ເປີດນຳໃຊ້ສື່ສິ່ງພິມໂຄສະນາກ່ຽວກັບການຄ້າມະນຸດ

ໂດຍຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ (USAID) ໃຫ້ແກ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບອົງການວິນຣ໋ອກ ສາກົນ ຈັດພິທີເປີດນຳໃຊ້ສື່ສິ່ງພິມໂຄສະນາ ກ່ຽວກັບການຄ້າມະນຸດໃນຂະແໜງການທ່ອງທ່ຽວ ໃນວັນທີ 3 ມີນາ 2023  ທີ່ໂຮງເເຮມດອນຈັນພາເລດ ມີທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການ ຖວທ ທ່ານ ໄມເຄິນ ຣອນນິ້ງ  ຜູ້ຕາງໜ້າອົງການ USAID ປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສື່ສິ່ງພິມໂຄສະນາກ່ຽວກັບການຄ້າມະນຸດ ໃນຂະແໜງການທ່ອງທ່ຽວຜະລິດຂຶ້ນ ເພື່ອສະໜັບສະ ໜູນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການຕ້ານການຄ້າມະນຸດ ເຊິ່ງສືສິ່ງພິມດັ່ງກ່າວເປັນພາຫະນະໜຶ່ງ ແລະ ເປັນຄູ່ມືເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດຕໍ່ກັບການສະກັດກັ້ນ ປ້ອງກັນ ແລະ ຕ້ານການຄ້າມະນຸດໃນທົ່ວສັງຄົມໄດ້ຮັບຮູ້ ເຂົ້າໃຈເຖິງພິດໄພອັນຕະລາຍທີ່ຮ້າຍແຮງ ສະນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການໂຄສະນາໃຫ້ຄວາມຮູ້ ການເຂົ້າເຖິງຂໍ້ມູນຂ່າວສານຂອງທົ່ວປວງຊົນໃນສັງຄົມ ໂດຍສະເພາະແມ່ນແຮງງານເຄື່ອນຍ້າຍ ຜູ້ທີ່ມີຄວາມສ່ຽງຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ໃນໄລຍະຜ່ານມາ ສປປ ລາວ ໄດ້ເກີດບັນຫານີ້ໃນຫຼາຍໆຮູບແບບ ເປັນຕົ້ນແມ່ນ ການໝັ້ນ   ໝາຍ ຫຼື ການແຕ່ງດອງແບບແອບແຝງ ການຂູດຮີດແຮງງານ ການຂູດຮີດທາງເພດ ການບັງຄັບໃຫ້ເປັນໂສເພນີ ການຄ້າປະເວນີ ການໃຫ້ຖືພາ ການເບິ່ງເດັກໄປລ້ຽງ ຫຼື ການເອົາເດັກມາເປັນລູກລ້ຽງແອບແຝງ ການເຜີຍແຜ່ສິ່ງລາມົກ ການລັກພາຕົວຕ່າງໆ ເຊິ່ງສື່ສິ່ງພິມໂຄສະນາໃນຂະແໜງການທ່ອງທ່ຽວດຽວນີ້ ຈະເປັນການປະກອບສ່ວນ ແລະ ຍົກລະດັບການສະກັດກັ້ນ ປ້ອງກັນຕ້ານການຄ້າມະນຸດໃຫ້ມີຄວາມຮັບຊອບສູງກວ່າເກົ່າໃນ ສປປ ລາວ ແລະ ລະດັບສາກົນ ໃນປີ 2024 ສປປ ລາວ ຈະເປັນເຈົ້າພາບຈັດງານມະຫາກໍາທ່ອງທ່ຽວອາຊຽນ (ASEAN Tounge Forum 2024) ແລະ ເປັນປີໂຄສະນາຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ-ລາວທ່ຽວລາວ ດັ່ງນັ້ນຕ້ອງໄດ້ກຽມພ້ອມການເປັນເຈົ້າພາບເພື່ອການຮັບແຂກປະເທດຕ່າງໆທີ່ຈະເຂົ້າມາທ່ອງທ່ຽວ ສປປ ລາວ.

      ສື່ສິ່ງພິມດັ່ງກ່າວຈະສ້າງຄວາມຮັບຮູ້ໃຫ້ແກ່ບັນດາກຸ່ມທີ່ມີຄວາມສ່ຽງ ແລະ ຜູ້ເຄາະຮ້າຍຈາກການຄ້າມະນຸດເຊັ່ນ ໂພສເຕີ ແຜ່ນພັບ ແລະ ປ້າຍໂຄສະນາຈະໃຫ້ຂໍ້ມູນວິທີການປ້ອງກັນການທ່ອງທ່ຽວທາງເພດສຳລັບເດັກ ວິທີການຫຼີກລ່ຽງການຕົກເປັນເຫຍື່ອກຸ່ມຄົນຕ່າງໆ ໂດຍຈະໄດ້ແຈກຢາຍໃຫ້ແກ່ 6 ແຂວງເປົ້າໝາຍຂອງໂຄງການຄື: ນະຄອນຫຼວງວຽງຈັນ ສະຫວັນນະເຂດ ສາລະວັນ ຈຳປາສັກ ຫຼວງນໍ້າທາ ແລະ ອຸດົມໄຊ ຜ່ານຫຼາຍຊ່ອງທາງ ເປັນຕົ້ນສະຖານທີ່ທ່ອງທ່ຽວ ແລະ ຜູ້ໃຫ້ບໍລິການ ດ່ານສາກົນ ສູນບໍລິການການຂົນສົ່ງຜູ້ໂດຍສານ ຜູ້ໃຫ້ບໍລິການຕ່າງໆທັງພາກລັດ ພາກເອກະຊົນ ແລະ ໂຮງຮຽນ ເພື່ອຫຼຸດຜ່ອນຄວາມສ່ຽງການຄ້າມະນຸດຕໍ່ແມ່ຍິງ ເດັກນ້ອຍ ແລະ ກຸ່ມຄົນດ້ອຍໂອກາດ ພ້ອມທັງປັບປຸງການເຂົ້າເຖິງການບໍລິການຂອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.

error: Content is protected !!