງມາໃນປີ 2023 ກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າໃຫ້ແກ່ລັດຖະບານ ຮ່ວມກັບ ບັນດາອົງການຈັດຕັ້ງສາກົນທີ່ເຮັດວຽກກ່ຽວຂ້ອງກັບການອະນຸລັກສັດປ່າໄດ້ຮ່ວມກັນຈັດງານນີ້ຂຶ້ນ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ແລະ ຄຽງຄູ່ກັບການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການໃຫ້ພໍ່ແມ່ປະຊາຊົນ ຜູ້ປະກອບການ ນັກທຸລະກິດ ແລະ ທຸກຄົນທົ່ວສັງຄົມເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງສັດປ່າຕໍ່ລະບົບນິເວດ ຕໍ່ເສດຖະກິດສັງຄົມ ແລະ ໃຫ້ເຫັນເຖິງຜົນຮ້າຍຂອງການການບໍລິໂພກສັດປ່າ ພ້ອມໃຫ້ຮ່ວມແຮງຮ່ວມໃຈກັນເຂົ້າໃສ່ການພັດທະນາຄຸ້ມຄອງ ອະນຸລັກຮັກສາສັດນໍ້າ ແລະ ສັດປ່າໃຫ້ຫຼາຍຂຶ້ນ ແນໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈຳນວນປະຊາກອນຂອງສັດປ່າ ທີ່ເປັນມໍລະດົກທາງທຳມະຊາດຂອງຊາດໃຫ້ນໍາໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດເປັນລູກເຊັ່ນຫຼານຕະຫຼອດໄປ.

error: Content is protected !!